Breaking News

ກຽມມາຍ້ອນຍຸກນໍາກັນກັບ !​!​! ງານຄອນເສີດ ຕໍານານຊາວຫນຸ່ມດອກໄມ້ແດງ…

ແບ່ງປັນ

ເພື່ອເຜີຍແຜ່ສຽງເພລງລາວ ຕົ້ນສະບັບຈາກຄົນລຸ້ນເກົ່າ ໃຫ້ແກ່ຄົນລຸ້ນໃຫມ່ໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກສຽງເພລງເຫຼົ່ານີ້ໃຫ້ຄົງຢຸ່ກັບສັງຄົມລາວ ພ້ອມທັງເປັນການເຕົ້າໂຮມວົງໃນຕໍານານຊາວໜຸ່ມດອກໄມ້ແດງ ທີ່ແຍກກັນເປັນເວລາຫຼາຍກວ່າ 30 ປີ ແລະ  ຫາລາຍໄດ້ສົມທົບທຶນຊ່ວຍເຫຼືອສິນລະປິນອາວຸໂສ ທາງ ຮ້ານອາຫານ ຂອບໃຈເດີ ຮ່ວມກັບ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ຈໍາກັດລາວ ໄດ້ຈັດງານຖະແຫຼງຂ່າວ ຄອນເສີດຊາວຫນຸ່ມດອກໄມ້ແດງຂຶ້ນ ໃນວັນທີວັນທີ 22  ກຸມພາ 2020 ທີ່ຮ້ານອາຫານ ຂອບໃຈເດີ. ໃຫ້ກຽດຮ່ວມເປີດງານໂດຍທ່ານ ນາງ ພູຄໍາ ແກ້ວບັນດິດ ຕາງໜ້າ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ແລະ ສວນດອກຈັນ. ກິດຈະກຳແມ່ນເລີ່ມຕົ້ນຈັດຕັ້ງແຕ່ວັນທີ 22 ຈົນເຖິງ ວັນທີ 29 ກຸມພາ 2020 ຢູ່ທີ່ ສວນດອກຈັນ, ບ້ານເພຍວັດ, ເມອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ແຕ່ລະມື້ແມ່ນຈະເລີ່ມຕັ້ງແຕ່ເວລາ 17:00 – 21:00 ໂມງ.

ການຈັດຄອນເສີດໃນຄັ້ງນີ້ ເຕັມໄປດ້ວຍກິດຈະກໍາທີ່ຫຼາກຫຼາຍ ເຊິ່ງຈະມີການສາຍໜັງກາງແປນ, ຊຸ້ມເກມຍ້ອນຍຸກ, ຕະຫຼາດຂາຍເຄື່ອງຍ້ອນຍຸກ, ມີບ່ອນນັ່ງໄວ້ໃຫ້ຜູ້ມາຊົມງານໄດ້ນັ່ງພັກເຊົາ ຮັບປະທານອາຫານ ແລະ ເຄື່ອງດື່ມ ພ້ອມເພີດເພີນໄປກັບ ສິນລະປິນລຸ້ນໃໝ່ຈະມາມອບບົດເພລງເກົ່າໃຫ້ໄດ້ຟັງກັນ, ມີການວາງວສະແດງພາຫະນະຍ້ອນຍຸກ – ວາງສະແດງຮູບພາບເກົົ່າຂອງນະຄອນຫລວງວຽງຈັນໃນສະໄໝ່ກ່ອນ…  ນອກຈາກນີ້ຍັງມີບ່ອນເຊົ່າຊຸດລາວເພື່ອໃຫ້ທຸກຄົນທີ່ໃສ່ຖ່າຍຮູບເພື່ອເກັບພາບໄວ້ເປັນທີ່ລະນຶກພາຍໃນງານ.

ໃນການສະແດງ ແມ່ນຈະຈັດຂຶ້ນມື້ດຽວ ໃນວັນທີ 29 ກຸມພາ ເທົ່ານັ້ນ ຈະມີທັງສິນລະປິນທັງລຸ້ນເກົ່າ ແລະ ລຸ້ນໃໝ່ຮ່ວມສະແດງ:

  • ທ່ານ ນາງຂັນທະວາ ລາຊາສັກ, ສິນລະປິນດີເດັ່ນແຫ່ງຊາດ ເຈົ້າຂອງຜົນງານເພລງວຽງໃນຝັນ
  • ທ່ານ ອຸ່ນແກ້ວ ວໍລະຈັກ, ມືແທຣມເປັດ ນັກແຕ່ງເພລງ ແລະ ຮຽບຮຽງສຽງປະສານ
  • ດຣ. ບັນຊາ ອຸປະຖານາ, ນັກຮ້ອງນໍາ ຜູ້ທີ່ມາດສຸຂຸມ ຈາກກະຊວງສາທາລະນະສຸກ
  • ທ່ານ ແສງມະນີ ພັນທະມິດ,  ນັກຮ້ອງນໍາ ຜູ້ທີ່ມີສຽງເປັນເອກະລັກ ພ້ອມທັງເປັນນັກແຕ່ງເພລງ
  • ທ່່ານ ທ່ອນແກ້ວ ມີລາວົງ, ມີເບສລຸ້ນເກົ່າ ແຕ່ບໍ່ເກົ່າ ທີ່ມີສາຍາວ່າ ຂຽວໜວດເຫຼັກ
  • ທ່ານ ສີເມືອງ ພາລະວານ, ມືກິຕ່າຄອດ ຈາກລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ
  • ທ່ານ ສີສັກ ສາຍສະນິດ,  ມືໂຊໂລເອກຂອງວົງ
  • ທ່ານ ທອງຫຼໍ່ ສີຫາລາດ,  ມີແຊັກໂຊໂຟນ
  • ທ່ານຄໍາເຕີມ ຊານຸບານ,  ສິນລະປິນອາວຸໂສ ແລະ ສິນລະປິນດີເດັ່ນແຫ່ງຊາດ
  • ອາຈານ ເພັດສີ ແກ້ວພິລາວັນ,  ມືກອງເລືອດໃໝ່ ຈາກຮ້ານອາຫານ ຂອບໃຈເດີ  ພ້ອມກັບສິນລະປິນຮັບເຊີນລຸ້ນໃຫມ່ຢ່າງ ສັກ ວົງເຊລ ທີ່ເຂົ້າຮ່ວມປະກອບສຽງເພລງລາວໃນຍຸກສະໄຫມເກົ່າ.

 

ในภาพอาจจะมี 10 คน

ງານນີ້ຂໍບອກເລີຍ ສໍາລັບໃຜທີ່ຢາກຈະຍ້ອນຍຸກໄປຮອດຍຸກ 90 ຖືວ່າພາດບໍ່ໄດ້!!!!! ອີຫຼີ…

ແບ່ງປັນ