Breaking News

ສ່ອງ! Fashion ຊຸດກີ່ເພົ້າ ຂອງຄົນດັງວົງການບັນເທິງລາວ ຕ້ອນຮັບວັນກຸດຈີນ…

ແບ່ງປັນ

“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ”  ໄລຍະນີ້ກໍໃກ້ຈະຮອດເທສະການກຸດຈີນ ກັນແລ້ວ ເຊິ່ງເປັນເທສະການໜຶ່ງທີ່ສໍາຄັນທີ່ສຸດຂອງຄົນຈີນເພາະຖືໄດ້ວ່າເປັນວັນຂຶ້ນປີໃໝ່ຂອງຈີນ. ສໍາລັບຄົນລາວທີ່ເປັນເຊື້ອສາຍຈີນ ຫລືຄົນຈີນທີ່ອາໄສຢູ່ລາວກໍກຽມພາກັນສະເຫຼີມສະຫຼອງກຸດຈີນຢ່າງຄຶກຄື້ນບໍ່ໜ້ອຍໜ້າກວ່າປະເທດອື່ນແນ່ນອນ.  ເວົ້າຮອດກຸດຈີນກັນແລ້ວ ເລື່ອງ ຄອສສະຕູມ ເສື້ອຜ້າໜ້າຜົມກໍເປັນອີກໜຶ່ງຈຸດເດັ່ນທີ່ຈະໄດ້ເຫັນການໃນເທສະການນີ້ ງາມລໍ້ານໍາເທຣນ Fashion ຕ້ອງຍົກໃຫ້ຄົນດັງວົງການບັນເທິງລາວເລີຍໂດຍສະເພາະບັນດາ ນາງງາມ, ນາງແບບ, ດາລາ, ເນັດໄອດໍຄົນດັງ ທີ່ພາກັນ ນຸ່ງຊຸດກີ່ເພົ້າຖ່າຍແບບ  ເອີ້ນໄດ້ວ່າເປະປັງຕ້ອນຮັບປີໃໝ່ກຸດຈີນກັນເລີຍ ງານນີ້ຈະໝວຍ ຫຼືບໍ່ໝວຍນັ້ນ  ຂວັນໃຈຊິພາໄປສ່ອງເບິ່ງນໍາກັນ!!!

ເລີ່ມຈາກ ນາງເອກເບີ 1 ຂອງລາວ ລູກນໍ້າ ທິດາລັດ

     

ນາງແບບສຸດໝັ້ນແຫ່ງວົງການ… ຕຸກ The Wow

  

ນາງແບບ – ເນັດໄອດໍຄົນດັງ ແກ້ວຕາ ພອນປະເສີດ

   

ເມ ເນລະມິດ Miss World LAOS 2019

 

ໝີພູ ພີຣັນຢາ  Miss GLOBAL LAOS 2018 , Miss Tourism Universe LAOS 2018

  

ເຈນນີ່ ມະໄລລັກ Miss Grand LAOS 2019

ມີມີ່ ພູນຊັບ Miss international LAOS 2017

 

ຂອບໃຈຮູບພາບ

 

ແບ່ງປັນ