Breaking News

ຄວາມໃນໃຈ ຂອງ ອາລີຍາ ສີຣິໂສພາ ຫຼັງຈາກປະກວດ Miss international Queen 2020 …

ແບ່ງປັນ

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສໍາລັບການປະກວດ Miss international Queen 2020  ທີ່ຈັດຂຶ້ນຢູ່ ບາງກອກ ປະະເທດໄທ ໃນວັນທີ 7 ມີນາ 2020 ທີ່ຜ່ານທີ່ມາ   ແລະ ສາວງາມທີ່ຄວ້າມົງໄປຄອງແມ່ນ ສາວງາມ Valentina Fluchaire ຕົວແທນຈາກປະເທດ Mexico ,  ຮອງອັນດັບ 1 ແມ່ນ Ruethaipreeya Nuanglee ຕົວແທນຈາກປະເທດ  Thailand  , ຮອງອັນດັບ 2 ແມ່ນ Ariella Moura  ຕົວແທນຈາກປະເທດ Brazil…

ສ່ວນປະເທດລາວເຮົາ ອາລິຍາ ສິຣິໂສພາ Miss international Queen Laos 2020 ຕົວແທນສາວງາມຈາກປະເທດລາວ  ເຖິງວ່າຈະບໍ່ສາມາດຄວ້າລາງວັນ ແຕ່ ຕຸບີ່ ກໍຕິດທ໋ອບ 12 ສາວງາມ ໃນການເຜີຍແຜ່ຄວາມງາມ, ວັດທະນະທໍາຂອງປະເທດລາວໃຫ້ສາກົນໄດ້ຮັບຮູ້!!!

ເຊິ່ງຫຼ້າສຸດ ຕຸບີ່ ອາລິຍາ ສິຣິໂສພາ ໄດ້ໂພສຄວາມໃນໃຈຜ່ານເຟສບຸກຂອງຕົນວ່າ: “ຈາກເດັກນ້ອຍຄົນຫນຶ່ງທີ່ມີຄວາມຝັນຢາກເປັນນາງງາມ ຢາກປະກວດເທິງເວທີລະດັບໂລກ ໃນມື້ນີ້ຄວາມຝັນໄດ້ເປັນຈິງ ເຖິງວ່າຈະບໍ່ປະສົບຜົນສຳເລັດແຕ່ຄັ້ງຫນຶ່ງໄດ້ເຮັດຕາມຄວາມຝັນຂອງໂຕເອງໄດ້ຖືສາຍສະພາຍປະເທດລາວ ເຖິງເວທີສາກົນ ພູມໃຈທີ່ສຸດ? ສິ່ງທີ່ໄດ້ຈາກເວທີນີ້ ທີ່ຍິງໃຫຍ່ໄປກວ່າມົງກຸດ ຄືມິດຕະພາບ ທີ່ຫາໃສບໍ່ໄດ້ອີກແລ້ວຕ່າງຄົນຕ່າງພາສາ ຕ່າງສາສະຫນາແຕ່ສາມາດຢູ່ຮ່ວມກັນໄດ້ສິ່ງທີ່ໄດ້ຮັບຄືມາຄືຄວາມຈິງໃຈທີ່ມີໃຫ້ກັນນັ້ນເປັນສິ່ງທີ່ຫນ້າພູມໃຈ ທຸກຄົນຄື The winner ຂອງໂຕເອງ?
ຂອບໃຈທ່ານVannaly Onsavath ປະທານໂຄງການລາວຊຸບເປີໂມເດລ ທີ່ສະຫນັບສະຫນູນແລະສົ່ງເສີມມາຕະຫລອດ ຂອບໃຈທີມງານເບື້ອງຫນ້າແລະເບື້ອງຫລັງຫມົດທຸກຄົນ?? ຂອບໃຈທຸກແຮງເຊຍ ທຸກກຳລັງໃຈຈາກພີ່ນ້ອງຊາວລາວ?ຂອບໃຈຫມູ່ຄູ່ທຸກໆຄົນ?”
Miss international Queen 2020
Top12 miss international Queen
ในภาพอาจจะมี 5 คน, สถานที่ในร่ม

ในภาพอาจจะมี 5 คน, สถานที่ในร่ม

ในภาพอาจจะมี 1 คน, กำลังยืน

ການປະກວດໃນຄັ້ງນີ້ ຕຸບີ່ ອາລິຍາ ສິຣິໂສພາ ກໍເປັນອີກຄົນທີ່ເປັນຄວາມພາກພູມໃຈຂອງປະເທດລາວໃນການໄປເຜີຍແຜ່ ວັດທະນະທໍາ ຂອງຄວາມເປັນລາວສູ່ສາກົນໄດ້ຮັບຮູ້ ເຖິງຈະບໍ່ໄດ້ລາງວັນກັບມາ ແຕ່ເຊື່ອໄດ້ເລີຍວ່າ ຕຸລີ່ ໄດ້ໃຈຄົນລາວເຮົາໄປເຕັມໆເລີຍ!!!

ຂອບໃຈຮູບພາບຈາກ: Aliya Sirisopha

#lsm
#laosupermodel
#missinternationalqueen
#missqueenlaos
#coralisstswimwear

ແບ່ງປັນ