Breaking News

ສະຖານະການນ່າເປັນຫ່ວງ!! ເກົາຫລີໃຕ້ປະກາດສູ້ກັບພະຍາດລະບາດ ໂຄວິດ-19 ຫຼັງມີຜູ້ຕິດເຊື້ອຫຼາຍກວ່າ 5,000 ຄົນ…

ແບ່ງປັນ

ປັດຈຸບັນ ພະຍາດລະບາດ ໂຄວິດ-19 ກຳລັງແຜ່ລະບາດໄປທົ່ວທຸກມຸມໂລກ ລວມທັງປະເທດເກົາຫລີໃຕ້ກໍໄດ້ຮັບເຊື້ອໄວຣັສນີ້ເຊັ່ນກັນ ແລະ ເບິ່ງສະຖານະການກໍເພີ່ມຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດ ລັດຖະບານ​ເກົາ​ຫລີກໍໄດ້​ທຸ່ມ​ງົບ​ປະ​ມານ​ແສນ​ລ້ານ​ສູ້​ກັບ​ໂຄ​ວິດ​-19 ດ້ານ​ແຮງ​ງານ​ຜິດ​ກົດໝາຍ​ໃນ​ເກົາຫລີ​ໃຕ້​ຕ່າງ​ເຂົ້າ​ລາຍ​ງານ​ຕົວ​ເພື່ອ​ສະແດງ​ຄວາມ​ຈຳ​ນົງ​ກັບ​ປະເທດ ໂດຍ​ສະເພາະ​ເ​ເຮງ​ງານ​ຈາກ​ຈີນ​ ແລະ ​ໄທ ຫຼັງ​ໂຄ​ວິດ​-19 ລະ​ບາດ…

ผลการค้นหารูปภาพสำหรับ Covid -19 at korea

 

ມຸນ​ແຈ​ອິນ ປະ​ທາ​ນາ​ທິບໍ​ດີ​ເກົາ​ຫລີໃຕ້ກ່າວ​ວ່າ ຕອນ​ນີ້​ເກົາ​ຫລີ​ໃຕ້​ຢູ່ໃນ​ສະພາ​ວະ​ ຕໍ່ສູ້ກັບ​ເຊື້ອ​ໄວ​ຣັສ​ໂຄ​ວິດ​-19 ຫຼັງ​ຈາກ​ລັດຖະບານ​ປະ​ກາດ​ມາ​ດຕະການ​ການ​ປ້ອງ​ກັນ​ຂັ້ນ​ສູງ​ສຸດ ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັສ ທັງ​ນີ້​ລັດຖະບານ​ເກົາ​ຫລີ​ໃຕ້ຍັງ​ໄດ້​ອ​ະນຸ​ມັດ​ ງົ​ບ​ປະ​ມານ​ກວ່າ 30 ​ລ້ານ​ວອນ ເປັນ​ ງົບ​ປະ​ມານ​ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ການ​ແພ່​ລະ​ບາດ​ຂອງ​ໂຄ​ວິດ​-19

ผลการค้นหารูปภาพสำหรับ korea corona

​ປະ​ທາ​ນາ​ທິບໍດີ​ເກົາ​ຫລີ​ໃຕ້​ ປະ​ກາດ​ໃຫ້​ໜ່ວຍ​ງານ​ຂອງ​ລັດ​ທຸກ​ໜ່ວຍງານ ​ກຽມ​ພ້ອມ​ຮັບ​ມື​ກັບ​ສະຖານະການ​ສຸກ​ເສີນ 24 ຊົ່ວໂມງ. ທາງ​ການ​ເກົາ​ຫລີ​ໃຕ້​ລາຍ​ງານ​ວ່າ​ເມື່ອ​ວັນທີ 3 ມີນາ 2020 ທີ່ຜ່ານມາພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ອີກ 477 ຄົນ ເຮັດໃຫ້​ມີຍອດ​ຜູ້​ຕິດ​ເຊື້ອທັງໝົດ​ໃນ​ປະເທດ​ແລ້ວ 4,812 ຄົນ ຂະນະ​ທີ່​ຈຳນວນ​ຜູ້​ເສຍຊີວິດ​ເພີ່ມ​ຂຶ້ນ​ເປັນ 28 ຄົນ.

ผลการค้นหารูปภาพสำหรับ Covid -19 at korea

ກະ​ຊວງ​ສາທາລະນະສຸກ​ ແລະ ​ສະຫ​ວັດ​ດິ​ການ​ສັງຄົມ​ລະ​ບຸ​ວ່າ ຜູ້​ຕິດ​ເຊື້ອ​ກວ່າ 3,600 ຄົນ​ນັ້ນ​​ມາ​ຈາກ​ເມືອງ​ແດ​ກູ ແລະ​ ອີກ​ເກືອບ 700 ຄົນ​ຢູ່ໃນ​ພື້ນ​ທີ່​ທາງ​ຕອນ​ ເໜືອ​ຂອງ​ແຂວງ​ກຽງ​ຊັງ ຂະນະ​ທີ່​ກະ​ຊວງປ້ອງກັນຊາດ​ຂອງ​ເກົາ​ຫລີໃຕ້​ລາຍ​ງານ​ພົບ ສະມາຊິກ​ໃນ​ກອງທັບ​ເກົາ​ຫຼີ​ ຕິດ​ເຊື້ອ​ໂຄ​ວິດ​-19 ເພີ່ມ​ອີກ 3 ຄົນ ທັງຫມົດ​ແລ້ວ​ມີ​ສະມາຊິກ​ກອງທັບ​ຕິດ​ເຊື້ອ​ແລ້ວ 31 ຄົນ…

ผลการค้นหารูปภาพสำหรับ korea corona army

ຈັງໃດ ກໍຂໍໃຫ້ເກົາຫລີໃຕ້ ຜ່ານວິກິດນີ້ໄປໃຫ້ໄດ້ໄວໆເດີ້!!!

ຂອບໃຈຂໍ້ມູນຈາກ: ໂທລະໂຄ່ງ

ແບ່ງປັນ