Breaking News

ການທີ່ເຮັດວຽກຫຼາຍກວ່າຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮັດວຽກໄດ້ຢ່າງມີປະສິດທິພາບ… ມາເບິ່ງວິທີເພີ່ມປະສິດທິພາບໃນການເຮັດວຽກ!!!

ແບ່ງປັນ

ເຄີຍສັງເກດບໍ່ວ່າ ເຖິງວ່າຄົນເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ໝາກຜົນທີ່ແຕ່ລະຄົນບັນລຸໄດ້ກໍບໍ່ໄດ້ເທົ່າກັນໝົດທຸກຄົນ. ໜຶ່ງໃນຕົວປ່ຽນສຳຄັນ ທີ່ເຮັດໃຫ້ຄວາມສຳເລັດຂອງແຕ່ລະຄົນແຕກຕ່າງກັນແມ່ນ ປະສິດທິພາບໃນການເຮັດວຽກ ຂຶ້ນກັບວ່າແຕ່ລະຄົນຈະສາມາດບໍລິຫານຈັດການເວລາທີ່ມີຢູ່ ໃຫ້ເກີດປະໂຫຍດສູງສຸດ ໄດ້ດີພຽງໃດ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳເອົາບາງເຕັກນິກການເພີ່ມປະສິດທິພາບໃນການເຮັດວຽກມາແບ່ງປັນນຳທ່ານຜູ້ອ່ານ ນັ້ນກໍຄື ການຈັດລຳດັບຄວາມສຳຄັນ ແລະ ການແບ່ງວຽກ.

ການຈັດລຳດັບຄວາມສຳຄັນ: ວິທີການຈັດລຳດັບຄວາມສຳຄັນຂອງວຽກນັ້ນມີຫຼາຍແບບ ແຕ່ແບບຈຳລອງ (Model) ທີ່ນິຍົມໃຊ້ຄື Eisenhower Matrix ຊຶ່ງເປັນການແບ່ງວຽກອອກເປັນ 4 ກຸ່ມ ຕາມລຳດັບ ຄວາມສຳ ຄັນ ແລະ ຄວາມຮີບດ່ວນຂອງວຽກ ດັ່ງພາບ:

