Breaking News

ເປີດແລ້ວ!!! ງານສົ່ງເສີມຜະລິດຕະພັນລາວ ເທສະການອາຫານລາວ ປະຈໍາປີ 2020… (ວັນທີ 28-31 ມັງກອນ)

ແບ່ງປັນ

ສິ້ນສຸດການລໍຄອຍ ສໍາລັບງານເທສະການອາຫານລາວ ປະຈໍາປີ 2020 ທີ່ທາງສະມາຄົມນັກທຸລະກິດຍິງລາວ ແລະ ກະຊວງອຸດສາຫະກໍາ ຮ່ວມກັນຈັດຂຶ້ນມາເພື່ອເປັນການສົ່ງເສີມໃຫ້ຄົນລາວ ຫັນມາໃຫ້ຄວາມສໍາຄັນກັບຜະລິດຕະພັນລາວ, ສິນຄ້າຂອງຄົນລາວຫຼາຍຂຶ້ນ ໂດຍງານເທສະການອາຫານລາວ ປະຈໍາປີ 2020 ແມ່ນໄດ້ຈັດຂຶ້ນຢູ່ທີ່ ເດີ່ນສວນເຈົ້າອານຸວົງ ຕັ້ງແຕ່ມື້ນີ້ ວັນທີ 28 ໄປຈົນເຖິງ ວັນທີ 31 ມັງກອນ 2020 ເລີ່ມແຕ່ 8:00-22:00 ຂອງ 4 ມື້ທີ່ໄດ້ກໍານົດໄວ້…


ໃນມື້ເປີດງານທີ່ມີຄວາມໝາຍຄວາມສໍາຄັນນີ້ ກໍໄດ້ມີບັນດາເມຍການນໍາ ທີ່ນໍາພາໂດຍ ທ່ານ ນາງນາລີ ສີສຸລິດ ພັນລະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ. ບັນດາຫົວໜ່ວຍທຸລະກິດ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຝົດຟື້ນ… ແລະ ກ່ອນຈະຮອດເວລາເປີດງານຢ່າງເປັນທາງການນີ້ ທ່ານ ນາງຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ໃນນາມຜູ້ຈັດງານ ໄດ້ຂຶ້ນກ່າວສະແດງຄວາມຂອບໃຈມາຍັງຜູ້ສະໜັບສະໜູນ ແລະ ແຂກທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍໄດ້ກ່າວເຖິງຈຸດປະສົງໃນການຈັດງານ ກໍຄືເພື່ອເປັນການຊຸກຍູ້-ສົ່ງເສີມໃຫ້ຜະລິດຕະພັນຂອງຄົນລາວ, ສົ່ງເສີມອານຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນການເປີດໂອກາດໃຫ້ແກ່ຜູ້ທີ່ມີເງື່ອນໄຂໃນການປຸງແຕ່ງອາຫານຢູ່ແຕ່ສະທ້ອງຖິ່ນໄດ້ມາສະແດງຄວາມສາມາດ.


ພ້ອມນັ້ນກໍຍັງໄດ້ກ່າວເຖິງຄວາມພິເສດຂອງງານໃນປີນີ້ ກໍຄືມີຈໍານວນຮ້ານອາຫານທີ່ເຂົ້າຮ່ວມວາງສະແດງເພີ່ມຂຶ້ນ, ມີການຈັບສະຫຼາກຫວຍລາງວັນ (ເງິນໄດ້ຈາກການຂາຍຫວຍແມ່ນເອົາໄປຊ່ວຍເຫຼືອຜູ້ທີ່ຖືກໄຟໄໝ້-ນໍ້າຮ້ອນລວກ ໃຫ້ໄດ້ປິ່ນປົວຟຣີ) ມີການຈັດການແຂ່ງຂັນປຸງແຕ່ງອາຫານເອກະລັກຂອງ 17 ແຂວງ + ນະຄອນຫຼວງ ເຊິ່ງເປັນໂຊນພິເສດ, ພ້ອມທັງຈັດໃຫ້ມີການຂາຍເຄື່ອງມືສອງ…

 


ສໍາລັບງານ ເທສະການອາຫານລາວ ທີ່ໄດ້ຈັດຂຶ້ນທຸກປີ ແລະ ຖືວ່າເປັນອີກງານອີກໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈພໍສົມຄວນ ເພາະເປັນງານສົ່ງເສີມຜະລິດຕະພັນຂອງຄົນລາວ, ທັງເປັນການສົ່ງເສີມຄວາມສາມາດຂອງຄົນລາວເຮົາ ແລະ ພິເສດ ສໍາລັບປີນີ້ກໍໄດ້ເພີ່ມການຊ່ວຍເຫຼືອສັງຄົມ ຄືຊ່ວຍເຫຼືອຜູ້ເຄາະຮ້າຍທີ່ຖືກໄຟໄໝ-ນໍ້າຮ້ອນລວກ ແຕ່ບໍ່ມີເງື່ອນໄຂໃນການປິ່ນປົວນໍາອີກ… ແນວໃດກໍຕ້ອງຂໍຊົມເຊີຍມາຍັງ ສະມາຄົມນັກທຸລະກິດຍິງລາວ ທີ່ໄດ້ຈັດງານດີໆເພື່ອຄົນລາວເຮົາແບບນີ້ອອກມາ ແລະ ເຊີນຊວນໃຫ້ທຸກຄົນຫັນມາສະໜັບສະໜູນຜະລິດຕະພັນຂອງຄົນລາວເຮົານໍາກັນເດີ້!!!

ແບ່ງປັນ