Breaking News

ບູລີ่่ ( Bully) ແມ່ນຫຍັງ?? ຢາກໃຫ້ອ່ານ!! ເລື່ອງລາວຂອງ ຕຸກ The Wow ນາງແບບສາວແຖວໜ້າຂອງປະເທດລາວ ກັບຄໍາວ່າ “ອີດໍາຕັບເປັດ-ອີເຢີນ”

ແບ່ງປັນ

ເຄີຍໄດ້ຍິນຄໍາວ່າ “Bully” ກັນບໍ? ບາງຄົນອາດຈະເຄີຍ ແລະ ບໍ່ເຄີຍໄດ້ຍິນ ເລີ່ມສົງໄສກັນແລ້ວບໍ ຄໍາວ່າ ບຸລີ่่ ( Bully) ແມ່ນຫຍັງ? ມື້ນີ້ຂັວນໃຈຈະພາໄປຮູ້ຈັກຄວາມໝາຍຂອງຄໍານີ້ກັນ…

ผลการค้นหารูปภาพสำหรับ บูลลี่ คือ อะไร

ບູລີ่่ ( Bully) ແມ່ນຫຍັງ?

ບູລີ่่ ( Bully) ຄື ພຶດຕິກໍາຮຸນແຮງ ກັ່ນແກ້ງ ເຮັດໃສ່ຄົນອື່ນທາງວາຈາ ແລະ ຮ່າງກາຍ ບໍ່ວ່າຈະເປັນການດູຖູກທາງຮູບຮ່າງ ໜ້າຕາ ສະຖານະທາງສັງຄົມ ຮວມໄປເຖິງທໍາຮ້າຍຮ່າງກາຍ  ໂດຍສະເພາະຄົນທີ່ອ່ອນແອກວ່າ ແລະ ການບູລີ່ເກີດຂຶ້ນໄດ້ທຸກທີ່ໃນຊີວິດປະຈໍາວັນ ບໍ່ວ່າຈະເປັນທາງສະຖາບັນການສຶກສາ ບ່ອນເຮັດວຽກ ເກືອບທົ່ວໂລກ ບໍ່ແມ່ນແຕ່ສະເພາະໃນປະເທດລາວ ແລະ ເກີດຂຶ້ນມາດົນແລ້ວ…

ການຖືກ ບູລີ่่ ( Bully) ບໍ່ແມ່ນເລື່ອງປົກກະຕິ…

ປະໂຫຍກທີ່ວ່າ ບູລີ่่ ( Bully)  ຟັງຄໍານີ້ອາດຈະເປັນຄໍາເວົ້າທໍາມະດາ  ແຕ່ວ່າໃນສັງຄົມຂອງຄົນໆໜື່ງ ອາດຈະເປັນບັນຫາໃຫຍ່ ສໍາລັບພວກເຂົາເລີຍ ເພາະມັນໝາຍເຖິງ ຄົນໆໜື່ງກຳລັງຖືກຖີ້ມ ແລະ ຖືກຄົນອື່ນກັ່ນແກ່ງ ຈົນກາຍເປັນປົມ…ໂດຍສະເພາະເດັກນ້ອຍ

ກໍລະນີ ກຸ່ມເດັກນ້ອຍ-ເຍົາວະຊົນທີ່ມັກຖືກ ໝູ່ ບູລີ่่ ເປັນປະຈໍາ

ເດັກນ້ອຍ-ເຍົາວະຊົນທີ່ຖືກໝູ່ກັ່ນແກ້ງ ມັກມຸ່ງໄປຫາເດັກທີ່ຍ້າຍເຂົ້າມາຮຽນໃໝ່ ຫຼືເດັກທີ່ມີຂໍ້ບົກພ່ອງອື່ນໆ ເຊັ່ນ ໜ້າຕາບໍ່ດີ ຮຽນບໍ່ເກັ່ງ ລວມໄປເຖິງສະຖານະທາງຄອບຄົວ ຈົນເກີດຄໍາຖາມມາວ່າ ກັ່ນແກ້ງຂ້ອຍເຮັດຫຍັງ? ຂ້ອຍໄປເຮັດຫຍັງໃຫ້ພວກເຈົ້າ ແລະ ຖ້າຫາກບໍ່ມີຜູ້ໃຫຍ່ເຂົ້າໃຈ ຢື່ນມືມາປົກປ້ອງ ເດັກກຸ່ມນີ້ກໍຈະຖືກກັ່ນແກ້ງ

