Breaking News

ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ

ແບ່ງປັນ

 

ນະຄອນຫຼວງຂຶ້ນລາຄາຄ່າເຂົ້າຊົມພິພິທະພັນບູຮານສະຖານ 3 ແຫ່ງ ທ່ານ ນາງ ຄຳເປື່ອງ ວົງຈັນດີ ຮອງອຳນວຍການຫໍພິພິທະພັນບູຮານສະຖານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເລີ່ມແຕ່ເດືອນກຸມພານີ້ ເປັນຕົນໄປພິພິທະພັນບູຮານສະຖານ 3 ແຫ່ງຂອງນະຄອນຫຼວງວຽງຈັນຄື: ພະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ຈະປັບຂຶ້ນລາຄາຄ່າເຂົ້າຊົມຄື: ຈາກ 2 ພັນກີບເປັນ 3 ພັນກີບ ສຳລັບຄົນລາວ ແລະ ຈາກ 5 ພັນກີບເປັນ 10 ພັນກີບ ສຳລັບນັກທ່ອງທ່ຽວຕ່າງປະເທດ ແລະ ຂະຫຍາຍເວລາເຂົ້າອອກ ເປັນ 8:00 -18:00 ໂມງ, ເນື່ອງຈາກວ່າລາຄາເຂົ້າຊົມສະຖານທີ່ທ່ອງທ່ຽວພາຍໃນປະເທດເຮົາ ເມື່ອທຽບໃສ່ກັບ ປະເທດອື່ນໆແລ້ວແມ່ນຍັງເຫັນວ່າຖືກກວ່າຫຼາຍ, ທັງນີ້ກໍເປັນການສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວເພີ່ມຂຶ້ນ. ຮອງອຳນວຍການພິພິທະພັນບູຮານສະຖານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສຳລັບບັນຍາກາດການທ່ອງທ່ຽວ ເດືອນທຳອີກຂອງປີ 2017 ມີຄວາມຄຶກຄື້ນຫຼາຍຖ້າທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ໂດຍມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມບູຮານສະຖານດັ່ງກ່າວແລ້ວຫຼາຍກວ່າ 69 ພັນຄົນ, ໃນນັ້ນນັກທ່ອງທ່ຽວຈາກຕ່າງປະເທດຫຼາຍກວ່າ 66 ພັນຄົນ, ສ່ວນຫຼາຍແມ່ນມາຈາກ ສ.ເກົາຫຼີ, ໄທ, ຫວຽດນາມ ແລະ ເອີຣົບ, ສາມາດສ້າງລາຍຮັບໄດ້ເປັນຢ່າງດີ, ທັງນີ້ກໍເປັນຍ້ອນການໂຄສະນາ ແລະ ການຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ, ເຖິງຢ່າງໃດກໍດີຄາດວ່ານັກທອງທ່ຽວຈະສືບຕໍ່ເພີ່ມຂຶ້ນເລື້ອຍໆ, ເນື່ອງຈາກພາກສ່ວນກ່ຽວຂ້ອງຈະສືບຕໍ່ໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ, ພ້ອມທັງຈະມີປັບປຸງຂອດບໍລິການໃຫ້ວ່ອງໄວ ແລະ ທັນສະໄໝກວ່າເກົ່າ.
ຂໍ້ມູນ ຂ່າວຈາກ: ຂ່າວສານປະເທດລາວ
ແບ່ງປັນ