Breaking News

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ແບ່ງປັນ

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ

ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020).

ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ.

ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ Top Country ແມ່ນປະເທດ ນາມີເບຍ ດ້ວຍຄະແນນ (96.77%), ອັນດັບທີ 2 ແມ່ນປະເທດ ເປຣູ ດ້ວຍຄະແນນ (96.33%) ແລະ ອັນດັບທີ 3 ແມ່ນ ສປປ ລາວ ດ້ວຍຄະແນນ (96.25%). ສ່ວນອັນດັບທີ 4 ເຖິງ 10 (ແມ່ນບໍ່ໄດ້ຮັບລາງວັນ) ຄື: ນິວຊີແລນ, ຍີ່ປຸ່ນ, ທານຊາເນຍ, ການາດາ, ເຄນຢາ, ຫວຽດນາມ ແລະ ອິນເດຍ ລຽງຕາມລຳດັບ.

ການຮັບລາງວັນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບລາງວັນປະເພດ Top Country ຜ່ານມາ ມີພຽງແຕ່ ຫຼວງພະບາງ ທີ່ໄດ້ຮັບລາງວັນອັນດັບທີ 1 ປະເພດເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກ (Best City ຫຼື Top City) ຊຶ່ງໄດ້ຮັບມາແລ້ວ 8 ຄັ້ງ ແລະ ກໍຕິດ 1 ໃນ 10 ເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງໂລກມາຫຼາຍຄັ້ງ ຕັ້ງແຕ່ປີ 2006.

ການໄດ້ຮັບລາງວັນໃນຄັ້ງນີ້ ຖືເປັນຂີດໝາຍທີ່ສຳຄັນ ທີ່ເຮັດໃຫ້ຊື່ “Laos” ປະກົດຕົວໃນສື່ອອນລາຍຂອງວົງການທ່ອງທ່ຽວໂລກເປັນຄັ້ງທຳອິດ ແລະ ຍັງສະແດງໃຫ້ເຫັນວ່າ ບໍ່ສະເພາະແຕ່ ຫຼວງພະບາງ ເທົ່ານັ້ນ ແຕ່ຍັງມີຫຼາຍຂົງເຂດອື່ນໆອີກຂອງ ສປປ ລາວ ທີ່ເປັນໜ້າທ່ອງທ່ຽວຢ່າງປະທັບໃຈເຊັ່ນກັນ.

ແຫຼ່ງຂໍ້ມູນ: Medialaos

ແບ່ງປັນ