  1. ການເລີ່ມເຮັດວຽກໃນມື້ນີ້ເລີຍ (Do It Today): ເປັນວຽກທີ່ສຳຄັນ ແລະ ຮີບດ່ວນ ທີ່ທ່ານຈຳເປັນຕ້ອງ ເຮັດໃຫ້ແລ້ວທັນທີ ເຊັ່ນ ການເຮັດລາຍງານສົ່ງມອບພາສີອາກອນໃນມື້ຮອດກຳນົດສົ່ງ, ການຮັບມືກັບລູກຄ້າຄົນສຳຄັນທີ່ກຳລັງບໍ່ພໍໃຈຢ່າງແຮງ, ການນຳສະເໜີຜະລິດຕະພັນໃຫ້ແກ່ລູກຄ້າສຳຄັນ, ການເຮັດວຽກ ທີ່ໄດ້ຮັບມອບໝາຍຈາກຫົວໜ້າໃຫ້ສຳເລັດພາຍໃນມື້ ເປັນຕົ້ນ.
  2. ການວາງແຜນຈັດຕາຕາລາງເວລາເຮັດວຽກ (Schedule): ເປັນວຽກທີ່ສຳຄັນ ແຕ່ບໍ່ຮີບດ່ວນ ຊຶ່ງບໍ່ຈຳ ເປັນຕ້ອງເຮັດທັນທີ ຫຼື ສາມາດເຮັດນຳຫຼັງກໍໄດ້ ເຊັ່ນ ການສ້າງເຄືອຂ່າຍທຸລະກິດ, ການປັບຍຸດທະສາດ ຂອງອົງກອນ, ການສຶກສາຄູ່ແຂ່ງ, ການພັດທະນາຄວາມອາດສາມາດໃນການເຮັດວຽກຂອງຕົນເອງ ເປັນຕົ້ນ. ການຈັດວາງເວລາທີ່ແນ່ນອນໃນການເຮັດວຽກເຫຼົ່ານີ້ ຈະຊ່ວຍໃຫ້ທ່ານບໍ່ລືມທີ່ຈະເຮັດວຽກດັ່ງກ່າວ ໃຫ້ສຳເລັດຕາມເວລາທີ່ວາງໄວ້.
  3. ການມອບວຽກ (Delegate): ເປັນວຽກທີ່ຮີບດ່ວນ ແຕ່ບໍ່ສຳຄັນ ຊຶ່ງທ່ານອາດມອບວຽກນີ້ໃຫ້ຄົນອື່ນເຮັດ ເຊັ່ນ ວຽກຈອງປີ້ຢົນ ແລະ ບ່ອນພັກ, ການຕອບອີເມລທີ່ຄວາມສຳຄັນຮອງລົງມາ, ການຈ່າຍບິນຄ່າໃຊ້ ຈ່າຍຕ່າງໆ ເປັນຕົ້ນ. ບາງເທື່ອມັນອາດຈະຍາກໃນການລະບຸວ່າວຽກໃດສຳຄັນ ເຊັ່ນ ບາງທ່ານອາດຈະ ມີຂໍ້ໂຕ້ແຍ້ງວ່າ ການຈອງປີ້ຍົນແມ່ນສຳຄັນ ແລະ ຮີບດ່ວນ ເພາະວ່າ ຖ້າບໍ່ເຮັດວຽກນີ້ໃຫ້ແລ້ວ ທ່ານອາດຈະພາດໂອກາດສຳຄັນໃນການເຊັນສັນຍາ ກັບລູກຄ້າຄົນສຳຄັນກໍເປັນໄດ້.
  4. ການຕັດວຽກອອກ (Eliminate): ເປັນວຽກທີ່ບໍ່ມີຄວາມສຳຄັນ ແລະ ບໍ່ຮີບດ່ວນ ຊຶ່ງເປັນສິ່ງທີ່ເຮັດໃຫ້ ທ່ານເສຍເວລາ ທ່ານຕ້ອງຕັດວຽກນີ້ອອກ ເຊັ່ນ ການອ່ານຂ່າວນຳເວັບໄຊຕ່າງໆ, ອ່ານຂໍ້ມູນໃນອິນເຕີ ເນັດແບບບໍ່ມີຈຸດໝາຍ, ນິນທາເລື່ອງຄົນອື່ນນຳເພື່ອນຮ່ວມງານ, ແລະອື່ນໆ. ເຖິງວ່າກິດຈະກຳເຫຼົ່ານີ້ຈະບໍ່ຈຳເປັນ ແຕ່ທ່ານກໍອາດບໍ່ຢາກຕັດອອກໄປເລີຍ ເພາະເຫັນວ່າຍັງມີປະໂຫຍດຢູ່ ເຊັ່ນ ການອ່ານຂ່າວນຳເວັບໄຊຕ່າງໆ, ທ່ານສາມາດປັບພຶດຕິກຳຂອງທ່ານດ້ວຍການຈັດສັນເວລາທີ່ແນ່ນອນໃນການອ່ານດີກວ່າ ການຊອກອ່ານເວລາໃດກໍຕາມທີ່ຄິດອອກໃນລະຫວ່າງວັນ ເພາະຈະຊ່ວຍໃຫ້ທ່ານມີສະມາທິ ໃນການເຮັດວຽກຫຼາຍຂຶ້ນ ເຊັ່ນ ຈັດສັນເວລາຫຼັງອາຫານທ່ຽງປະມານ 20 ນາທີໃນການອ່ານຂ່າວ.

ການແບ່ງວຽກ: ເມື່ອຈັດລຳດັບຄວາມສຳຄັນໄດ້ແລ້ວ ສິ່ງຕໍ່ໄປຄື ການແບ່ງວຽກ ແລະ ຈັດວຽກເຂົ້າໃນຕາຕາລາງ ເວລາຂອງທ່ານ ເພື່ອຊ່ວຍໃຫ້ທ່ານຮູ້ວ່າ ທ່ານຕ້ອງເຮັດຫຍັງແດ່ ເຮັດເມື່ອໃດ ແລະ ຈະໃຊ້ພະລັງງານເທົ່າໃດ ໃຫ້ໄດ້ວຽກທີ່ມີຄຸນນະພາບ ດ້ວຍການແບ່ງວຽກຍ່ອຍ ແລະ ແບ່ງເວລາສຳລັບແຕ່ລະວຽກຍ່ອຍ.

