Breaking News

ສົ່ງໃຈໄປທີ່ “Australia” ປະເຊີນກັບໄຟປ່າ ຮຸນແຮງທີ່ສຸດ ສັດປ່າເສີຍຊີວິດແລ້ວກວ່າ 500 ລ້ານໂຕ

ແບ່ງປັນ

ເວົ້າໄດ້ວ່າສະຖານະການນີ້ເປັນພາບທີ່ເຮັດໃຫ້ຫຼາຍໆຄົນທົ່ວໂລກສະເທືອນໃຈທີ່ສຸດ ຫຼັງເກີດໄຟປ່າຄັ້ງຮຸນແຮງທີ່ “Australia” ເຊິ່ງຮຸນແຮງລຸກລາມຈົນເຮັດໃຫ້ສັດປ່າຫຼາຍກວ່າ 500 ລ້ານໂຕ ເສຍຊີວິດ ເຊິ່ງໃນຂະນະນີ້ທົ່ວໂລກພະຍາຍາມເຂົ້າຊ່ວຍເຫຼືອທັນທີ

ມະຫາກໍາ ໄຟປ່າກຳລັງລາມໄໝ້ຢ່າງໜັກໜ່ວງທີ່ປະເທດ  Australia” ສົ່ງຜົນເສຍຫາຍເປັນຈໍານວນມະຫາສານຕໍ່ຄົນ ແລະ ສັດປ່າ ຈົນກາຍເປັນພາບທີ່ຫົດຫູ່ທີ່ສຸດທີ່ແຊຣ໌ລົງໃນໂລກ Social Media ບໍ່ເວັ້ນໃນແຕ່ລະມື້

Australia ກຳລັງປະເຊີນກັບວິກິດໄຟປ່າຄັ້ງໃຫຍ່ ເຊິ່ງມີອຸນຫະພູມສູງເປັນປະຫວັດສາດ ແລະ ໄພແຫ້ງແລ້ງທີ່ນໍາມາຕໍ່ເນື່ອງຫຼາຍເດືອນ

ລັດ ນິວເຊົາທ໌ເວລສ໌ (New South Wales) ປະເຊີນກັບໄຟປ່າຄັ້ງຮຸນແຮງທີ່ສຸດໂດຍມີພື້ນທີ່ ຖືກທໍາຮ້າຍໄປ 4 ໝື່ນ ຕາລາງກິໂລຕາແມັດແລ້ວ ບ້ານເຮືອນຫຼາຍກວ່າ 1.3 ພັນຫຼັງ ເສຍຫາຍ ແລະ ຄົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່

ທົ່ວປະເທດມີຜູ້ເສຍຊີວິດໄປ 20 ຄົນແລ້ວ ຮວມເຖິງນັກດັບເພີງ 3 ຄົນ ໂດຍສ່ວນໃຫຍ່ເຫດເກີດຢູ່ທີ່ ນິວເຊົາທ໌ເວລສ໌ (New South Wales)

ຖ້ານັບທັງພື້ນທີ່ເສຍຫາຍໃນລັດວິກຕໍເລຍ (Victoria) ຈະກວມພື້ນທີ່ກວ່າ 4.8 ໝື່ນ ຕາລາງ ກິໂລຕາແມັດ. ຫຼືປະມານ 30 ລ້ານເຮັກຕາ

ນັບແຕ່ເດືອນກໍລະກົດ ປີທີ່ແລ້ວ ໄຟປ່າລຸກລາມໄວຫຼາຍ ເນື່ອງມາຈາກສະພາບອາກາດຮ້ອນ ແລະ ແຫ້ງ ມີກະແສລົມແຮງ ພ້ອມດ້ວຍພາວະໄພແຫ້ງແລ້ງທີ່ດໍາເນີນຕໍ່ເນື່ອງມາດົນ

ເກີດໄຟໄໝ້ປ່າຫຼາຍສິບຈຸດທົ່ວລັດ ບໍ່ວ່າຈະເປັນບໍລິເວນພຸ່ມໄມ້ ປ່າເທິງພູເຂົາ ແລະ ປ່າສະຫງວນແຫ່ງຊາດ ເຊິ່ງນັກດັບເພີງຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້

ເຮົາອາດຈະເຂົ້າໃຈວິກິດນີ້ໄດ້ຫຼາຍຂຶ້ນຫາກທຽບກັບໄຟປ່າອາເມຊອນ ທີ່ທໍາຮ້າຍພື້ນທີ່ໄປປະມານ 8 ພັນ ຕາລາງກິໂລຕາແມັດ ແລະ ໄຟປ່າແຄລິຟໍຣ໌ເນຍ (California) ເມື່ອປີ 2018 ທີ່ທໍາຮ້າຍພື້ນທີ່ປ່າໄມ້ໄປ 1 ໝື່ນ 8 ພັນ ຕາລາງກິໂລຕາແມັດ

ຫຼາຍພື້ນທີ່ຂອງທັ້ງສອງລັດປະເຊີນກັບອຸນຫະພູມສູງຈົນທໍາລາຍສະຖິຕິ ໂດຍພື້ນທີ່ສ່ວນໃຫຍ່ມີອຸນຫະພູມສູງເຖິງ 45 ອົງສາ ໃນຂະນະທີ່ກຸງແຄນເບີຣ່າ (Canberra) (ACT) ມີອຸນຫະພູມສູງທໍາລາຍສະຖິຕິເຖິງ 44 ອົງສາ ເມື່ອເວລາປະມານ 16:00 ເຊິ່ງຮ້ອນທີ່ສຸດໃນຮອບ 80 ປີ

ສະຖານະການໄຟປ່າໃນຄັ້ງນີ້ທາງການ “Australia” ຍອມຮັບວ່າເກີນການຄວບຄຸມແລ້ວ ໂດຍນາຍົກລັດຖະມົນຕີ ສະກັອດຕ໌ ມໍຣ໌ຣິສັນ (scott Morrison) ປະກາດລະດົມທະຫານເຖິງ 3,000 ຄົນ ເຂົ້າຮັບມືວິກິດຂອງທັງສອງລັດ ໃນການຄວບຄຸມໄຟລວມເຖິງການອົບພະຍົບຂອງປະຊາຊົນໃນຫຼາຍພື້ນທີ່

ຕົວເລກຜູ້ເສຍຊີວິດທັງໝົດຕອນນີ້ຢູ່ທີ່ 23 ຄົນ ຈໍານວນນີ້ 17 ຄົນ ຢູ່ໃນລັດ ນິວເຊົາທ໌ເວລສ໌ (New South Wales) ລວມເຖິງນັກດັບເພີງ 3 ຄົນ ມະຫາວິທະຍາໄລ ຊິດນີ່ (Sydney) ຄາດວ່າຕົວເລກສັດທີ່ຕາຍຈາກໄຟປ່າອາດຈະຫຼາຍຮອດ 480 – 500 ລ້ານໂຕ

ເວົ້າໄດ້ວ່າ  ໜັກໜ່ວງເຫຼືອເກີນ ສໍາລັບໄພພິບັດໃນຄັ້ງນີ້ ທີ່ປະເທດ “Australia” ກໍາລັງປະເຊີນຢູ່

ແນວໃດທາງ ຂວັນໃຈ ກໍຂໍສົ່ງແຮງໃຈໄປຊ່ວຍຄົນ “Australia” ໃຫ້ຜ່ານວິກິດຄັ້ງນີ້ໄປໄດ້ໄວໆເດີ!!!!!

ແບ່ງປັນ