ວິທີແກ້ບັນຫາການຖືກໝູ່ບູລີ่่

ໜື່ງວິທີທີ່ສໍາຄັນ ແຕ່ບໍ່ແມ່ນການລົງໂທດ ຄື “ການລົມກັນ” ຜູ້ໃຫຍ່ຕ້ອງເປັນແບບຢ່າງໃຫ້ກັບເດັກນ້ອຍສະເໝີ ບໍ່ວ່າຈະດີ ຫຼື ບໍ່ດີ ດັ່ງນັ້ນ, ຈື່ງຄວນເຂົ້າມາຊ່ວຍເດັກນ້ອຍ ປັບຄວາມເຂົ້າໃຈກັນ ໃຊ້ຄໍາເວົ້າທີ່ອ່ອນໂຍນ ເວົ້າໃຫ້ພວກເຂົາເຫັນ ແລະ ເຂົ້າໃຈວ່າ ພຶດຕິກຳບູລີ่่ເປັນເລື່ອງທີ່ຍອມຮັບບໍ່ໄດ້ໃນສັງຄົມ ແລະ ໃຫ້ເວລາພວກເຂົາໄປປັບປຸງຕົວ.

ເຊື່ອວ່າຫຼາຍໆຄົນຢູ່ໃນສັງຄົມ ລ້ວນແຕ່ປາສະຈາກການບູລີ້ບໍ່ໄດ້ ເພາະເຮົາບໍ່ສາມາດໄປຫ້າມຄວາມຄິດຂອງຄົນອື່ນໄດ້ ແລະ ມື້ນີ້ຂວັນໃຈຈະຂໍຍົກເອົາກໍລະນີຂອງຄົນດັງໃນວົງການບັນເທິງລາວອີກຄົນໜື່ງມາເວົ້າໃຫ້ຟັງນັ້ນກໍຄື ຕຸກ The Wow ນາງແບບສຸດ Strong ຂອງລາວ ໂດຍສາວ ຕຸກ ໄດ້ສໍາພາດຜ່ານລາຍການໜື່ງກ່ຽວກັບການຖືກສັງຄົມບູລີ่ຕົນເອງ ຈົນກາຍເປັນແຮງພັກດັນເຮັດໃຫ້ຕົນເອງມາເປັນ ຕຸກ The Wow ໃນທຸກມື້ນີ້

“ດໍາ, ເຕ້ຍ, ບໍ່ງາມ ນີ້ເປັນສາເຫດທີ່ຕົກເປັນເຫຍື້ອຂອງສັງຄົມບູລີ่่ຕັ້ງແຕ່ຍັງນ້ອຍ  ດໍາ ແຂ້ວເຫຍີນ ຜົມກູດ…  ນີ້ກາຍເປັນປະເດັນທີ່ສັງຄົມບູລີ่ມາ ໄປນັ່ງຮຽນກໍບໍ່ມີຄວາມສຸກ ພວກຜູ້ຊາຍໃນຫ້ອງ  ມັກກວນ ມັກເວົ້າໃຫ້ວ່າ “ອີດໍາຕັບເປັດ  ແລະ ອີເຫຍີນ” ຄວາມຄິດຂອງສາວຕຸກຕອນນັ້ນກໍຄືກັບມາຖາມຕົນເອງວ່າ  ເປັນຫຍັງຕ້ອງມາເວົ້າໃຫ້ເຮົາ ເຮົາເຮັດຫຍັງຜິດ ເຮົາເກີດມາຂີ້ລ້າຍແລ້ວ ເຮົາຈະຢືນຢູ່ຈຸດໃດຂອງສັງຄົມ ຈຸດນີ້ເຮັດໃຫ້ສາວຕຸກຮູ້ສຶກບໍ່ດີ ແລະ ກໍຖືກບູລີ່ຈົນມາຮອດປັດຈຸບັນ ໂດຍສະເພາະຊ່ວງທີ່ ປະກວດ The wow ຖືກສັງຄົມບູລີ่่ຫຼາຍທີ່ສຸດ ໂດຍເວົ້າໃສ່ວ່າ  ຕຸກແຂ້ວເຫຍີນ ແຂ້ວບໍ່ງາມ ແຂ້ວຂີ້ລ້າຍ ແຂ້ວມືງເຈີງນາຕຸກ ເປັນຄືບໍ່ໄປດັດແຂ້ວງາມໆ ແລ້ວຈື່ງມາປະກວດ ຖືກສັງຄົມບູລີ່ ຈົນເຮັດໃຫ້ຕົນເອງຄິດໜັກ ໄຫ້ຕະຫລອດ ຈົນຕົນເອງກາຍເປັນສະພາວະຄຽດ 

