Breaking News

ຄືມາຄັກແທ້!!! ຝາກເງິນກັບສະຖາບັນການເງິນເອກພັດທະນາ ແຖມປະກັນຊີວິດຈາກ ບໍລິສັດ ອາລີອັນສ໌…

ແບ່ງປັນ

ເພື່ອສະໜອງປະກັນຊີວິດເງິນຝາກໃຫ້ກັບລູກຄ້າທີ່ມາຝາກເງິນກັບສະຖາບັນ  ທາງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ໄດ້ຮ່ວມມືກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລິອັນສ໌ ປະເທດ ເຢຍລະມັນ ລົງນາມເຊັນສັນຍາຮ່ວມກັນ ໃນວັນທີ 16 ມັງກອນ 2020 ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ນະຄອນຫຼວງວຽງຈັນ. ເຊິ່ງລົງນາມໂດຍທ່ານ ກີ ອາໂປວີ ຜູ້ອໍານວຍການໃຫຍ່ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການໃຫຍ່ ສະຖາບັນການເງິນຈຸລະພາກເອກພັດທະນາ.

ການຄົ້ນຄິດ ແລະ ພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ແມ່ນ ເພື່ອພັດທະນາການບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ພ້ອມທັງຕອບສະໜອງຄວາມຕ້ອງການຂອງລູກຄ້າ

ປະກັນຊີວິດເງິນຝາກນີ້ ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ

ສໍາລັບເງື່ອນໄຂ ທີ່ສະໝັກມີດັ່ງນີ້:

  • ມີບັນຊີເງິນຝາກປະຢັດກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ
  • ລູກຄ້າເລີ່ມແຕ່ ອາຍຸ 18-64 ປີ
  • ເງື່ອນໄຂສຸຂະພາບແຂງແຮງດີ
  • ສັນຍາເປັນກຸ່ມ-ແບບລາຍເດືອນ ໝັ້ນໃຈກັບການຄຸ້ມຄອງລູກຄ້າພາຍໃຕ້ເງື່ອນໄຂປະກັນຊີວິດ ກໍລະນີເສຍຊີວິດ ຕະຫຼອດ 24 ຊົ່ວໂມງ ຈາກອຸບັດຕິເຫດ ແລະ ພະຍາດ
  • ໄລຍະຍົກເວັ້ນພະຍາດຮ້າຍແຮງ 3 ເດືອນ (ມະເຮັງ, ຫົວໃຈ, ພະຍາດກ່ຽວກັບໄຂມັນ ແລະ ຫຼອດເລືອດໃນສະໝອງ)

ຮູບແບບການຄຸ້ມກັນ ໃນກໍລະນີເສຍຊີວິດ

  • ຈໍານວນເງິນຝາກປະຢັດໃນບັນຊີ 10 ລ້ານກີບ ລົງມາ ຖ້າກໍລະນີເສຍຊີວິດຍ້ອນອຸບັດຕິເຫດ ຈໍານວນເງິນຝາກທີ່ຈະໄດ້ແມ່ນຄູນ 2 ແລະ ຖ້າເສຍຊີວິດຍ້ອນພະຍາດຈະໄດ້ເທົ່າກັບຈໍານວນເງິນຝາກ
  • ຈໍານວນເງິນຝາກປະຢັດໃນບັນຊີ 10 ລ້ານກີບ ຂຶ້ນໄປ ຖ້າກໍລະນີເສຍຊີວິດຍ້ອນອຸບັດຕິເຫດ ຈໍານວນເງິນຝາກທີ່ຈະໄດ້ແມ່ນ 20 ລ້ານກີບ ແລະ ຖ້າເສຍຊີວິດຍ້ອນພະຍາດແມ່ນຈະໄດ້ຮັບເງິນປະກັນຊີວິດເພີ່ມອີກ 10 ລ້ານກີບ.
ແບ່ງປັນ