Breaking News

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ແຈກແທ້ແຈກຈິງ!!!! ແຈກໄປແລ້ວໄມໂຄເວບ 30 ລາງວັນມູນຄ່າ 75 ລ້ານກີບ

ແບ່ງປັນ

~ ຈາກການຈັບສະຫຼາກຫາຜູ້ໂຊກດີປະຈຳເດືອນ ~

ໃນໂປຣໂມຊັ່ນແຈກໂຊກຄືນກຳໄລໃຫ້ແກ່ລູກຄ້າໂດຍໄດ້ເລີ່ມແຈກຕັ້ງ​ແຕ່​ເດືອນ​ພະ​ຈິກຫາເດືອນ​ທັນ​ວາ 2019 ລວມ 30 ລາງວັນ ລວມເປັນມູນຄ່າ 75 ລ້ານກີບ​   ທີ່​ເຮົາໄດ້​ຈັບ​ສະຫຼາກ​ຫາຜູ້ໂຊກດີ​ໃນ​ທຸກໆເດືອນເປັນໄມໂຄເວບເດືອນລະ 5 ລາາງວັນ ໂດຍຜ່ານຊອ່ງທາງ ການໄລ໌ສົດ ຢູ່ ທີ່ Facebook ເພສ ນິສສັນລາວ Nissan Laos ລູກຄ້າທີ່ໄດ້ຮັບລາງວັນປະຈຳເດືອນນັ້ນແມ່ນລູກຄ້າເກືອບທຸກແຂວງກັນເລີຍບໍ່ວ່າຈະເປັນລູກຄ້າທີ່ອອກລົດຢູ່ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ , ສະຫວັນນະເຂດ ແລະ ປາກເຊ.

    ບໍ່ວ່າທ່ານຈະຢູ່ແຂວງໃດໃນປະເທດລາວກໍ່ມີສິດລຸ້ນຮັບພຽງແຕ່ທ່ານ ມາອອກລົດໃໝ່ກັບພວກເຮົາ ທ່ານກໍ່ມີສິດລຸ້ນໂຊກເປັນຜູ້ໂຊກດີ ແລະ ຍັງມີໄມໂຄເວບອີກ 10 ລາງວັນທີ່ຈະຈັບສະລາກແຈກໂຊກປະຈຳເດືອນ 1 ແລະ ເດືອນ 2 ປີ 2020 ແລະ ໃນຕົ້ນເດືອນ 3 ປີ 2020 ກໍຈະລຸ້ນຈັບສະຫຼາກ…..ຂອງລາງວັນທີ່ໃຫ່ຍທີ່ສຸດ ຄື ລົດ SUV Nissan Terra ທີ່ທາງນິສສັນ ຕັນຈົງ ຈະໄດ້ມາແຈກໃຫ້ກັບລູກຄ້າ​

ພິເສດ ຜູ້​ທີ່​ໄດ້​ຮັບ​ລາງວັນ​ປະ​ຈຳ​ເດືອນ ແລ້ວກໍຍັງ​ຈະໄດ້ມີສິດລຸ້ນ ໂຊກໃຫ່ຍ ອີກເປັນຄັ້ງທີ່ 2 ​​ເວົ້າ​ໄດ້​ວ່າ​ເປັນ​ໂຊກ​ສອງ​ຊັ້ນ​ກັນ​ເລີຍນອກ​ຈາກ​ລົດນີສສັນ​ແລ້ວ​ໃນ​ມື້​ຈັບ​ລາງວັນ​ໃຫຍ່ນີ້ກໍຍັງມີຂອງລາງວັນອີກຫຼາຍລາຍການ ເຊັ່ນ: ທອງຄໍາແທ່ງ ມູນຄ່າ 2000$, ໂທລະພາບ LED 55 ນີ້ວ ລວມມູນຄ່າທັງໝົດ USD 64,900 ໃຫ້ກັບລູກຄ້າຜູ້ໂຊກດີອີກດວ້ຍ

*ລືມບອກວ່າ : ລູກຄ້າທີ່ຊື້ ລົດນິສສັນທຸກລຸ້ນເດີ້ ບໍ່ວ່າຈະເປັນ ນິສສັນ ນາວາຣາ Nissan NAVARA, ເອັກຊ໌ – ເທັຣລ໌ X-TRAIL , NISSAN TERRA  ນິສສັນເທີລາ ຫລື ເອີແວນ URVAN.

ຊື້ໃນໄລຍະເວລາໂປຣໂມຊັ່ນຂອງເຮົາ​ເພາະຍັງ​ມີ​ເວ​ລາ​ຕັ້ງ​ແຕ່​ມືນີ້​ຈົນ​ຮອດ​ທ້າຍ​ເດືອນ​ກຸມ​ພາ 2020 ນີ້ ພຽງລູກຄ້າທີ່ອອກລົດນິສສັນກໍຈະໄດ້ຮັບຄູປອງເພື່ອເປັນ​ຜູ້​ໂຊກ​ດີ​ປະ​ຈຳ​ເດືອນ ແລະ ໃນ​ມື້ຈັບລາງວັນໃຫຍ່.

*ສໍາລັບລູກຄ້າທີ່ຊື້ລົດນິສສັນ ເທີຣາ Nissan TERRA ຈະໄດ້ຄູປອງ 2 ໃບເພືອຈັບສະຫຼາກລາຍເດືອນ ແລະ ຈັບລາງວັນໃຫຍ່.

ຊ້າ…ບໍ່ໄດ້ແລ້ວໃຜມີແຜນທີ່ຈະຊື້ລົດຢ່າຊ້າຄົນໂຊກດີອາດຈະເປັນທ່ານ​ຢ້ຳ​ວ່າ​ຍັງໄລຍະເວລາມື້ນີ້ຫາຕົ້ນເດືອນ 2 ປີ 2020 ເທົ່ານັ້ນເດີ້…….

ທ່ານສາມາດເຂົ້າມາຢ້ຽມຊົມຫ້ອງຂາຍລົດນິສສັນ Nissan Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່

–         ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ

–         ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

–         ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ

–         ສາຂາ ຫຼວງພະບາງ ບ້ານ ດອນເກົ່າ ເມືອງຫຼວງພະບາງ

–         ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ

ເພື່ອທົດລອງຂັບ ແລະ ຈອງລົດຍົນນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ.

ທ່ານໃດທີ່ສົນໃຈກໍ່ສາມາດເຂົ້າມາກວດສອບ ແລະ ສອບຖາມຂໍ້ມູນກັບພະນັກງານທີ່ປືກສາການຂາຍຂອງພວກເຮົາ ກ່ຽວກັບໂປຣໂມຊັ່ນ ການຈັບສະຫຼາກຊິງໂຊກ.

ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos

ແບ່ງປັນ