Breaking News

ຄວນອ່ານ!!! 6 ເຫດຜົນທີ່ແມ່ຍິງໃນຍຸກນີ້ຄວນເປັນ Working Women ເພາະເປັນເພດທີ່ມີລາຍຈ່າຍສູງ…

ແບ່ງປັນ

ຕາມປົກກະຕິທີ່ຮູ້ກັນທົ່ວໄປ ສັງຄົມຕ່າງກໍຄິດວ່າແມ່ຍິງເປັນເປັນເພດທີ່ອ່ອນແອກວ່າຜູ້ຊາຍ ທັງຮ່າງກາຍທີ່ບອບບາງ ແລະ ຈິດໃຈທີ່ອ່ອນໄຫວງ່າຍ ສະນັ້ນ, ໃນບາງອົງກອນ ຫຼືບາງໜ້າວຽກ ຈຶ່ງບໍ່ຢາກຮັບພິຈາລະນາແມ່ຍິງເຂົ້າເຮັດວຽກນໍາ ເພາະຄິດວ່າມີຄວາມສ່ຽງຫຼາຍກວ່າຜູ້ຊາຍ ແລະ ອາດຈະບໍ່ມີຄວາມສາມາດເຮັດໄດ້… ແຕ່ໃນປັດຈຸບັນ ແມ່ຍິງຫຼາຍຄົນກໍໄດ້ສະແດງສັກກາຍະພາບອອກມາໃຫ້ເຫັນແລ້ວວ່າ ພວກເຂົາບໍ່ແມ່ນເພດທີ່ອ່ອນແອອີກຕໍ່ໄປ ແມ່ຍິງບາງຄົນສາມາດເຮັດວຽກຫາເງິນໄດ້ຫຼາຍ ແລະ ເກັ່ງກວ່າຜູ້ຊາຍດ້ວຍຊໍ້າ ເພາະພວກນາງຕ້ອງຊອກຫາລາຍໄດ້ ເພື່ອມາຮອງຮັບລາຍຈ່າຍອັນມະຫາສານຂອງພວກນາງໄດ້ ບໍ່ວ່າຈະເປັນ…

  1. ຄ່າໃຊ້ຈ່າຍ “ເພື່ອ” ປະຈໍາເດືອນ

ເມື່ອເຂົ້າສູ່ໄວສາວ ຢ່າງໜ້ອຍໃນແຕ່ລະເດືອນ ແມ່ຍິງຕ້ອງໃຊ້ເງິນເພື່ອຊື້ຜ້າອະນາໄມໃນການຮັກສາສຸຂະອະນາໄມຕົວເອງ ບາງຄົນທີ່ມີອາການເຈັບປວດປະຈໍາເດືອນອາດຈະຕ້ອງໄດ້ຊື້ຢາແກ້ປວດທ້ອງປະຈໍາເດືອນຄວບຄູ່ກັນໄປ

  1. ຄ່າກິນ

ຖ້າເອົາຄວາມຈິງມາເວົ້າແລ້ວແມ່ຍິງກໍກິນເກັ່ງບໍ່ແພ້ຜູ້ຊາຍ ໂດຍສະເພາະອາຫານປະເພດຂອງຫວານ ຍິ່ງກິນດົນຍິ່ງເພີນ ອີກຢ່າງໜຶ່ງແມ່ຍິງເຮົາເປັນເພດທີ່ມັກແຕ່ງຢູ່ຄົວກິນຢູ່ແລ້ວ  ສະນັ້ນ, ເລື່ອງອອກຕະຫຼາດໃນການເລືອກວັດສະດຸມາແຕ່ງກິນຈື່ງຫຼີກລ່ຽງບໍ່ໄດ້.

  1. ຄ່າເຄື່ອງສໍາອາງ

ເຖິງວ່າຈະຕັດເຄື່ອງສໍາອາງແບຣນເນມອອກໄປເພື່ອຄວາມປະຢັດ ແຕ່ດ້ວຍຄວາມຮັກສວຍຮັກງາມ ຕ້ອງການເບິ່ງແຍງຕົວເອງໃຫ້ດີ ແນວໃດກໍຕ້ອງຈ່າຍຄ່າ ຄຣີມ, ໂລຊັ່ນ, ແປ້ງ, ກັນແດດ… ເພາະໂດຍທໍາມະຊາດແລ້ວແມ່ຍິງມີຜິວພັນທີ່ອ່ອນໂຍນ ບອບບາງກວ່າຜູ້ຊາຍ ຖ້າບໍ່ບໍາລຸງກໍຈະເຮັດໃຫ້ຜິວດ່າງດໍາງ່າຍ ອາດຈະມີມະເຮັງຈາກແສງ UV ທີ່ມີໃນຊີວິດປະຈໍາວັນເຂົ້າໄປນໍາ

