Breaking News

ກິຕ້າ ໄປອອກລາຍການດັງອີກແລ້ວ! (ມິຄຣິບ)

ແບ່ງປັນ

 

ມາໆມາເມົ້າມອຍກັບ ຊະນີIndy ມື້ນີ້ຈະມາອັບເດດຜົນງານຂອງສາວ ກິຕ້າ ຫຼື ພັດທະສອນ ມະນີດາລັດ ອາຍຸ 25 ປີ ສາວລາວທີ່ມີຄວາມກ້າຫານສະໝັກໄປອອກລາຍການເລືອກຄູ່ຊື່ດັງ Take me out Thailand ຈົນກາຍເປັນ Talk of the town ດັງທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານມາແລ້ວ, ແຕ່ຫຼ້າສຸດກະແສນາງກໍບໍ່ຕົກເດີ້ ເພາະນາງຖືກເຊີນໄປເປັນແຂກຮັບເຊີນລາຍການດັງອີກແລ້ວ ລາຍການນີ້ມີຊື່ວ່າ “ແຮງຊັດຈັດເຕັມ” ໂດຍມີພິທີກອນອະດີດນາງງາມ ດຣ. ປະນັດດາ ວົງຜູ້ດີ (ບຸມ) ແລະ ໃນຊ່ວງສຳພາດພິທີກອນກໍໄດ້ຖາມໄຖ່ສາວ ກິຕ້າ ວ່າໄປມາຢ່າງໃດເຖິງມາຮ່ວມໃນລາຍການເລືອກຄູ່ໄດ້ສາວກິຕ້າກໍຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ແບບບໍ່ມີຂາດຕົກບົກຜ່ອງ.

ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້!

ຊະນີIndy ເອົາຄຣິບລາຍການມາຝາກໝູ່ເພື່ອນທຸກຄົນ ສາມາດເບິ່ງຄຣິບໄດ້ເລີຍ!

 

 

 

 

ຂໍຂອບໃຈຮູບພາບຈາກ: Kitar Phatthasone Manydalath

ຂໍຂອບໃຈຄຣິບຈາກ:​ BRIGHT TV

ແບ່ງປັນ