Breaking News

ອ່ານເປັນກໍາລັງໃຈ!!! “ເມື່ອຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກກວ່າເກົ່າ ແຕ່ຕ້ອງມີສະຕິ ແລະ ຢູ່ກັບສິ່ງທີ່ມີໃຫ້ໄດ້”

ແບ່ງປັນ

ເອົາກໍາລັງໃຈມາຕ້ອນ!!! ຢາກໃຫ້ທຸກຄົນທີ່ກໍາລັງທໍ້ ຫຼືຜິດຫວັງກັບສິ່ງໃດສິ່ງໜຶ່ງໄດ້ອ່ານ… ເລື່ອງລາວຕໍ່ໄປນີ້ແອັດມິ້ນຢາກໃຫ້ທຸກຄົນອ່ານໃຫ້ຈົບ ເພາະເຊື່ອວ່າມັນອາດຈະເປັນແຮງບັນດານໃຈໃຫ້ກັບອີກຫຼາຍໆຄົນໄດ້ຢ່າງແນ່ນອນ!! ເລື່ອງລາວຂອງ ບີ່ ນັກກິລາແຂ່ງລົດຖີບທີມຊາດ ຂອງສະຫະພັນລົດຖີບ ຄົນພິການແຫ່ງຊາດລາວ ທີ່ມີແຂນພຽງຂ້າງດຽວ… ໂດຍ ໜຸ່ມ ບີ່ ໄດ້ໂພສ ຜ່ານ Facebook ສ່ວນຕົວ Bee Phouthavongsay ວ່າ:

