
ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແລະ ໄດ້ເອົາຕົວຢ່າງໄປກວດຊອກຫາເຊື້ອພະຍາດຢູ່ຫ້ອງວິເຄາະ ແຕ່ບໍ່ພົບຕິດພະຍາດ COVID -19. ເຖິງຢ່າງໃດກໍ່ຕາມ ,ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຜູ້ເປັນພະຍາດ ແລະ ລະບາດຢູ່ປະເທດລາວເຮົາ, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ກະຊວງສາທາລະນະສຸກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການ ກະກຽມຄວາມພ້ອມໃນການຕອບໂຕ້ ຕໍ່ການລະບາດພະຍາດດັ່ງກ່າວ.
ມາຮອດປັດຈຸບັນ, ທັງໝົດຄົນເຫຼົ່ານີ້ ແມ່ນໄດ້ກາຍກຳນົດຂອງການຕິດຕາມແລ້ວ ແລະ ບໍ່ປາກົດມີອາການທີ່ກ່ຽວພັນກັບພະຍາດ COVID -19. ວຽກງານວິເຄາະຢັ້ງຢືນເຊື້ອພະຍາດ, ສູນວິເຄາະ ແລະ ລະບາດວິທະຍາ ແມ່ນຫ້ອງວິເຄາະຫລັກໃນການກວດຢັ້ງຢືນພະຍາດ COVID -19 ເປັນຫ້ອງວິເຄາະທີ່ຮັບຮອງຈາກອົງການອະນາໄມໂລກວ່າເປັນສູນໄຂ້ຫວັດແຫ່ງຊາດ ແລະ ໄດ້ຮັບການກວດສອບຄຸນນະພາບຈາກພາຍນອກ (EQA) ໃນການກວດ COVID -19, ຫ້ອງວິເຄາະສຳຮອງ ປັດສະເຕີລາວ, ເມຣີເອີ ແລະ ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດທີ່ຮ່ວມກັນໃນການກວດຢັ້ງຢືນພະຍາດ COVID -19 ພ້ອມທັງມີຊ່ຽວຊານອົງການອະນາໄມໂລກຕິດຕາມກວດກາຢ່າງໃກ້ຊິດ. ມາຮອດປະຈຸບັນ, ໄດ້ກວດຕົວຢ່າງທັງໝົດ 53 ຕົວຢ່າງ, ໂດຍທັງໝົດແມ່ນບໍ່ພົບເຊື້ອພະຍາດ COVID -19 ແຕ່ຢ່າງໃດ.
ວຽກງານປ້ອງກັນການຕິດເຊື້ອ ແລະ ຄຸ້ມຄອງກໍລະນີ, ການປະເມີນຄວາມພ້ອມຂອງໂຮງໝໍທົ່ວປະເທດລວມທັງ ໂຮງໝໍເອກະຊົນ, ຈັດອົບຮົມຄວາມກຽມພ້ອມໃຫ້ແພດໝໍ ແລະ ພະຍາບານໃນທົ່ວປະເທດກ່ຽວກັບການຄຸ້ມຄອງກໍລະນີ ແລະ ການປ້ອງກັນການຕິດເຊື້ອ ພ້ອມທັງປະກອບອຸປະກອນການແພດທີ່ຈຳເປັນຕ່າງໆ ເຊັ່ນ ຊຸດ PPE, ຜ້າອັດປາກ-ດັງ, ຈັດຕຽມຫ້ອງແຍກດ່ຽວກໍລະນີມີຄົນເຈັບທີ່ສົງໄສຕິດເຊື້ອ, ສ້າງລະບົບກັ່ນກອງຄົນເຈັບເພື່ອແຍກກວດຕ່າງຫາກ, ສະໜອງເຄື່ອງປ້ອງກັນການຕິດເຊື້ອ ແລະ ອຸປະກອນທີ່ຈຳເປັນສຳລັບຫ້ອງແຍກປ່ຽວ, ຢູ່ບັນດາໂຮງໝໍແຂວງ ແລະ ບາງເມືອງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ, ກະກຽມຫ້ອງແຍກປ່ຽວເພື່ອຮັບຮອງຄົນເຈັບທີ່ສົງໃສ, ຢູ່ຂັ້ນສູນກາງມີໂຮງໝໍມິດຕະພາບ, ໂຮງໝໍເສດຖາ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ເປັນໂຮງໝໍຮອງຮັບຄົນເຈັບ ເພື່ອເຝົ້າລະວັງ ແລະ ຕິດຕາມ, ສຳລັບຢູ່ຂັ້ນແຂວງແມ່ນໂຮງໝໍແຂວງທຸກແຂວງ ແລະ ບາງໂຮງໝໍເມືອງທີ່ຢູ່ໃກ້ດ່ານກວດຄົນເຂົ້າເມືອງ, ສຳລັບການປີ່ນປົວຢູ່ຂັ້ນສູນກາງແມ່ນກຳນົດໂຮງໝໍ ມິດຕະພາບເປັນບ່ອນປິ່ນປົວ ຫາກມີກໍລະນີຕິດເຊື້ອ ແລະ ຢູ່ຂັ້ນແຂວງ ແມ່ນແນໃສ່ແຂວງທີ່ມີຄວາມສ່ຽງຫຼາຍເຊັ່ນ ໂຮງໝໍແຂວງຫຼວງນໍ້າທາ ແລະ ຫຼວງພະບາງ. ສຳລັບແຂວງອື່ນໆກໍ່ໃຫ້ສືບຕໍ່ກຽມພ້ອມ, ການຈັດກຽມລົດນຳສົ່ງຄົນເຈັບເພື່ອຮັບຄົນເຈັບກໍລະນີສົງໄສ ຫາໂຮງໝໍມິດຕະພາບ.
ປັດຈຸບັນ ພວກເຮົາມີເຄື່ອງກວດວິເຄາະຢັ້ງຢືນພະຍາດ COVID -19 ຈໍານວນ 14 ເຄື່ອງ, ຕິດຕັ້ງກ້ອງວັດອຸນຫະພູມຮ່າງກາຍ 8 ເຄື່ອງ, ເຄື່ອງຊ່ວຍຫາຍໃຈ 20 ເຄື່ອງ, ແລະ ຊຸດປ້ອງກັນພະຍາດ ຈໍານວນ 4.680 ຊຸດ.
ທີ່ມາ: Lao National Radio