Breaking News

ແຊຣໄວ້ເປັນຄວາມຮູ້!! 5 ທະນາຄານໃນ ສປປ. ລາວ ທີ່ສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ໄດ້…

ແບ່ງປັນ

ປັດຈຸບັນຄົນເຮົາມັກຄວາມສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເຮັດຫຍັງກໍຕ້ອງເອົາຄວາມສະດວກສະບາຍມາກ່ອນ ລວມໄປເຖິງການເຮັດທຸລະກໍາທາງການເງິນກໍເຊັ່ນກັນ.. ທຸກມື້ນີ້ຫຼາຍໆຢ່າງໄດ້ປ່ຽນໄປ ຄົນແລ່ນນໍາເວລາຫຼາຍຂຶ້ນ ຖ້າຈະໃຫ້ໄປນັ່ງຖ້າຕໍ່ຄິວຢູ່ທະນາຄານເພື່ອເຮັດທຸລະກໍາທາງການເງິນດ້າມເລັກດ້າມໜ້ອຍຄົງຈະບໍ່ຄຸ້ມຄ່າ ແລະ ບໍ່ມີໃຜຢາກເສຍເວລາ. ເພື່ເປັນການແກ້ໄຂບັນຫາ ທາງທະນາຄານຫຼາຍແຫ່ງໃນ ສປປ. ລາວ ກໍໄດ້ເພີ່ມຄວາມສະດວກໃຫ້ກັບລູກຄ້າຂຶ້ນ ບໍ່ວ່າຈະເປັນການເພີ່ມຈຸດຂອງຕູ້ ATM ເພື່ອໃຫ້ກົດເງິນໄດ້ງ່າຍຂຶ້ນ ແລະ ຍັງສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ, ການໃຊ້ Application ທີ່ພຽງປາຍນິ້ວມືຈິ້ມ ນັ່ງຢູ່ເຮືອນລໍຖ້າ ທຸກຢ່າງຈະຈະຣັນໄປເອງ… ແຕ່ນັ້ນມັນກໍຍັງບໍ່ແມ່ນສິ່ງທີ່ສຸດຍອດຂອງຄວາມສະດວກສະບາຍເທື່ອ ເພາະເຊື່ອວ່າຫຼາຍຄົນຄົງຈະຍັງພົບບັນຫານີ້ຢູ່: “ການໂອນເງິນຂ້າມທະນາຄານ” ເຊິ່ງປັດຈຸບັນກໍໄດ້ມີຫຼາຍທະນາຄານທີ່ໄດ້ຫັນມາເປັນຄູ່ຮ່ວມກັນ ໂດຍສາມາດໂອນເງິນຜ່ານຕູ້ ATM ໄດ້ງ່າຍໆ ບໍ່ຕ້ອງຖອນເງິນຈາກທະນາຄານນີ້ ເພື່ອໄປນັ່ງຖ້າຄິວຢູ່ທະນາຄານນັ້ນ… ເຊິ່ງມີທະນາຄານໃດແດ່ນັ້ນ ເຮົາລອງມາເບິ່ງນໍາກັນເລີຍ!!

ທະນາຄານ ລາວພັດທະນາ (LDB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ

ທະນາຄານ ສົ່ງເສີມກະສິກໍາ (APB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ

ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ

ທະນາຄານ ບີໄອຊີ (BIC) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ປະເທດລາວ

ທະນາຄານ ຮ່ວມພັດທະນາ (JDB) ສາມາມາດໃຊ້ໄດ້ທຸກຕູ້ທົ່ວ ນະຄອນຫຼວງ ວຽງຈັນ

ສ່ວນທະນາຄານການຄ້າ ຕ່າງປະເທດລາວ (BCEL) ແມ່ນຍັງບໍ່ສາມາດນໍາໃຊ້ໄດ້ເທື່ອ…

ຂອບໃຈຂໍ້ມູນ: ຂ່າວວັນນີ້

ແບ່ງປັນ