Breaking News

ໜ້າຮັກຫຼາຍ!!! ໜຸ່ມເວຍ ສຸກົນລະວັດ ພະເອກດັງຈາກໄທ ເດີນທາງມາລາວ ແຟນຄຣັບຕ້ອນຮັບຢ່າງອົບອຸ່ນ…

ແບ່ງປັນ

ຖ້າເວົ້າເຖິງ ເວຍ ສຸກົນລະວັດ ແລ້ວຖືວ່າພະເອກໜຸ່ມສຸດຮອດແຖວໜ້າຂອງ ປະເທດໄທ ທີ່ມີຜົນງານການສະແດງຮູບເງົາ ທີ່ຫຼາກຫຼາຍຄົນໜື່ງ ແລະ ຜົນງານແຕ່ລະເລື່ອງຂອງໜຸ່ມເວຍນັ້ນກໍຮູ້ສຶກວ່າຈະມີກະແສຕອບຮັບທີ່ດີພໍສົມຄວນ ຈົນເຮັດໃຫ້ ໜຸ່ມເວຍ ມີຖານແຟນຄຣັບທີ່ໜ້າແໜ້ນແຮງ ບໍ່ວ່າຈະເປັນແຟນຄຣັບທາງປະເທດໄທ ແລະ ແຟນຄຣັບຈາກປະເທດລາວເຮົາກໍມີບໍ່ໜ້ອຍ… ແຫ່ງໄລຍະນີ້ທີ່ມີຂ່າວຄາວອອກມາອັບເດດ ເລື່ອງຄວາມຮັກ ກັບນາງເອກສາວ ແຖວໜ້າຂອງປະເທດໄທ ຄື ສາວເບວລ່າ ລານີ ທີ່ຕອນນີ້ແຟນຄຣັບຕ່າງກໍລຸ້ນຂ່າວດີໄປຕາມໆກັນຢູ່!!! ເຊິ່ງລ່າສຸດວັນທີ 28 ມັງກອນ 2020 ເວຍ ສຸກົນລະວັດ ກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອເປີດໂຕສິນຄ້າ ແລະ ພົບປະແຟນໆຢູ່ທີ່ ຕະຫຼາດເຊົ້າ ເຊິ່ງງານນີ້ກໍມີບັນດາແຟນຄັບຄົນລາວໃຫ້ການຕ້ອນຮັບຢ່າງຫຼວງຫຼາຍ… ມື້ນີ້ແອັດມິ້ນກໍໄດ້ເກັບພາບບັນຍາກາດສົດໆຮ້ອນມາຕ້ອນສາວໆ ທີ່ບໍ່ທັນໄປ Meet & Greet ໜຸ່ມເວຍ ຕິດຂອບເວທີ ແຕ່ຮັບຮອງໄດ້ຟີນແນ່ນອນຈ່າາາາ

ຂອບໃຈຮູບພາບຈາກ: IG: Star_Lao

ແບ່ງປັນ