Breaking News

ຄົນທີ່ຈະເປັນ Freelance ຄວນຮູ້!! 6 ຂໍ້ດີ ແລະ 6 ຂໍ້ເສຍຂອງການເປັນ Freelance…

ແບ່ງປັນ

ຕ້ອງຍອມຮັບວ່າ ໃນປັດຈຸບັນມີຄົນທີ່ມີຄວາມສາມາດຫລາຍຂຶ້ນທຸກມື້ ຄົນໜຶ່ງຄົນສາມາດເຮັດວຽກໄດ້ຫຼາຍກວ່າ 1 ວຽກ ປະກອບກັບໂລກເຮົາໄດ້ມີການພັດທະນາຂຶ້ນ ແລະ ກ້າວສູ່ຄວາມເປັນທຶນນິຍົມຢ່າງເຕັມຕົວແລ້ວ ຄົນໄວເຮັດວຽກສ່ວນຫຼາຍຈື່ງມີຄວາມຕ້ອງການ Make Money  ຫາເງິນ ສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້

ບາງຄົນຕ້ອງການເຮັດວຽກເປັນ “Freelance” ເພື່ອເຕີມເຕັມຄວາມຮູ້ສຶກບາງຢ່າງທີ່ຂາດຫາຍໄປຈາກວຽກປະຈໍາ ຫຼືການຝຶກທັກສະ  ແຕ່ບໍ່ແມ່ນໄດ້ໃຊ້ກັບວຽກປະຈໍາຕະຫຼອດ  ແຕ່ອາຊີບ “Freelance” ນັ້ນ ຕ້ອງມີທັງຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວຂອງມັນເອງຢູ່ແລ້ວ ສະນັ້ນ, ມື້ນີ້ຂວັນໃຈຈະຂໍນໍາສະເໜີ ຂໍ້ດີ ແລະ ຂໍ້ເສຍ ຂອງການເຮັດວຽກເປັນ “Freelance” ເພື່ອຕ້ອງການໃຫ້ຜູ້ທີ່ກຳລັງຫາໂອກາດສ້າງລາຍໄດ້ຈາກອາຊີບນີ້ລວມໄປເຖິງຄົນທີ່ກຳລັງເຮັດ “Freelance” ນໍາຂໍ້ມູນໄປປັບໃຊ້ໃຫ້ເກີດປະໂຫຍດ ເຮົາມາເບິ່ງນໍາກັນເລີຍ!!!

ຂໍ້ດີຂອງການເຮັດອາຊີບ “Freelance” 

1. ມີເວລາ

ສາມາດເລືອກໄດ້ວ່າຈະເຮັດວຽກໃນເວລາໃດ ເປີດ-ປິດຮ້ານຂອງຕົນເອເວລາໃດ ບໍ່ມີໃຜບັງຄັບ ຖ້າຮູ້ສຶກບໍ່ສະບາຍກໍສາມາດພັດຜ່ອນໄດ້ ຕ່າງຈາກມະນຸດເງິນເດືອນ ທີ່ຄ່ອນຂ້າງເຄັ່ງຄັດກັບເວລາເຂົ້າວຽກ-ເລິກວຽກ ທັງນີ້ຍັງຕ້ອງມີເຫດຜົນທີ່ພຽງພໍຕໍ່ການຂໍພັກວຽກນໍາອີກ

2. ປ່ຽນບັນຍາກາດຂອງການເຮັດວຽກໄດ້ຕາມໃຈມັກ

ຈະເຮັດວຽກຢູ່ສະຖານທີ່ໃດກໍໄດ້ ອາຊີບ “Freelance” ມີສິດກຳນົດສະຖານທີ່ເອງ ເພື່ອໃຫ້ຕົນເອງເຮັດວຽກໄດ້ຢ່າງສະບາຍໃຈ ຕ່າງຈາກມະນຸດເງິນເດືອນທີ່ຢູ່ແຕ່ບ່ອນເກົ່າ

3. ມີສິດໃຊ້ຄວາມຄິດໄດ້ເຕັມທີ່ກັບວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນ

ບໍ່ວ່າຈະເປັນການເຮັດເຂົ້າໜົມ, ຮັບຈ້າງອອກແບບໂລໂກ້, ແຕ້ມຮູບ… ເຮົາສາມາດລົງລາຍລະອຽດ ປັບແຕ່ງເຕັມທີ່ເພື່ອເອົາໃຈລູກຄ້າ ຕ່າງຈາກມະນຸດເງິນເດືອນທີ່ສ່ວນໃຫຍ່ຮັບຟັງຄໍາສັ່ງຂອງຫົວໜ້າເປັນຫຼັກ ມີສິດສະແດງຄວາມຄິດເຫັນໄດ້ໜ້ອຍ

