Breaking News

ສາວໆຄວນຮູ້ !!! ວິທີເກັບອອມເງິນໃນແບບຂອງສາວ Office ຍຸກໃໝ່

ແບ່ງປັນ

ການເກັບອອມເງິນຂອງມະນຸດເງິນແບບເຮົານັ້ນ ບໍ່ໄດ້ງ່າຍເລີຍ ແຕ່ກໍບໍ່ແມ່ນເລື່ອງທີ່ຍາກເກີນໄປ ເພາະວ່າ ທີ່ຈິງແລ້ວຖ້າວ່າເຮົາມີການວາງແຜນການເງິນທີ່ດີ ເຮົາຈະສາມາດເກັບອອມໄດ້ຢ່າງງ່າຍດາຍ ເພາະເຮົາມີລາຍໄດ້ທີ່ແນ່ນອນນັ້ນເອງ ດັ່ງນັ້ນ, ສາວໆທັງຫຼາຍ ເຮົາມາປ່ຽນພຶດຕິກໍາການໃຊ້ເງິນ ແລະ ມີວິໄນໃນການປະຢັດເງິນກັນດີບໍ! ມື້ນີ້ ທາງຂວັນໃຈມີຄໍາແນະນໍາດີໆໃນການເກັບອອມເງິນມາຝາກສາວໆ ຮັບຮອງວ່າເທື່ອນີ້ ເຮົາຈະຫ່າງໄກຈາກຄໍາວ່າເງິນເດືອນຊົນເດືອນກັນເລີຍ

  1. ເກັບກ່ອນ ເຫຼືອເທົ່າໃດແລ້ວຈຶ່ງຄ່ອຍໃຊ້

ຫຼາຍຄົນຍັງມັກທີ່ຈະໃຊ້ເງິນກ່ອນ ເຫຼືອເທົ່າໃດຈຶ່ງຄ່ອຍອອມ ແລ້ວສຸດທ້າຍເປັນແນວໃດ ບໍ່ເຫຼືອໃຫ້ເກັບເລີຍ ເຮົາຄວນແຍກເງິນອອກເປັນສ່ວນໆ ເຮົາອາດຈະເລີ່ມຈາກການເກັບອອມລາຍໄດ້ 10-15% ຂອງທຸກເດືອນ ທີ່ເຫຼືອໃຫ້ແບ່ງອອກເປັນສ່ວນໆໃນຄ່າໃຊ້ຈ່າຍຕ່າງໆ ແຕ່ທີ່ຂາດບໍ່ໄດ້ ຄວນມີເງິນເກັບສຸກເສີນໄວ້ ເມື່ອເກີດເລື່ອງບໍ່ຂາດຄິດເຮົາຈຶ່ງຈະໝົດກັງວົນເອງ ເຊິ່ງວິທີນີ້ຈະເຮັດໃຫ້ເຮົາຈັດສັນເງິນເກັບຂອງເຮົາໄດ້ດີຂຶ້ນ

  1. ຫຼຸດຄວາມຢາກ ແລະ ຕັ້ງເປົ້າໝາຍ

ຫຼຸດການສອດສ່ອງສາຍຕາເບິ່ງຫາປ້າຍຂອງ Sale ຫຼືສ່ອງສິນຄ້າອອນລາຍ ເພາະມັນເປັນສັດຕູອັນໂຫດຮ້າຍຂອງການເກັບເງິນຂອງເຮົາ ດັ່ງນັ້ນ ຈົ່ງຢຸດ… ພຶດຕິກໍານັ້ນສາ!!!  ຫັນມາຕັ້ງເປົ້າງ່າຍໆ ເພື່ອການເກັບອອມເງິນ ເຊັ່ນ ຕັ້ງເປົ້າວ່າ ເກັບເງິນຄັ້ງນີ້ໄວ້ເພື່ອຫຍັງ ແລະ ທ້າທາຍຕົນເອງດ້ວຍເປົ້າໝາຍໄລຍະສັ້ນ ແລະ ໄລຍະຍາວຕາມລໍາດັບ

  1. ບໍ່ຕົກເປັນທາດຂອງບັດເຄຣດິດ

ການໃຊ້ບັດເຄຣດິດບໍ່ແມ່ນເລື່ອງຜິດ ແຕ່ເມື່ອໃຊ້ແລ້ວກໍຕ້ອງມີວິໄນໃນການໃຊ້ຈ່າຍ ໂດຍສະເພາະການຈ່າຍຂັ້ນຕໍ່ານັ້ນເປັນສິ່ງທີ່ບໍ່ຄວນເຮັດເປັນຢ່າງຍິ່ງ ເພາະມັນຈະເພີ່ມພູນດອກເບ້ຍໃຫ້ເຮົາ ຈົນກາຍເປັນໜີ້ກ້ອນໃຫຍ່ໄດ້ໂດຍບໍ່ຮູ້ຕົວ

  1. ປ່ຽນໂບນັດເປັນເງິນເກັບ

ການເລີ່ມຕົ້ນເກັບເງິນກ້ອນໃຫຍ່ທີ່ດີທີ່ສຸດນັ້ນ ກໍຄືການເກັບຈາກໂບນັດນັ້ນເອງ ລອງປ່ຽນຈາກແຜນທີ່ຈະເອົາໂບນັດໄປໃຊ້ຈ່າຍ ເປັນການເກັບເງິນໂບນັດ  ນອກຈາກຈະໄດ້ເງິນເກັບກ້ອນໃຫຍ່ແລ້ວ ຍັງເປັນການສ້າງກໍາລັງໃຈໃນການເກັບອອມໃຫ້ເຮົາໄດ້ຢ່າງນ່າປະຫຼາດໃຈ

  1. ຮຽນຮູ້ທີ່ຈະລົງທຶນ

ແນ່ນອນວ່າທຸກການລົງທຶນນັ້ນມີຄວາມສ່ຽງ ແຕ່ຖ້າເຮົາຮູ້ຈັກລົງທຶນ ແລະ ສຶກສາການລົງທຶນຕ່າງໆໃຫ້ດີສາກ່ອນ ຈາກຄວາມສ່ຽງກໍອາດຈະກາຍເປັນຜົນກຳໄລຢ່າງງາມໃຫ້ກັບເຮົາໄດ້ເຊັ່ນກັນ.

ຄົງຈະບໍ່ແມ່ນເລື່ອງທີ່ຍາກຈົນເກີນໄປສໍາລັບ 5 ວິທີການເກັບອອມເງິນຂອງສາວ Office ທີ່ເຮົານໍາມາຝາກ ເພາະການເກັບອອມເງິນນັ້ນ ນອກຈາກຈະເຮັດໃຫ້ເຮົາສະບາຍໃນອະນາຄົດແລ້ວ ການເກັບເງິນຍັງສາມາດຊ່ວຍໃຫ້ເຮົາມີເງິນໃຊ້ໃນຍາມຈໍາເປັນໄດ້. ເພາະສະນັ້ນ, ເຮົາມາເລີ່ມຕົ້ນເກັບເງິນກັນເນາະສາວໆ ຈັງໃດ! ຂວັນໃຈ ກໍຂໍເປັນກຳລັງໃຈໃຫ້ກັບທຸກຈຸດເລີ່ມຕົ້ນໃນການເກັບເງິນຂອງສາວໆເດີ້!!!

ແບ່ງປັນ