Breaking News

ເປັນຫຍັງຈຶ່ງຕ້ອງມີ “ວັນແຫ່ງຄວາມຮັກ” ຄົນລາວໃຫ້ຄວາມສໍາຄັນກັບວັນ Valentine ຫຼາຍປານໃດ???

ແບ່ງປັນ

ສະບາຍດີ ວັນແຫ່ງຄວາມຮັກ ເປັນຄໍາທັກທາຍໃນຕອນເຊົ້າຂອງວັນທີ 14 ກຸມພາ… ແລະ ມື້ນີ້ກໍຄືວັນບອກຮັກ ແລະ ສະແດງຄວາມຮັກແຫ່ງຊາດ (ຫຼາຍຄົນເຊື່ອແບບນັ້ນ) ດ້ວຍການໃຫ້ຂອງຂວັນພິເສດແກ່ຄົນທີ່ຕົວເອງຮັກ!! ສ່ວນສາວໆກໍພາກັນລຸ້ນຢູ່ວ່າ ຄົນຮັກຈະໃຫ້ຫຍັງເປັນຂອງຂວັນ?? ແຕ່ກ່ອນທີ່ຈະກຽມຮັບຂອງຂວັນຈາກຄົນພິເສດ ສາວໆຮູ້ແລ້ວບໍ່ວ່າ ວັນ Valentine  ຫຼືວັນແຫ່ງຄວາມຮັກນັ້ນມີຕົ້ນກໍາເນີດມາຈາກໃສ? ແລ້ວເປັນຫຍັງຕ້ອງເລືອກເອົາວັນທີ 14 ກຸມພາ? ແລ້ວຄົນລາວເຮົາໄປກ່ຽວອີ່ຫຍັງກັບວັນນີ້? ເຮົາລອງມາເບິ່ງນໍາກັນ…

ວັນ Valentine ຫຼືວັນແຫ່ງຄວາມຮັກ ແມ່ນມີຕົ້ນກໍາເນີດມາແຕ່ສະໄໝທີ່ ຈັກກະພັດໂຣມັນ ແຫ່ງເອຍິບບູຮານທີ່ມີຄວາມຮຸ່ງເຮືອງທີ່ສຸດໃນສະໄມກ່ອນ ແລ້ວໄດ້ກໍານົດໃຫ້ວັນທີ 14 ກຸມພາ ຂອງທຸກໆປີເປັນມື້ຢຸດແຕ່ງດອງໃຫ້ກັບຄູ່ຮັກ ເພື່ອເປັນການສັນລະເສີນຈັກກະພັດ ແຕ່ມີພຣະທ່ານໜຶ່ງທີ່ຊື່ວ່າ ເຊນ ວາເລນທາຍ ໄດ້ຝ່າຝືນຕໍ່ຂໍ້ຫ້າມດັ່ງກ່າວ ແລ້ວໄປຈັດພິທີແຕ່ງດອງໃຫ້ກັບຄູ່ຮັກຊາວຄຣີດສະຕຽນຄູ່ໜຶ່ງ ຈົນຖືກສັ່ງຈັບໄປຄຸມຂັງໄວ້, ໃນຂະນະທີ່ຢູ່ໃນຄຸກ ເຊນ ວາເລນທາຍ ກໍໄດ້ໄປຕົກຂຸມຮັກກັບລູກສາວຂອງຜູ້ຄຸມຂັງເຊິ່ງເປັນຄົນຕາບອດ ແຕ່ຍ້ອນຄວາມຮັກອັນບໍລິສຸດທີ່ພວກເຂົາທັງສອງມີໃຫ້ກັນ ຝ້າຈຶ່ງຊ່ວຍໃຫ້ຍິງສາວຄົນຮັກສາມາດເບິ່ງເຫັນໄດ້. ແຕ່ເມື່ອເລື່ອງນີ້ໄປຮອດຫູຜຸ້ຄຸມຂັງ (ພໍ່ຍິງສາວຄົນຮັກ) ຈຶ່ງເກີດຄວາມບໍ່ພໍໃຈແຮງ ພ້ອມທັງທັງສັ່ງໃຫ້ປະຫານ ເຊນ ວາເລນທາຍ… ຫຼັງຈາກນັ້ນເປັນຕົ້ນມາ ທຸກຄົນທີ່ຖືສາສະໜາ ຄຣິດສະຕຽນ ຈຶ່ງຖືເອົາວັນທີ 14 ກຸມພາ ເປັນວັນແຫ່ງຄວາມຮັກ ຫຼື ວາເລນທາຍ ເພື່ອລະນຶກເຖິງ ເຊນ ວາເລນທາຍ!!

ແຕ່ປັດຈຸບັນ ວັນວາເລນທາຍ ຫຼືວັນແຫ່ງຄວາມຮັກນີ້ໄດ້ຖືກນໍາເອົາມາໃຊ້ໃນທົ່ວໂລກ ລວມທັງຄົນລາວເຮົາທີ່ໃຫ້ຄວາມສໍາຄັນກັບມື້ນີ້ເປັນພິເສດ ເພາະຈະສັງເກດເຫັນວ່າ ຕາມແຄມທາງແມ່ນມີການຂາຍຂອງຂວັນຫຼາກຫຼາຍເປັນຕົ້ນແມ່ນ ດອກໄມ້ຊໍ່ໃຫຍ່, ກາຕູນໂຕໃຫຍ່… ທີ່ເປັນການຍົ່ວຍວນໃຫ້ສາວໆອ່ອນໄຫວ ລວມໄປເຖິງການໂພສ Facebook ຕ່າງໆ ທີ່ທຸກຄົນຕ່າງເວົ້າເຖິງ ວັນແຫ່ງຄວາມຮັກນີ້ເປັນພິເສດ… ສ່ວນຄົນທີ່ມີຄູ່ຮັກກໍຈະໃຫ້ຂອງຂວັນພິເສດ, ບອກຮັກກັນເປັນພິເສດ ໃນມື້ນີ້. ເຊິ່ງແອັດມິ້ນບໍ່ໄດ້ຈະບອກວ່າເປັນເລື່ອງບໍ່ດີທີ່ເຮົາເອົາຄວາມເຊື່ອຂອງເພິ່ນມາໃຊ້ ແຕ່ຈະບອກວ່າມັນເປັນສິ່ງທີ່ດີທີ່ຫຼາຍຄົນໃຫ້ຄວາມສໍາຄັນ ແລະ ຍັງຄິດເຖິງຄວາມຮັກເຊິ່ງກັນ ແລະ ກັນ. ແຕ່ສິ່ງທີ່ບໍ່ຢາກໃຫ້ໄປຍຶດຕິດຫຼາຍກໍຄືເລື່ອງ ຂອງຂວັນ ແລະ ດອກໄມ້ ຈາກຄົນຮັກ ເພາະມັນບໍ່ແມ່ນທຸກຄົນທີ່ຈະ In ກັບມື້ນີ້ ເລີຍຢາກໃຫ້ຄິດວ່າ ເຖິງຈະໄດ້ຂອງຂວັນໃນມື້ນີ້ ຫຼືໄດ້ຂອງຂວັນໃນມື້ໃດ ແຕ່ຖ້າຄົນເຂົາຕັ້ງໃຈ ມື້ໃດກໍສໍາຄັນ… ສຸດທ້າຍນີ້ຢາກໃຫ້ທຸກຄົນຮັກກັນທຸກໆມື້ ເຖິງວ່າຈະບໍ່ແມ່ນ ວັນແຫ່ງຄວາມຮັກກໍຕາມ.

ແບ່ງປັນ