Breaking News

“Selena Marie Gomez” ຄວັກເງິນ 5 ລ້ານໂດລາ ບໍລິຈາກເງິນຊ່ວຍວິກິດໄຟປ່າ “Australia”

ແບ່ງປັນ

ທ່າມກາງສະຖານະການໄຟປ່າ ທີ່“Australia” ກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ຍັງບໍ່ເຫັນສະຖານະການທີ່ຈະດັບໄຟລົງໄດ້ແບບງ່າຍໆເລີຍຕອນນີ້  ເຊິ່ງໄດ້ສົ່ງຜົນໃຫ້ສັດປ່າຫຼາຍສາຍພັນຕ້ອງດັບຊີວິດໄປຢ່າງຫົດຫູ່ ໃນຂະນະທີ່ສັງຄົມອອນລາຍຕ່າງກໍພາກັນແຊຣ໌ພາບສະເທືອນໃຈທີ່ເກີດຂຶ້ນຈາກໄຟປ່າ ທັງທ້ອງຟ້າສີແດງປົກຄຸມໄປດ້ວຍຄວັນໄຟ ພາບນັກດັບເພີງ ທີ່ຕ້ອງປະເຊີນກັບແປວໄຟທີ່ອັນຕະລາຍ ພາບຊາກສັດທີ່ຖືກເຜົາໄປໃນແປວກອງໄຟປ່າໃນຄັ້ງນີ້ ໂດຍມີການຕິດແຮັດແທັກ  #PrayForAustralia  ເພື່ຶອຮ່ວມສົ່ງແຮງໃຈໃຫ້ສະຖານະການໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ

ແຕ່ທ່າມກາງເຫດການອັນໂຫດຮ້າຍນີ້ ກໍຍັງມີນໍ້າໃຈຈາກຄົນທົ່ວໂລກຫລັ່ງໄຫລເຂົ້າມາເຊັ່ນກັນ ຮວມໄປເຖິງນໍ້າໃຈຈາກບັນດາ ເຊເລັບຄົນດັງທີ່ຮ່ວມກັນບໍລິຈາກເງິນ

ໂດຍລ່າສຸດ ວັນທີ 05 ມັງກອນ 2020 ທີ່ຜ່ານມາ World Music Awards  ໄດ້ເປີດເຜີຍວ່າ Selena Gomez ນັກຮ້ອງສາວຊຸບຕາ ໄດ້ບໍລິຈາກເງິນເພື່ອຊ່ວຍເຫລືອສະຖານະການໄຟປ່າໃນ “Australia” ໂດຍສາວ ເຊເລນ່າ ບໍລິຈາກເງິນເປັນຈໍານວນ 5 ລ້ານໂດລາ  

ເວົ້າໄດ້ວ່າສາວ “Selena Marie Gomez”  ຄົນນີ້ທັງເກັ່ງ ທັງງາມ ຍັງໃຈບຸນນໍາອີກ!!!!

ແບ່ງປັນ