Breaking News

ແມ່ຍິງຍຸກໃຫມ່ພຽງແຕ່ Strong ແລະ ໝັ່ນໃຈກໍປະສົບຜົນສໍາເລັດໄດ້…

ແບ່ງປັນ

ສັງຄົມເຮົາໃນປັດຈຸບັນໃຫ້ຄວາມສໍາຄັນກັບ “ຄວາມສະເໝີພາບທາງເພດ” ເຮັດໃຫ້ແມ່ຍິງທົ່ວໂລກມີບົດບາດສໍາຄັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນທຸກແວດວົງ ບໍ່ວ່າຈະເປັນທາງດ້ານການເມືອງ ວິຊາການ ທຸລະກິດ ຫຼືວິທະຍາສາດ ແມ່ຍິງກໍມີອິດທິພົນຫຼາຍຂຶ້ນ. ທຸກຄົນເຄີຍ ສົງໄສບໍວ່າ “ແມ່ຍິງ” ຄວນມີບຸກຄະລິກແບບໃດຈື່ງຈະກ້າວໄປສູ່ຄວາມສໍາເລັດໄດ້? ມື້ນີ້ຂວັນໃຈມີສິ່ງດີໆມີແນະນໍາວ່າ ແມ່ຍິງທີ່ຈະປະສົບຄວາມສໍາເລັດໄດ້ຄວນເປັນແນວໃດ…

1. ແມ່ຍິງທີ່ພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫລອດເວລາ

ຢູ່ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນໃນປັດຈຸບັນ ແມ່ຍິງບໍ່ສາມາດປ່ອຍເວລາໃຫ້ສູນເສີຍອີກຕໍ່ໄປ ບໍ່ແມ່ນວ່າທຸກຄົນເກີດມາພ້ອມກັບຄວາມສາໍເລັດ ການທີ່ຈະປະສົບຜົນສໍາເລັດໄດ້ນັ້ນຕ້ອງອາໄສເວລາ ແລະ ຄວາມມຸ່ງໝັ່ນ ແມ່ຍິງທີ່ຈະປະສົບຜົນສໍາເລັດຕ້ອງມີຄວາມພ້ອມທັງຮ່າງກາບຍ ແລະ ຈິດໃຈ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອໃຫ້ໝັ່ນໃຈໄດ້ວ່າ ທັກສະທີ່ມີນັ້ນເປັນສິ່ງຈໍາເປັນ ແລະ ບໍ່ສາມາດທົດແທນໄດ້

2. ແມ່ຍິງທີ່ສາມາດບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ
ໃຜແດ່ທີ່ຈະບໍ່ມັກແມ່ຍິງສະຫຼາດ? ແມ່ນຍິງທີ່ປະສົບຜົນສໍາເລັດສ່ວນໃຫຍ່ນັ້ນມີຄວາມສາມາດໃນການບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ແລະ ແມ່ຍິງເຫຼົ່ານັ້ນ ກໍຈະສາມາດຄວບຄຸມ ບໍລິຫານຈັດການຊີວິດໄດ້

3. ແມ່ຍິງທີ່ມີຄວາມໝັ່ນໃຈ ບໍ່ຍອມແພ້

ການມີຄວາມໝັ່ນໃຈ ແລະ ຄວາມພະຍາຍາມເປັນຄຸນລັກສະນະທີ່ສໍາຄັນສໍາລັບແມ່ຍິງທີ່ປະສົບຜົນສໍາເລັດ ທຸກມື້ນີ້ມີແມ່ຍິງບາງຄົນທີ່ປະເມີນຄ່າຕໍ່າເກີນໄປໃນຫຼາຍໆດ້ານ ໂດຍສະເພາະແມ່ນເລື່ອງຂອງການເຮັດວຽກ ບໍ່ວ່າຄົນອື່ນຈະຄິດແນວໃດ ພວກເຂົາຮູ້ຄຸນຄ່າຂອງຄວາມສາມາດການເຮັດວຽກທີ່ຕົນເອງມີຢູ່ ແລະ ບໍ່ຍອມໃຫ້ໃຜມາຫຼຸດຄຸນຄ່າລົງໄປໄດ້ ຄວາມເຊື່ອໝັ່ນປະກອບກັບຄວາມມຸ່ງໝັ່ນສູ່ຄວາມສໍາເລັດ ຈະເຮັດໃຫ້ພວກເຂົາປະສົບຜົນສໍາເລັດຕາມທີ່ໄດ້ຕັ້ງໃຈໄວ້ ການບໍ່ຍອມແພ້ຈະມີຄວາມຜິດພາດເກີດຂຶ້ນ ແຕ່ຈະໃຊ້ໂອກາດນັ້ນໃນການຮຽນຮູ້ເພື່ອເປັນແຮງພັກດັນສູ່ຄວາມສໍາເລັດ

