Breaking News

ມາທໍາຄວາມຮູ້ຈັກກັບ Coronavirus ຫລື ໄວຣັສອູ່ຮັ່ນ

ແບ່ງປັນ

ນາທີນີ້ໂລກລະບາດທີ່ກຳລັງມາແຮງທີ່ສຸດຄົງໜີບໍ່ພົ້ນກັບ ພະຍາດ ໄວຣັສ ອູ່ຮັ່ນ ທີ່ກຳລັງລະບາດອອກໄປພື້ນທີ່ຕ່າງໆຂອງໂລກເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍນັບມື້ນັບເພີ່ມຂຶ້ນ

ສະນັ້ນ ສິ່ງທີ່ຄວນຮູ້ກ່ຽວກັບ Coronavirus ຫຼື ໄວຣັສອູ່ຮັ່ນ (ໄວຣັສ  )ມີດັ່ງນີ້ :
– ໄວຣັດສສາຍພັນໃໝ່ ພົບເຫັນຄັ້ງທໍາອິດຢູ່ເມືອງອູ່ຮັ່ນປະເທດຈີນ
– ຕິດຕໍ່ຜ່ານຄົນສູ່ຄົນໄດ້
– ເຮັດໃຫ້ປອດອັກເສບເຖິງຂັ້ນເສຍຊີວິດໄດ້
– ການໃສ່ໜ້າກາກອະນາໄມ N95 ອາດບໍ່ໄດ້ຊ່ວຍອີ່ຫຍັງຫຼາຍເພາະຂະໜາດຂອງໄວຣັດສມີຂະໜາດນ້ອຍຫຼາຍ ນ້ອຍກວ່າຮູກອງອີກ ໄວຣັດສມີຂະໜາດນ້ອຍປະມານ 0.06-0.22 micron


ປັດຈຸບັນປະເທດທີ່ກວດພົບມີຄວນປ່ວຍເປັນໂລກນີ້ມີຄື:
1. ປະເທດຈີນ 219 ຄົນ ປະຈຸບັນອາດຫຼາຍກວ່ານີ້ແລ້ວ
2. ປະເທດໄທ 2 ຄົນ ປະຈຸບັນ ຫຼືຫຼາຍກວ່ານີ້
3. ປະເທດໄຕ້ຫວັນ 1 ຄົນ
4. ປະເທດເກົາຫຼີໃຕ້ 1 ຄົນ
5. ປະເທດຍີ່ປຸ່ນ 1 ຄົນ
6. ປະເທດອ໋ອດສເຕເລຍ ຜູ້ຕ້ອງສົງໄສປ່ວຍ 1 ຄົນ

ຈັງໃດກໍຂໍໃຫ້ທຸກຄົນມີຮັກສາສຸຂະພາບກັນແດ່ເດີ!!!

ຂອບໃຈຂໍ້ມູນ: Talk To Teen – ໄວລຸ້ນລາວ

ແບ່ງປັນ