Breaking News

ບໍລິສັດ ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຢ່າງຮອບດ້ານ ພ້ອມທັງ ເປີດຕົວ ຜະລິດຕະພັນປະກັນຊີວິດແບບໃໝ່

ແບ່ງປັນ

ເພື່ອຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ຜູ້ທີ່ໃຊ້ບໍລິການ ບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວ ປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ   ແລະ ເປີດຕົວຜະລິດຕະພັນປະກັນໄພຊີວິດແບບໃຫມ່ “ປະກັນໄພ ອຸ່ນໃຈຫາຍຫ່ວງ”  (AGL Protection Insurance) ພ້ອມທັງຮັກສາຄວາມເປັນຜູ້ນໍາທາງດ່້ານປະກັນໄພໃນ ສປປ ລາວ  ຂຶ້ນໃນຕອນບ່າຍຂອງວັນທີ 27 ມັງກອນ 2020.  ຢູ່ທີ່ສໍານັກງານໃຫຍ່ຂອງບໍລິສັດ   ອາລິອັນສ໌ ປະກັນໄພລາວ  ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍແຂກຖືກເຊີນຈາກຫຼາກຫຼາຍບໍລິສັດ ແລະ ນັກຂ່າວສື່ມວນຊົນ.

ໃນງານເປີດຕົວຜະລິດຕະພັນຄັ້ງນີ້ ທ່ານ ກີ ອາໂປວີ ຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ( AGL ) ໄດ້ກ່າວວ່າ: ເພື່ອຍົກລະດັບການບໍລິການໃຫ້ດີຍິ່ງຂຶ້ນ ບໍລິສັດພວກເຮົາໄດ້ພັດທະນາເຄື່ອງມືດິຈິຕອລ ແລະ ແອັບພລິເຄຊັນອອກມາຮັບໃຊ້ລູກຄ້າຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ: AGL My Insurance App ເຊິ່ງເປັນແອັບພລິເຄຊັນ ເຮັດໃຫ້ລູກຄ້າສາມາດກວດສອບສັນຍາປະກັນໄພຂອງຕົນເອງ, ຊອກຫາຕົວແທນຈໍາໜ່າຍ, ກວດສອບ ແລະ ຕິດຕາມຂັ້ນຕອນການຈ່າຍສິນທົດແທນຂອງຕົນເອງໂດຍບໍ່ຕ້ອງເສຍເວລາໂທ ຫຼື ເຂົ້າມາສອບຖາມທີ່ສໍານັກງານ.

ປະກັໍນໄພຊີວິດແບບໃຫມ່, ປະກັນໄພອຸ່ນໃຈຫາຍຫ່ວງ AGL Protection Insurance ເປັນຜະລິດຕະພັນ ປະກັໍນໄພຊີວິດແບບໃຫມ່ ທີ່ຖືກພັດທະນາຂຶ້ນເພື່ອຮອງຮັບບຸກຄົນທົ່ວໄປ ແລະ ກຸ່ມບໍລິສັດ ຫຼືອົງກອນທີ່ຕ້ອງການຊື້ປະກັນໄພໃຫເກັບຕົນເອງ ແລະ ພະນັກງານຂອງຕົນ ເນື່ອງຈາກລາຄາບໍ່ແພງ ແລະ ຄ່າທໍານຽມແບບຄົງທີ່ບໍ່ວ່າທ່ານຈະອາຍຸເທົ່າໃດກໍຕາມ.  ປະກັນຊີວິດແບບໃໝ່ນີ້ຈະໃຫ້ການຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນ ຈາກພະຍາດ 100% ແລະ ກໍລະນີຈາກອຸບັດເຫດ 200% ຂອງວົງເງິນຄຸ້ມຄອງ. ນອກນັ້ນ, ຜູ້ເອົາປະກັນ ແລະ ຄອບຄົວຍັງໄດ້ຮັບເງິນສະໜັບສະໜູນຈາກປະກັນໄພແບບລາຍປີ 10% ຫຼື 20% ຂອງວົງເງິນເອົາປະກັນໄພທຸກປີໂດຍບໍ່ໄດ້ເສຍຄ່າທໍານຽມປະກັນໄພອີກ.