4. ແຕ່ງຕົວໄດ້ແບບ “Free Style”

ເປັນ “Freelance”  ຈະໃສ່ຊຸດໃດກໍໄດ້ຂໍໃຫ້ເຮັດວຽກໄດ້ສະບາຍກໍພໍ

5. ບໍ່ຕ້ອງຫງຸດຫງິດໃນກໍລະນີເຄື່ອງຂອງທີ່ໃຊ້ເສຍຫາຍ

ໃນການເຮັດວຽກແບບນີ້ ເຄື່ອງໃຊ້ຂອງເຮົາທີ່ວາງໄວ້ບ່ອນໃດ ເຮົາກໍບໍ່ຕ້ອງມາກັງວົນວ່າໃຜຈະຈັບເອົາໄປ ຈະເອົາໄວ້ບ່ອນໃດກໍບໍ່ຄາດສາຍຕາເຮົາ

6. ບໍ່ໄດ້ເສຍອາລົມຈາກເຈົ້ານາຍ ຫຼືເພື່ອນຮ່ວມງານ

ບໍ່ໄດ້ກັງວົນວ່າຈະຖືກນິນທາວ່າຮ້າຍ ຫຼືຖືກກ່າວຫາແບບບໍ່ມີເຫດຜົນຈາກເຈົ້ານາຍ ຫຼືເພື່ອນຮ່ວມງານ ຄວາມສໍາພັນລະຫວ່າງຄົນທີ່ເຮັດອາຊີບ “Freelance” ກັບລູກຄ້າ ເປັນພຽງແຕ່ວຽກທີ່ພົບກັນຊົ່ວຄາວ ແລະ ເບິ່ງເນື້ອໃນວຽກເປັນຫຼັກ ເມື່ອວຽກສໍາເລັດ ຄວາມສໍາພັນກໍຈົບ

ຂໍ້ເສຍຂອງການເປັນ “Freelance” 

1. ອິດສະຫຼະພາບຕ້ອງມາພ້ອມກັບຄວາມຮັບຜິດຊອບ

ການເລີ່ມຕົ້ນເຮັດວຽກເປັນ “Freelance”  ຈະເຮັດໃຫ້ເຈົ້າຮູ້ສຶກໂລ່ງໃຈ ແລະ ລ່າເລິງ ຫຼັງຈາກທີ່ເຈົ້າໄດ້ອອກຈາກບ່ອນເຮັດວຽກເກົ່າ  ຄວາມຮູ້ສຶກຕາມມາຈະກະຕຸ້ນໃຫ້ເຈົ້າຖາມຕົນເອງວ່າເຮົາຕ້ອງລົງມືເຮັດຫຍັງຈັກຢ່າງແລ້ວເພື່ອໃຫ້ຊີວິດທີ່ເປັນຢູ່ຕອນນີ້ດີຂຶ້ນກວ່າເກົ່າ ແລະ ເປັນໄປໄດ້ດ້ວຍດີ ການເປັນ  “Freelance”  ອາດຈະເບິ່ງວ່າງ່າຍ ແຕ່ຖ້າເຈົ້າບໍ່ຕັ້ງໃຈເຮັດຢ່າງຈິງຈັງ ມັນອາດຈະສົ່ງຜົນເສຍໃຫ້ເຈົ້າໄດ້.  ຈະຕ້ອງເປັນຜູ້ແກ້ໄຂທຸກບັນຫາທີ່ເຈົ້າພົບພໍ້ໃນເສັ້ນທາງການເປັນ “Freelance”ດ້ວຍຕົນເອງພຽງຄົນດຽວ

