Breaking News

ແຟນໆໃຫ້ຜ່ານບໍ່? ເມ ວິຈິດຕາ Miss Universe Laos 2019 ປ່ຽນ Look ໃໝ່ຂໍເປັນສາວຫວານຈັກມື້… ຫວານຂະໜາດນີ້ໃຫ້ຄະແນນເທົ່າໃດດີ??

ແບ່ງປັນ

ເມ ວິຈິດຕາ  ຖືວ່າເປັນອີກໜື່ງຄົນທີ່ທັງງາມ ແລະ ເຕັມໄປດ້ວຍຄງາມສາມາດ  ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ເຊິ່ງໃນການເດີນທາງໄປປະກວດເວທີນາງງາມຈັກກະວານຄັ້ງນັ້ນ ສາວເມ ຂອງພວກເຮົາກໍໄດ້ສະແດງຄວາມສາມາດຂອງຕົນເອງອອກມາໃຊ້ຢ່າງເຕັມທີ່ ໃນຖານະຕົວແທນຂອງປະເທດລາວແລ້ວ ແລະ ເຖິງວ່າຈະບໍ່ສາມາດຄວ້າລາງວັນມາຕ້ອນຄົນລາວ ແຕ່ສາວເມ ກໍຍັງຄົງເປັນອີກ 1 ຄວາມພາກພູມໃຈຂອງຄົນລາວທີ່ສຸດ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…   ມື້ນີ້ຂວັນໃຈເລີຍ ຈະພາທຸກຄົນມາສ່ອງ ສາວງາມຄົນນີ້ອິກຄົ້ັງ  ໃນ Look ສາວຫວານ ເພາະຫຼາຍຄົນກໍອາດຈະຄຸ້ນຕາ ເມ ໃນເວີຊັ່ນຂອງນາງແບບທີ່ເຂັ້ມໆຫຼາຍກວ່າ ຖ້າມາເປັນສາວຫວານແລ້ວຈະຫວານຂະໜາດໃດເຮົາມາເບິ່ງນໍາກັນເລີຍ…

 

ຂອບໃຈຮູບພາບຈາກ Facebook:  Vichitta Phonevilay

                                                          Alex Aliya Soundala

 

ແບ່ງປັນ