  • ການແບ່ງວຽກອອກເປັນໜ້າວຽກຍ່ອຍ: ຈະຊ່ວຍໃຫ້ທ່ານສາມາດຕິດຕາມ ແລະ ເຫັນຄວາມຄືບໜ້າຂອງ ວຽກໄດ້ດີຂຶ້ນ ພ້ອມທັງເຮັດໃຫ້ທ່ານມີກຳລັງໃຈໃນການເຮັດວຽກຕໍ່ໄປ ເມື່ອທ່ານເຫັນວ່າ ວຽກຍ່ອຍຫຼາຍໆວຽກ ເລີ່ມທະຍອຍສຳເລັດໄປເທື່ອລະອັນແລ້ວ.
  • ແບ່ງເວລາສຳລັບແຕ່ລະວຽກ: ເມື່ອແບ່ງວຽກອອກເປັນໜ້າວຽກຍ່ອຍແລ້ວ ທ່ານຄວນຈັດສັນເວລາໃຫ້ ເໝາະສົມ, ການເລືອກໃຊ້ໄລຍະເວລາທີ່ເໝາະສົມ ກັບແຕ່ລະໜ້າວຽກຍ່ອຍເປັນສິ່ງສຳຄັນ ເພາະຄົນເຮົາຈະມີເວລາໃດໜຶ່ງທີ່ສະໝອງເຮັດວຽກໄດ້ດີທີ່ສຸດບໍ່ຄືກັນ ທ່ານອາດຈະເລືອກໃຊ້ເວລານີ້ເຮັດວຽກທີ່ສຳຄັນກວ່າກ່ອນ ຈາກນັ້ນຈຶ່ງເຮັດວຽກທີ່ສຳຄັນຮອງລົງມາ ເພື່ອເຮັດໃຫ້ວຽກອອກມາມີຄຸນນະພາບ ໂດຍບໍ່ເສຍພະລັງງານຫຼາຍເກີນໄປ ກັບວຽກຍ່ອຍທີ່ສຳຄັນໜ້ອຍກວ່າ. ການຈັດສັນແບ່ງເວລາໃຫ້ແຕ່ລະວຽກ ຈະຊ່ວຍໃຫ້ທ່ານບໍ່ຕ້ອງເສຍເວລາໃນການຄິດອີກວ່າ ວຽກໃດສຳເລັດແລ້ວ ແລະ ຈະເຮັດຫຍັງຕໍ່ໄປ. ສິ່ງສຳຄັນທີ່ສຸດ ຄື ມີວິໄນໃນການປະຕິບັດຕາມແຜນ ບໍ່ເລື່ອນວຽກໄປໜ້າເລື້ອຍໆ ເພາະຖ້າທ່ານເລື່ອນວຽກໜຶ່ງແລ້ວ ວຽກອື່ນກໍຈະໄດ້ຮັບຜົນກະທົບ. ນອກນັ້ນ ການຈັດຕາຕະລາງຄວນມີຊ່ອງຫວ່າງເວລາທີ່ຫຼາຍພຽງພໍສຳລັບວຽກດ່ວນທີ່ອາດເຂົ້າມາແບບບໍ່ໄດ້ຕັ້ງຕົວ.

ສຸດທ້າຍນີ້ ຜູ້ຂຽນຂໍຝາກໄວ້ວ່າ ເຕັກນິກການເພີ່ມປະສິດທິພາບ ດ້ວຍການຈັດລຽງຄວາມສຳຄັນ ແລະ ການແບ່ງວຽກທີ່ໄດ້ນຳສະເໜີໄປນັ້ນ ເປັນພຽງຫຼັກປະຕິບັດທີ່ໃຊ້ໄດ້ຜົນກັບຄົນທົ່ວໄປ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະໃຊ້ໄດ້ຜົນກັບທຸກຄົນ, ສະນັ້ນ ການທົດລອງນຳເອົາປະຕິບັດ ແລະ ປັບໃຊ້ໃຫ້ເໝາະສົມກັບຕົວທ່ານເອງ ຈະກໍ່ໃຫ້ເກີດ ໝາກຜົນດີທີ່ສຸດ.

ທີ່ມາ: ວາລະສານ ທາເກັດ

ແບ່ງປັນ