ປັດຈຸບັນລູກຄ້າສາມາດຊື້ປະກັນໄພ ແລະ ຊໍາລະໄດ້ຢ່າງງ່າຍດາຍ ພຽງແຕ່ໂທຫາ ບໍລິສັດ ຫຼື ຕົວແທນ ເພື່ອເຮັດສັນຍາປະກັນໄພ ແລ້ວລູກຄ້າກໍສາມາດຈ່າຍຄ່າປະກັນໄພຜ່ານ BCEL One ພຽງເທົ່ານີ້ ສັນຍາກໍຈະຖືກຄຸ້ມກັນທັນທີ.

ພ້ອມກັນນັ້ນກໍມີການແຈ້ງເປີດຫ້ອງບໍລິການຈ່າຍສີນແທນປະຕູດຽວ ເຊີ່ງການຍົກລະດັບການບໍລິການດ້ານສິນທົດແທນປະກັນໄພ ເພື່ອໃຫ້ວ່ອງໄວຂຶ້ນໂດຍລວມສູນເອົາການຈ່າຍສີນທົດແທນທຸກປະເພດປະກັນໄພ ເຊັ່ນ ປະກັນໄພລົດ, ປະກັນສຸຂະພາບ ແລະ ປະກັນໄພຊັບສີນ ໄວ້ໃນບ່ອນດຽວ, ນໍາໃຊ້ລະບົບດິຈິຕອນເຂົ້າຊ່ວຍໃນຂະບວນການເຮັດວຽກ ເລີ່ມຕັ້ງແຕ່ຂັ້ນຕອນທີ່ລູກຄ້າໄດ້ແຈ້ງປະຕິເຫດ ຈົນເຖິງດໍາເນີນການຈ່າຍເງິນຄືນ ເຮັດໃຫ້ຂັ້ນຕອນການພິຈາລະນາສັ້ນຂຶ້ນ ແລະ ໃຊ້ເວລາໜ້ອຍລົງ.  ລູກຄ້າສາມາດຢື່ນ ສໍາຫຼັບຫ້ອງບໍລິການຈ່າຍສີນແທນປະຕູດຽວ ເປົ້າໝາຍແມ່ນເພື່ອຮອງຮັບລູກຄ້າທີ່ເປັນລາຍບຸກຄົນ ແລະ ມີວົງເງິນຮຽກຮ້ອງສີນທົດແທນຈໍານວນບໍ່ສູງ ແມ່ນສາມາດຮັບເງິນຄືນໄດ້ພາຍໃນ 3-5 ວັນຖ້າຫາກເອກະສານຄົບຖ້ວນທຸກຢ່າງ ແລະ ເພື່ອໃຫ້ລູກຄ້າສາມາດໃຊ້ບໍລິການໄດ້ສະດວກຍີ່ງຂື້ນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໄດ້ຍ້າຍເອົາຫ້ອງຂາຍປະກັນໄພລົງມາໄວ້ຊັ້ນດຽວອີກດ້ວຍເອກະສານສີນທົດແທນ ແລະ ຮັບເງິນຄືນຢູ່ຈຸດດຽວ.

ນອກນີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໄດ້ກ່າວແຈ້ງຕໍ່ສື່ມວນຊົນເຖິງຜົນສໍາເລັດອັນຍີ່ງໃຫ່ຍຂອງບໍລິສັດ ເຊີ່ງກໍ່ຄືການຊື້ ແລະ ເປັນເຈົ້າຂອງຕືກອາຄານເອເອັນແຊັດ ເຊີ່ງຫາກໍ່ສໍາເລັດການເຊັນສັນຍາຊື້-ຂາຍກັນມາ. ນັບເປັນອີກບາດກ້າວທີ່ສະແດງໃຫ້ເຫັນທີ່ການເຕີບໃຫ່ຍ ແລະ ໝັ່ນຄົງຂອງບໍລິສັດ ແລະ ພ້ອມທີ່ຈະໃຫ້ບໍລິການແກ່ສັງຄົມລາວຢ່າງບໍ່ຢຸດຢັ້ງ.

 

ແບ່ງປັນ