4. ແມ່ຍິງທີ່ໃຫ້ຄວາມສໍາຄັນກັບຄອບຄົວ

ຄອບຄົວມີຄວາມສໍາຄັນຫຼາຍຕໍ່ກັບຄວາມສໍາເລັດ ແມ່ຍິງທີ່ປະສົບຄວາມສໍາເລັດສ່ວນໃຫຍ່ມີຄອບຄົວເປັນແຮງພັກດັນ ເຖິງແມ່ນວ່າຈະເຮັດວຽກໜັກ ຫຼືມີຄວາມຮັບຜິດຊອບສູງ ແຕ່ພວກເຂົາຈະແບ່ງເວລາໃຫ້ກັບຄອບຄົວ ບໍ່ວ່າຕາຕະລາງຈະແນ່ນພຽງໃດກໍຕາມ ແຕ່ໝັ່ນໃຈໄດ້ເລີຍວ່າ ທຸກເທື່ອທີ່ຄອບຄົວຕ້ອງການ ພວກເຂົາກໍຈະຢູ່ຂ້າງໆສະເໝີ ສໍາລັບ ແມ່ຍິງແລ້ວ ຄວາມສໍາເລັດທີ່ເກີດຂຶ້ນກັບຕົນເອງຖືວ່າເປັນຄວາມສໍາເລັດຂອງຄອບຄົວເຊັ່ນກັນ ແລະ ຄວາມສໍາເລັດທີ່ພວກເຂົາໄດ້ຮັບທັງໝົດ ຈະມີບໍ່ຄ່າ ຖ້າຫາກບໍ່ໄດ້ແບ່ງປັນໃຫ້ໃຜເລີຍ ນີ້ຈື່ງເປັນສາເຫດທີ່ວ່າ ເປັນຫຍັງແມ່ຍິງທີ່ປະສົບຜົນສໍາເລັດໃນດ້ານການເຮັດວຽກ  ແມ່ຍິງສ່ວນຫຼາຍຈື່ງຊອກຫາຄວາມສົມດູນລະຫວ່າງຊີວິດຄອບຄບ ແລະ ການເຮັດວຽກນັ້ນເອງ

5. ແມ່ຍິງທີ່ກ້າ ຈະກ້າວອອກຈາກ Comfort Zone…

ແມ່ຍິງທີ່ປະສົບຜົນສໍາເລັດມັກຈະຮັບມືກັບສະຖານະການແຫ່ງຄວາມບໍ່ແນ່ນອນ ຫາກມີໂອກາດໄດ້ລອງສິ່ງໃໝ່ໆ ພວກເຂົາຈະມັກອາສາເປັນຄົນທໍາອິດ ແລະ ສິ່ງຕ່າງໆເຫຼົ່ານີ້ຈະນໍາພວກເຂົາໄປສູ່ຄວາມສໍາເລັດ ເພາະມັນເປັນການສະແດງໃຫ້ເຫັນຮອດຄວາມສາມາດໃນການປັບຕົວໄດ້ໃນທຸກສະຖານະການ ພວກເຂົາມັກຄວາມຮູ້ສຶກທີ່ຕື່ນເຕັ້ນມາພ້ອມກັບຄວາມສ່ຽງ ແລະ ກໍບໍ່ຢ້ານທີ່ຈະເຮັດໃນສິ່ງທີ່ແຕກຕ່າງອອກໄປ ຟັງແລ້ວອາດຈະເປັນໄປບໍ່ໄດ້ ແຕ່ສໍາຫຼັບແມ່ຍິງແລ້ວທຸກຢ່າງເປັນໄປໄດ້ສະເໝີ


ເຖິງຢ່າງໃດກໍຕາມ ຄົນທີ່ຈະປະສົບຜົນສໍາເລັດໄດ້ ຕ້ອງຂຶ້ນຢູ່ກັບຕົວເຮົາເອງເປັນທີ່ຕັ້ງ ພຽງແຕ່ເຮົາກ້າຄິດ ກ້າເຮັດ ກ້າຕັດສິນໃຈໃນສິ່ງທີ່ດີ ຄວາມສໍາເລັດກໍບໍ່ໄກເກີນເອື້ອມແນ່ນອນ!!!

 

ແບ່ງປັນ