ในภาพอาจจะมี 1 คน

ມີຄົນໆໜື່ງໄດ້ເວົ້າກັບຕຸກວ່າ: ຖ້າເຈົ້າໄປ Focus ຫຼືຄຽດກັບຄົນທີ່ບູລີ่ເຈົ້າ ຈົນເກີນໄປກໍຈະເຮັດໃຫ້ເຈົ້າບໍ່ມີຄວາມສຸກ ເປັນຫຍັງເຈົ້າຄືບໍ່ກັບມາເບິ່ງວ່າມີໃຜທີ່ຢູ່ຂ້າງໆເຈົ້າ ຄອຍສະໜັບສະໜູນເຈົ້າ ເຈົ້າຄວນໃສ່ໃຈບຸກຄົນເຫຼົ່ານີ້ຊິບໍ່ດີກ່ອນຫວາ ຫຼັງຈາກນັ້ນສາວຕຸກ ກໍປ່ຽນຄວາມຄິດຕົນເອງໃໝ່ ໂດຍການປ່ຽນປົມດ້ອຍມາເປັນກຳລັງໃຈ ຈົນພັດທະນາຕົນເອງມາເລື້ອຍໆ  ຈົນກາຍເປັນຜົນ  ເຮົາຕ້ອງ Focus ທີ່ຕົວເຮົາເອງ ຫ້າມໄປ  Focus ສິ່ງອື່ນເດັດຂາດ ເພາະຄໍາເວົ້າເປັນພຽງລົມທີ່ຜ່ານຫູຂອງເຮົາ ເອົາຄໍາບູລີ່ເຫຼົ່ານັ້ນມາເປັນແຮງພັກດັນ ພັດທະນາຕົນເອງ ເັຮດໃຫ້ຊີວິດເຮົາດີຂຶ້ນກວ່າເກົ່າ”

ເລື່ອງລາວຂອງຕຸກ The Wow ກໍເປັນອີກໜື່ງຕົວຢ່າງໜຶ່ງຂອງສັງຄົມລາວເຮົາກ່ຽວກັບເລື່ອງຂອງການ ບູລີ่ ແຕ່ສາວຕຸກກໍສາມາດເອົາຊະນະຕໍ່ຄວາມດູຖູກຕ່າງໆມາໄດ້ ຈົນກາຍມາເປັນຜູ້ທີ່ມີຊື່ສຽງໂດງດັງ ເປັນນາງແບບແຖວໜ້າຂອງປະເທດລາວເຮົາ.. ແຕ່ກໍຍັງມີຄົນອີກຈໍານວນຫຼາຍທີ່ບໍ່ສາມາດ ຈະຍອມຮັບ ແລະ ຜ່ານຜ່າມັນໄປໄດ້ຄືສາວຕຸກ ບາງຄົນເຖິງຂັ້ນບໍ່ກ້າທີ່ຈະເຮັດຫຍັງ ບໍ່ເຊື່ອຫມັ້ນຕົວເອງ ຍ້ອນຄໍາເວົ້າພວກນັ້ນ… ສະນັ້ນ, ຂວັນໃຈ ຈຶ່ງຢາກໃຫ້ທຸກຄົນເຂົ້າໃຈວ່າ ການ ບູລີ่ ຄົນອື່ນບໍ່ຄວນຈະເປັນສິ່ງທີ່ເອົາມາເວົ້າກັນມ່ວນໆ ເພື່ອໃຫ້ຕົວເອງມີແນວເມົ້າມອຍກັບໝູ່ເພື່ອນ ແຕ່ມັນຄືການທໍາຮ້າຍຈິດໃຈຂອງອີກຄົນຢ່າງຮຸນແຮງ ບາງຄັ້ງອາດຈະເປັນການສ້າງປົມດ້ອຍ ແລະ ທໍາຮ້າຍຊີວິດຂອງຄົນໆນັ້ນໂດຍທີ່ເຮົາບໍ່ຮູ້ຕົວ… ຄວນຍຸຕິພຶດກໍາເມົ້າມອຍມ່ວນປາກເຫຼົ່ານັ້ນໄດ້ແລ້ວ!!

 

ຂອບໃຈເລື່ອງລາວ ແລະ ຮູບພາບ: Took TheWow Malavone Singthongpadith

ແບ່ງປັນ