  1. ຄ່າໃຊ້ຈ່າຍໃນການປັບ Look ໃນໂອກາດຕ່າງໆ

ສ່ວນໃຫຍ່ຜູ້ຊາຍບໍ່ຄ່ອຍມັກມີບັນຫາກັບເລື່ອງເຄື່ອງນຸ່ງໃນງານພິເສດຕ່າງໆ ແຕ່ສໍາລັບແມ່ຍິງແລ້ວຄ່ອນຂ້າງເປັນບັນຫາໃຫຍ່ ພຽງແຕ່ໜ້ອຍດຽວກໍເປັນທີ່ສັງເກດໄດ້ງ່າຍ ( ແລະ ໃນສັງຄົມການນິນທາ ແມ່ຍິງມັກຖືກເວົ້າໃຫ້ກັນເອງນີ້ແລະ) ຈະແຕ່ໜ້ອຍ ຫລືບໍ່ແຕ່ງກໍຖືກເບິ່ງວ່າບໍ່ໃຫ້ກຽດເຈົ້ນພາບ (ເຊິ່ງມັນເປັນບັນຫາຫຼາຍກວ່າການທີ່ຈະໄປສົນໃຈວ່າແຕ່ງໄປແລ້ວມີໃຜສົນໃຈ ຫຼືບໍ) ຢ່າງໜ້ອຍໃນແຕ່ລະງານ ແຕ່ລະ Look ຕ້ອງໄປຈ້າງຊ່າງແຕ່ງໜ້າ ເຮັດຜົມ ເຮັດແນວໃດກໍໄດ້ໃຫ້ອອກມາດູດີທີ່ສຸດ ຍິ່ງສັງຄົມກວ້າງຍິ່ງປະຕິເສດຍາກ

  1. ຄ່າໃຊ້ຈ່າຍເພື່ອຄວາມປອດໄພ

ປະຕິເສດວ່າເພດຍິງເປັນເພດທີ່ສ່ຽງຕໍ່ເຫດອາດຊະຍາກໍາງ່າຍກວ່າຜູ້ຊາຍ ເຖິງວ່າຈະຝຶກສິລະປະປ້ອງກັນຕົວມາເປັນຢ່າງດີກໍຍັງສູ້ແຮງຜູ້ຊາຍໄດ້ຍາກ ການເດີນທາງ ຫຼືການພັກອາໄສຕາມທີ່ຕ່າງໆ ຖ້າເປັນໄປເພື່ອຄວາມປອດໄພຫຼາຍທີ່ສຸດ ເພື່ອຊື້ລະບົບ Safety ໄວ້ອຸ່ນໃຈ ພວກເຂົາຈະຊື້ມາໃຊ້ເຖິງຈະແພງປານໃດກໍຕາມ

  1. ຄ່າໃຊ້ຈ່າຍດ້ານສຸຂະພາບ

ນອກຈາກ ການບໍາລຸງຮັກສາສຸຂະພາບໃຫ້ດູດີແລ້ວ ແມ່ຍິງຍັງຕ້ອງເອົາເງິນສ່ວນໜຶ່ງໄວ້ສໍາລັບສຸຂະພາບໃນອະນາຄົດອີກດ້ວຍ ເຊັ່ນ ຄ່າຝາກທ້ອງ, ເກີດລູກ, ລ້ຽງລູກ (ບາງຄົນເລືອກທີ່ຈະເປັນ Single mom ເມື່ອໄດ້ແຍກທາງກັບສາມີຂອງຕົນ) ຄ່າຮັກສາມະເຮັງເຕົ້ານົມ, ຄ່າຮັກສາມະເຮັງປາກມົດລູກ (ເປັນພະຍາດຮ້າຍແຮງທີ່ແມ່ຍິງບໍ່ທັນມີລູກມີໂອກາດສ່ຽງຫຼາຍ), ຄ່າຮັກສາໂລກຕິດຕໍ່ທີ່ເກີດຈາກເພດສໍາພັນ (ແມ່ຍິງຮັກສາຍາກກວ່າຜູ້ຊາຍ ເພາະເຊື້ອໂລກຝັງເລິກກວ່າຜູ້ຊາຍ) ຕະຫຼອດຈົນຮັກສາໂລກໄພໄຂ້ເຈັບຕ່າງໆ ໃນກໍລະນີທີ່ຕັ້ງໃຈແລ້ວວ່າຈະເປັນຜູ້ທີ່ Strong ບໍ່ເພິ່ງພາໃຜໄປຕະຫຼອດຊີວິດ

ສາວໆຮູ້ແລ້ວວ່າ ການເປັນ Working Women ບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍບໍ່ແມ່ນເລື່ອງທີ່ຍາກເກີນໄປສໍາລັບແມ່ຍິງຄືເຮົາໆ ແຕ່ທີ່ສໍາຄັນ ຢາກຝາກເຖິງສາວໆວ່າ ກ່ອນທີ່ຈະເປັນ Working Women ຢ່າງສົມບູນນັ້ນ ກໍຕ້ອງບໍ່ລືມເບິ່ງແຍງຕົນເອງພ້ອມ ເພາະເຖິງວ່າຈະເກັ່ງສໍ່າໃດ ແຕ່ຖ້າຮ່າງກາຍບໍ່ແຂງແຮງກໍບໍ່ມີປະໂຫຍດ…

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