ປັ່ນພິສິດຍອດດອຍອິນທະນົນເປັນຄວາມຝັນ ແລະ ຄວາມທ້າທາຍທີ່ນັກປັ່ນຫຼາຍຄົນຢາກໄປພິສິດໃຫ້ໄດ້. ເກີດມາທໍາອິດກະມີແຂນສອງຂ້າງຄືຄົນທົ່ວໄປ ຫຼັງຈາກຈໍານວນແຂນຫຼຸດລົງເຫຼືອຂ້າງດຽວ ເຮັດຫຍັງກໍລໍາບາກ ແຕ່ກໍຕ້ອງຕັ້ງສະຕິ ແລະ ຝຶກກັບການຢູ່ກັບສິ່ງທີ່ມີໃຫ້ໄດ້, ເມື່ອລິ້ງກັບການໃຊ້ຊີວິດດ້ວຍແຂນດຽວແລ້ວກໍເລີ່ມຢາກຫາສິ່ງທ້າທາຍໃໝ່ໃຫ້ກັບຊີວິດເພື່ອໃຫ້ມີເລື່ອງຕື່ນເຕັ້ນ ຮາຮ່າ ໄດ້ມີໂອກາດໄດ້ຮູ້ຈັກກັບກິລາລົດຖີບ ປັ່ນແລ້ວຮູ້ສຶກມັກ ແລະ ເລີ່ມປັ່ນຝຶກຊ້ອມຈິງຈັງແຕ່ປີ 2017 (ປັດຈຸບັນກະປະມານ 3 ປີ) ເປັນຕົ້ນມາ.
ຫຼັງຈາກປັ່ນໄດ້ຖະໜັດຂຶ້ນກໍເລີ່ມມີຄວາມຄິດຢາກລົງແຂ່ງເພື່ອຫາປະສົບການໃໝ່ໆ ໄດ້ມີໂອກາດໄດ້ລົງແຂ່ງງານ ອບຕ ແດ່ ອິນເຕີແດ່ ລວມໆກະ10 ກ່ວາ ສະໜາມ ມີຄວາມໝັ້ນໃຈໃນຝີມືໂຕເອງລະດັບໜຶ່ງ. ຈົນປີກາຍມີຄວາມຄິດຢາກຫາສິ່ງທ້າທາຍໃໝ່ໃຫ້ໂຕເອງອີກ ພໍດີໄປເບິ່ງຄຣິບເຫັນການແຂ່ງພິສິດຍອດດອຍອິນທະນົນຢູ່ຈັງຫວັດຊຽງໃໝ່ປະເທດໄທ ໃຜກະວ່າໂຫ້ດທໍລະຫົດ ນັກປັ່ນທີ່ເກັ່ງໆ ກະຍັງລອດລົ້ມລອດຕາຍ ແຕ່ແຂນຂ້າງດຽວຄືເຮົາສິລອດຫວາ ເອົ້າຈັ່ງໃດ໋ໍກະຢາກລອງເບິ່ງ ຄັ້ງໜຶ່ງໃນຊີວິດເນາະ ໄດ້ບໍ່ໄດ້ກະຢ່າມັນ ແຕ່ບໍ່ຢາກເສຍໃຈທີ່ບໍ່ໄດ້ລອງ ແຖມໝູ່ສະຫຼະບິບໃຫ້ແດ່ ງານຟີບໍ່ມີພາດ?.
ຫຼັງຈາກນັ້ນ ກໍເລີ່ມສຶກສາການປັ່ນຂຶ້ນດອຍດ້ວຍການເບິ່ງຄຣິບຕ່າງໆໃນ Youtube ເບິ່ງແລ້ວກະ ໂອ້ຍ ສະບາຍ ຊໍ່ານີ້ຄືຊິເຮັດໄດ້ຢູ່ (ມີຄວາມໝັ້ນໃຈເລັກນ້ອຍເຖິງປານກາງ ?) ແຕ່ບາດໄປແລ້ວສິ່ງທີ່ຄິດກັບສິ່ງທີ່ເປັນມັນຊ່າງຕ່າງກັນເຫຼືອເກີນ ນະລົກຊັດໆ ຮາຮ່າ ບໍ່ມີຫຍັງເປັນໄປຕາມແຜນ ແລະ ຈິນຕະນາການໄວ້ຈັກກກກຢ່າງເລີຍ ໃນກຸ່ມ 700+ ຄົນໄດ້ຖືກປ່ອຍໂຕເປັນຄົນທ້າຍໆ ເລີຍພາດການດູດກຸ່ມໃຫຍ່ແບບໜ້າເສຍດາຍທີ່ສຸດໃນໂລກເລີຍ?. ທໍາອິດຄິດຄໍານວນ ເບິ່ງຄຣິບ ວາງແຜນ ຈິນຕະນາການໄວ້ແລ້ວວ່າໂຕເອງຈະສາມາດພິສິດຍອດດອຍໃຫ້ໄດ້ພາຍໃນເວລາ 2:30 