Breaking News

ຊົມເຊີຍ!!! ໜຸ່ມລາວຄວ້າລາງວັນ ຮອງອັນດັບ 1 ຈາກເວທີປະກວດຊາຍງາມ ເທບພະບຸດນາຄາ ທີ່ປະເທດໄທ…

ແບ່ງປັນ

ໄລຍະນີ້ ຮູ້ສຶກວ່າຈະມີແຕ່ຂ່າວຄາວທີ່ໜ້າຢ້ານກົວຫຼາຍພໍສົມຄວນ ບໍ່ວ່າຈະເປັນຂ່າວ ພະຍາດລະບາດ ທີ່ຍາມໄດ້ກໍມີແຕ່ແຈ້ງການມາວ່າ ມີຜູ້ຕິດເຊື້ອເພີ່ມຂຶ້ນ ຫຼືຄົນຕາຍເພີ່ມອີກ ຫຼືວ່າຂ່າວເລື່ອງຄວາມຕຶງຄຽດກ່ຽວກັບຂໍ້ຄັດແຍ່ງລະຫວ່າງ ອາເມຣິກາ ແລະ ອີລ່ານ ຫຼືແມ່ນແຕ່ຂ່າວເລື່ອງ ຝຸ່ນ PM 2.5 ທີ່ກໍາລັງແຜ່ກະຈາຍໄປທົ່ວໂລກ… ຈັ່ງແມ່ນເປັນຕາເມື່ອຍໃຈນໍາ!!! ແຕ່ມື້ນີ້ ນອກຈາກຂ່າວເປັນຕາຢ້ານເຫຼົ່ານັ້ນແລ້ວ ແອັດມິ້ນກໍຍັງມີຂ່າວຄາວດີໆ ທີ່ເປັນຕາອ່ານ, ເປັນຕາເບິ່ງ, ເປັນຕາໜ້າຍິນດີມາໃຫ້ແຟນໆຊາວລາວເຮົາໄດ້ດີໃຈນໍາຢູ່…

ເຊິ່ງຂ່າວດີມື້ນີ້ກໍຄື ຂ່າວຄວາມສໍາເລັດຂອງຊາວໜຸ່ມລາວອີກກ້າວໜຶ່ງ ເມື່ອໜຸ່ມ ໄຊ ພອນໄຊ ແກ້ວວົງກົດ ທີ່ໄດ້ເດີນທາງໄປປະກວດ ເວທີປະກວດຊາຍງາມ ເທບພະບຸດນາຄາ ປີທີ3 ທີຄຳຊະໂນດ ຈັງຫວັດອຸດອນ ປະເທດໄທ ທີ່ຈັດຂຶ້ນລະຫວ່າງວັນທີ 25-26 ມັງກອນ 2020 ຜ່ານມານີ້ ເຊິ່ງໜຸ່ມໄຊ ກໍບໍ່ໄດ້ເຮັດໃຫ້ແຟນຄຣັບຜິດຫວັງ ເພາະສາມາດຄວ້າລາງວັນ ຮອງອັນ 1 ມາຄອງໄດ້ສໍາເລັດ.

ສໍາລັບເວທີປະກວດຊາຍງາມ ເທບພະບຸດນາຄາ ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ບັນດາໜຸ່ມໆ ທັງໄທ ແລະ ລາວ ໄດ້ສະແດງຄວາມສາມາດ, ຄວາມງາມ, ບຸກຄະລິກກະພາບຂອງຕົນ ລວມທັງແນວຄວາມຄິດ, ວິໄສທັດຕ່າງໆ ໃຫ້ໄດ້ແລກປ່ຽນເຊິ່ງກັນ ແລະ ກັນ.

ໜຸ່ມໄຊ ພອນໄຊ ເປັນໜຶ່ງໃນຜູ້ເຂົ້າປະກວດ Mister International Laos 2019 ແລະ ທາງໂຄງການກໍໄດ້ສົ່ງເຂົ້າປະກວດໃນເວທີ ເທບພະບຸດນາຄາໃນຄັ້ງນີ້ ພ້ອມກັບໝູ່ອີ 4 ຄົນຄື: ໜຸ່ມເສືອ ຈິດຕະກອນ, ໝຸ່ມ ທິນ ພົມໄມ, ໜຸ່ມ ອ້າຍ ສົມສຸກສະດີ ວົງພັນສີ, ໜຸ່ມແມນ ບົວວອນ ບຸດສະດີ.

ໂດຍຫຼັງຈາກຈົບການປະກວດໜຸ່ມໄຊໂພສຜ່ານ Facebook ສ່ວນໂຕ Phonexay Keovongkot ວ່າ: “ການປະກວດນີ້ແມ່ນການປະກວດ ຊາຍງາມ ເທບພະບຸດນາຄາ ປີ3 ຈັດຂຶ້ນທີ່ຄຳຊະໂນດ ອຸດອນທານີ ປະເທດໄທ ລະຫວ່າງ 25-26 ມັງກອນ 2020 ນີ້ ນັບເປັນຄວາມພາກພູມໃຈທີ່ໄດ້ລັງວັນຮອງອຳດັບ1 ແລະ ກໍ່ພາກພູມໃຈໃນຊີວີດ1ໄດ້ໄປກາບຫວາຍພໍ່ປູ່ສີສຸດໂທ” ແລະ ນີ້ກໍຖືວ່າເປັນຂ່າວດີໃນສະຖານະການທີ່ຮ້າຍແຮງແບບນີ້ອີກຂ່າວໜຶ່ງ ເຊິ່ງຂວັນໃຈ ກໍຂໍສະແດງຄວາມຍິນດີກັບໜຸ່ມລາວທີ່ປະສົບຜົນສໍາເລັດອີກຄົນໜຶ່ງ…

ຂອບໃຈຮູບພາບຈາກ: Phonexay Keovongkot

ແບ່ງປັນ