Breaking News

ຊົມເຊີຍ!! ນັກຮຽນລາວຄວ້າລາງວັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຈາກການແຂ່ງຂັນສິ່ງປະດິດ 21 ປະເທດທົ່ວໂລກ…

ແບ່ງປັນ

ຂວັນໃຈ ຍັງເຊື່ອສະເໝີວ່າ ຄົນລາວເຮົາມີຄວາມສາມາດບໍ່ດ້ອຍໄປກວ່າປະເທດໃດໃນໂລກ ຂໍແຕ່ມີໂອກາດ ແລະ ບ່ອນສະແດງຝືມືເຮົາຈະໄດ້ເຫັນວ່າ ຄົນລາວເຮົາເຮັດໄດ້ ແລະ ເຮັດໄດ້ດີບໍ່ໄດ້ດ້ອຍໄປກວ່າຄົນຊາດໃດເລີຍ… ຄືດັ່ງຕົວຢ່າງທີ່ຈະມາຢັ້ງຢືນໃນມື້ນີ້ ກໍເປັນອີກສິ່ງກາລັນຕີອີກຢ່າງໜຶ່ງວ່າ ຄົນລາວເຮົາເກັ່ງສໍ່າໃດ!! ໂດຍເມື່ອວັນທີ 2 ຫາ 6 ກຸມພາ ປີ 2020. ໄດ້ມີກຸ່ມນັກຮຽນຈາກ ສປປ ລາວ ເຮົາເຂົ້າຮ່ວມແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ. ທີ່ຈັດໂດຍ the National Research Council of Thailand ຂອງປະເທດໄທ… ການແຂ່ງຂັນ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ ສິ່ງປະດິດ) ທີ່ມາຈາກ 21 ປະເທດ ທົ່ວໂລກ.

ສຳລັບ ສປປ ລາວ ແມ່ນໄດ້ເຂົ້າຮ່ວມການແຂ່ງຂັນ ຄັ້ງທຳອິດ ເຊິ່ງແມ່ນ ນັກຮຽນຈາກໂຮງຮຽນ ເມຈິກພາມສ ແລະ ບໍລິສັດ ໄດ້ສົ່ງທັງໝົດ 11 ໂຄງການເຂົ້າຮ່ວມການແຂ່ງຂັນ ໃນນັ້ນມີ 2 ໂຄງການທີ່ໄດ້ຮັບຫລຽນຄຳ, 2 ໂຄງການໄດ້ຮັບຫຼຽນເງິນ ແລະ 2 ໂຄງການໄດ້ຮັບຫຼຽນທອງແດງ.

ຫລຽນຄຳທໍາອິດແມ່ນເປັນຂອງກຸ່ມນັກຮຽນ ທີ່ໄດ້ສ້າງລະບົບການບຳບັດນໍ້າເພື່ອກະສິກຳ ນຳໃຊ້ເຄື່ອງ ຣີໄຊ໌ເຄີລ ມາສ້າງລະບົບບຳບັດນ້ຳເສຍເພື່ອໃຊ້ເຂົ້າໃນກະສິກຳ. ກຸ່ມນັກຮຽນ ຊັ້ນມັດທະຍົມ1 ອາຍຸ 11 ປີ ລວມມີ ນາງ ອາໂລນາ ສີຈະເລີນ, ນາງ ອິນທິລາ ສີດສະຫວັດວົງ ແລະ ນາງ ປັນຍາພອນ ຟອງສະຫວັນ, ໄດ້ເຮັດວຽກຫຼາຍເດືອນເພື່ອກຽມໂຄງການເຂົ້າການແຂ່ງຂັນຄັ້ງນີ້. ນາງ ອາໂລນາ ສີຈະເລີນ ຫົວໜ້າທີມຂອງກຸ່ມນັກຮຽນ ກ່າວວ່າ: ຕົນເອງມີຄວາມພູມໃຈຫຼາຍກັບຜົນສຳເລັດໃນການແຂ່ງຂັນຄັ້ງນີ້. ນອກນັ້ນໂຄງການລະບົບບຳບັດນ້ຳເສຍເພື່ອໃຊ້ໃນກະສິກຳ ຍັງໄດ້ຮັບລາງວັນ the Young Innovator Award ຈາກ ອົງການ Citizen Innovation ປະເທດສິງກະໂປ.

ສຳລັບຫຼຽນທອງ ສອງ ຂອງປະເທດລາວແມ່ນ ເປັນຂອງ ກຸ່ມນັກຮຽນຊັ້ນມໍ 5 ທ້າວ ວິນນາກອນ ແລະ ທ້າວ ດວງສີ ແລະ ວິລະເດດ ສຸວັນທອງ ສຳລັບການເຮັດເຄື່ອງບົດຂີ້ເຫຍື້ອແບບທັນສະໄໝ. ນອກນັ້ນ ໂຄງການທີ່ເຂົ້າຮ່ວມບາງໂຄງການຂອງລາວ ແມ່ນຍັງໄດ້ຮັບ ລາງວັນພິເສດຈາກປະເທດ ເກົາຫລີໃຕ້ ແລະ ຮອງກົງອີກດ້ວຍ

ແບ່ງປັນ