2. ການເປັນ “Freelance” ຄື“Life Style” ຂອງເຈົ້າ

ເນື່ອງຈາກການເປັນ “Freelance”ຕ້ອງຜູກພັນຢູ່ກັບຊີວິດໃນເຮືອນຂອງເຈົ້າ ບາງເທື່ອອາດຈະຮູ້ສຶກວ່າບໍ່ໄດ້ອອກໄປໃສ ເມື່ອເຮັດວຽກຢູ່ບ້ານ ເຈົ້າບໍ່ໄດ້ໃຊ້ເຮືອນເປັນພຽງພື້ນທີ່ສ່ວນຕົວເທົ່ານັ້ນ ແຕ່ຍັງໃຊ້ເປັນຫ້ອງການອີກດ້ວຍ ເຊິ່ງສິ່ງນີ້ອາດຈະກໍ່ໃຫ້ເກີດພຶດຕິກຳທີ່ບໍ່ດີໄດ້ ເຈົ້າອາດຈະຄຸ້ນເຄີຍຢູ່ກັບການເຮັດວຽກໃນເວລາທີ່ເດິກເນື່ອງຈາກຫ້ອງການຫ່າງພຽງແຕ່ກ້າວດຽວຂອງເຈົ້າ ນອກຈາກນີ້ຍັງມີຂໍ້ເສຍອື່ນໆອີກເຊັ່ນ: ຖືກລົບກວນ ໂດຍສະເພາະຄົນໃນບ້ານ ສາມາດຂັດຈັງຫວະການເຮັດວຽກຂອງເຈົ້າໄດ້

3. ບໍ່ມີຄວາມໝັ້ນຄົງ

ວຽກບາງວຽກຂອງອາຊີບນີ້ກໍຂຶ້ນກັບແຕ່ລະໄລຍະ, ເທສະການບາງຊ່ວງກໍອາດຈະຮັບເກືອບບໍ່ທັນ, ບາງເວລາກໍອາດຈະມີໜ້ອຍ ຖ້າຈະເອົາອາຊີບນີ້ເປັນຫຼັກ ຄວນມີປະຕິທິນວາງແຜນໄວ້ເປັນຄູ່ມືການເຮັດວຽກສ່ວນຕົວ

4. ຕ້ອງມີຄວາມດຸໝັ່ນ ແລະ ອົດທົນ

ອາຊີບອິດສະຫຼະເປັນອາຊີບທີ່ໃຊ້ແຮງກາຍ ແລະ ສະໝອງຄ່ອນຂ້າງຫຼາຍ ລູກຄ້າຈະຈ່້າງເຮົາ ຫຼືບໍ່ຈ້າງກໍຂຶ້ນຢູ່ກັບກັບວ່າເຮົາມີຜົນງານມາຫຼາຍປານໃດແລ້ວ ມີປະສົບການມາແຕ່ໃສ ເມື່ອມີເວລາວ່າງ ເຮົາກໍຍັງຕ້ອງຮຽນຮູ້ຢູ່ຕະຫຼອດເວລາ ເພື່ອພັດທະນາຕົນເອງຢູ່ຕະຫຼອດ

5.  ເພື່ອຮັກສາເຄຣດິດຕ້ອງໃຊ້  Service Mind ສູງ

ມະນຸດເງິນເດືອນສ່ວນຫຼາຍກໍພຽງແຕ່ເຮັດຕາມຄໍາສັ່ງໄປເປັນມື້ໆ ແຕ່ເຮັດວຽກອິດສະຫຼະຕ້ອງຮັບມືກັບລູກຄ້າຢູ່ສະເໝີ ເຮັດແນວໃດກໍໄດ້ເພື່ອໃຫ້ລູກຄ້າປະທັບໃຈທີ່ສຸດ ເຖິງລູກຄ້າຈະເປັນແນວໃດກໍຕາມ ເຮົາຕ້ອງຮັບມືໃຫ້ໄດ້

6. ຕ້ອງພະຍາຍາມຢ່າປ່ວຍໜັກ

ການຮັກສາສຸຂະພາບເປັນສິ່ງສໍາຄັນຫຼາຍ ເພາະປະກັນໄພບໍ່ຄຸ້ມຄອງບາງອາຊີບ ຫຼືບາງກຸ່ມຄົນ ສະນັ້ນເປັນ “Freelance”ຕ້ອງເກັບເງິນເພື່ອສຸຂະພາບ ໃຊ້ຈ່າຍໄວ້ຍາມສຸກເສີນ ຫຼືອຸບັດຕິເຫດຕ່າງໆເພາະຕ້ອງຈ່າຍເງິນດ້ວຍຕົນເອງ

ທັ້ງໝົດນີ້ເປັນ 6 ຂໍ້ດີ 6 ຂໍ້ເສຍ ຂອງການເຮັດວຽກເປັນ “Freelance”ຜູ້ທີ່ຢາກມີລາຍໄດ້ເສີມ ຫຼືຢາກອອກຈາກເຮັດປະຈໍາ ເພື່ອເປັນໄປ “Freelance”  ຕ້ອງພິຈາລະນາ ແລະ ຕັດສິນໃຈໃຫ້ດີກ່ອນ ວິເຄາະເຖິງຄວາມຄຸ້ມຄ່າກັບຕົນເອງໃຫ້ຫຼາຍທີ່ສຸດ.

ແບ່ງປັນ