ແຕ່ບາດໄປແທ້ໆເກືອບຕາຍຫ່າໃນເວລາ 3:18 ຍອມຮັບວ່າເປັນສະໜາມທີ່ທໍລະຫົດທີ່ສຸດໃນຊີວິດທີ່ເຄີຍແຂ່ງມາກໍວ່າໄດ້, ເວລາທີ່ເຈິເນີນຊັນລຽນຕິດກັນໄລຍະຍາວ ຫຼຽວເຫັນຫຼາຍຄົນເມື່ອຍ ຫາຍໃຈຟໍ່ໆ ປານງູຈົງອາງ(ລວມທັງໂຕເອງ?) ແລະ ລົງຈູງລົດຂຶ້ນດອຍ ໂຕເອງກໍເລີ່ມເມື່ອຍໃຈຊິຂາດ ຂາກໍເລີ່ມໝົດແຮງ ເລີ້ມປັ້ນຕັ້ງແຕ່ຕີນຈົນຮອດແອວ? ແຂນກໍເລີ່ມຕຶງໃນການບັງຄັບແຮນຂ້າງດຽວ ການລົງຈູງລົດຍ່າງຂຶ້ນຫັ້ນບໍ່ເຄີຍມີໃນຫົວຢູ່ແລ້ວ ແຕ່ຈອດຢຸດພັກຫັ້ນຄິດໄວ້ເກືອບຕະຫຼອດທີ່ຜ່ານເຄິ່ງທາງມາຮາຮ່າ ຢາກເອົາຂາລົງແຕະພື້ນຫຼາຍເທື່ອ ແຕ່ກໍຕໍ່ສູ້ກັບໂຕເອງເກືອບຕະຫຼອດທາງ ແຕ່ດ້ວຍກຳລັງໃຈຈາກເພື່ອນນັກປັ່ນ ແລະ ຊາວເມືອງຊຽງໃຫມ່ທີ່ໃຫ້ກຳລັງໃຈຕະຫຼອດສອງຟ້າກທາງ ກະເລີຍອົດເອົາອີກໜ້ອຍໜຶ່ງສາ ອີກໜ້ອຍໜຶ່ງ ອີກໜ້ອຍໜຶ່ງ ກັດແຂ້ວໄຕ່ຂຶ້ນໄປຈົນສຸດດອຍແບບບໍ່ຈອດພັກ(ເຕີມນ້ຳບໍ່ໄລ່ເດີ້?) ແລະ ບໍ່ໃດ້ຈູງແມ່ແຕ່ກ້າວດຽວເລີຍ (ມີຄວາມພູມໃຈສຸດໆ).
ຕອນປັ່ນບອກເລີຍໂຄດຈະທໍລະມານ ນັກປັ່ນທຸກຄົນຄວນໄດ້ໄປລອງເດີ້ ຂໍແນະນໍາ ບໍ່ໄປເອງດຽວຈະບໍ່ອິນກັບການອ່ານໃດ໋ຮາຮ່າ ແຕ່ຫຼັງຈາກທີ່ປັ່ນສໍາເລັດໂຄດແຕ່ພູມໃຈກັບໂຕເອງທີ່ເອົາຊະນະໃຈໂຕເອງໄດ້ ສໍາຄັນທີ່ເຮັດໃຫ້ການທ້າທາຍຄັ້ງນີ້ສໍາເລັດລົງໄດ້ກໍຄື Mindset, ການມີເປົ້າໝາຍ ແລະ ການລົງມືເຮັດແບບຕໍ່ເນື່ອງເພື່ອເຮັດໃຫ້ເປົ້າໝາຍຂອງເຮົາສໍາເລັດ ເຖິງເຮົາຈະມີຕົ້ນທຶນທີ່ບໍ່ເທົ່າກັນແຕ່ຖ້າເຮົາມີຄວາມຕັ້ງໃຈແລ້ວເຮົາກໍຈະສາມາດເຮັດມັນໄດ້. ຊີວິດໜຶ່ງຄັນວ່າຍາວກໍຍາວ ຄັນວ່າສັ້ນກໍສັ້ນ ຈົ່ງຢ່າປ່ອຍໃຫ້ຜ່ານໄປລ້າໆ ຫາສິ່ງທ້າທາຍ ສິ່ງທີ່ໂຕເອງຢາກເຮັດ ແລ້ວລົງມືເຮັດມັນຊະເດີ້ !!!
ປລ ຂອບໃຈຮູບງາມໆຈາກມືກ້ອງງານ,ຂອບໃຈທີມງານ 5ໂມເຊົ້າທີ່ຊັບຜອດ ຈານລຳເງີນທີ່ຮ້ອງເພລງມ່ວນໆ ແລະ ທີ່ຂາດບໍ່ໃດ້ແມ່ນໂຈ້&ນ້ຳຝົນທີ່ພາໄປແຂ່ງ(ເກືອບລືມສອງແມ່ລູກຈີນໂຕຈີດຮຮ)
#ຂ້ອຍເຮັດໄດ້ທຸກຄົນກໍຕ້ອງເຮັດໄດ້

 

 

ແບ່ງປັນ