Breaking News

ນັກວິທະຍາສາດຊາວຮົງກົງ “Yuen Kwok- yung” ເຊື້ອວ່າ ໄວຣັສ Covid-19 ຈະແຜ່ລະບາດຂ້າມປີ…

ແບ່ງປັນ

ພະຍາດລະບາດ  Covid -19 ຍັງຄົງແຜ່ກະຈາຍໄປເລື້ອຍໆທົ່ວທຸກມຸມໂລກ ແລະ ສົ່ງຜົນໃຫ້ຄົນມີອາການຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ…ຫຼ້າສຸດນັກວິທະຍາສາດຮົງກົງເວົ້າວ່າ: ການລະບາດຂອງພະຍາດ Covid -19 ອາດຈະແກ່ຍາວໄປເຖິງປີໜ້າ ແລະ ສະຖານທີ່ບ່ອນລະບາດອາດຈະປ່ຽນໄປ ເຊິ່ງການວິໄຈຂອງຈີນບອກວ່າ Covid-19ມັກອາກາດຊຸ່ມເຢັນ…

ผลการค้นหารูปภาพสำหรับ covid 19 cases in hong kong

ຈາກເວັບໄຊທ໌ South China Morning Post ໃນຮົງກົງໄດ້ລາຍງານໃນວັນທີ 8 ມີນາທີ່ຜ່ານມາ ໄດ້ອ້າງເຖິງງານວິໄຈຂອງສາດສະດາຈານ Yuen Kwok- yung ນັກວິທະຍາສາດຈຸລິນຊີຈາກມະຫາວິທະຍາໄລຮົງກົງເຊື່ອວ່າ ສະຖານະການແຜ່ລະບາດ ຂອງໄວຣັສຈະບໍ່ຢຸດຕິໃນທ້າຍປີ 2020 ແລະ ພື້ນທີ່ການແຜ່ລະບາດຈະຮຸນແຮງຂຶ້ນຕື່ມ.

ผลการค้นหารูปภาพสำหรับ Covid-19

ผลการค้นหารูปภาพสำหรับ Covid-19

ສາດສະດາຈານ Yuen Kwok- yung  ຍັງແນະນໍາວ່າ: ວິທີການປ້ອງກັນພະຍາດດັ່ງກ່າວທີ່ດີທີ່ສຸດ ແມ່ນການຮັກສາສຸຂະອະນາໄມຂອງຕົນເອງເປັນຕົ້ນແມ່ນ ລ້າງມືໃຫ້ສະອາດ ແລະ ຫຼີ້ກລ້ຽງການເດີນທາງໄປສະຖານທີ່ຕ່າງໆຖ້າບໍ່ຈໍາເປັນ!
ຈາກການຄົ້ນຄວ້າວິໄຈຂອງມະຫາວິທະຍາໄລ Sun Yat-Sen ໃນແຂວງ Guangdong ຂອງ ສປ ຈີນ ຈາກການເກັບຂໍ້ມູນອັດຕການເຈັບທົ່ວໂລກນັບແຕ່ວັນທີ 20 ມັງກອນ ຫາ ວັນທີ 4 ກຸມພາ 2020 ວິເຄາະຜົນພົບວ່າ: ອຸນຫະພູມທີ່ໄວຣັສ ​​​​Covid -19 ແຜ່ກະຈາຍໄດ້ດີທີ່ສຸດແມ່ນຕໍ່າກວ່າ 8,2  °C ແຕ່ຖ້າອຸນຫະພູມສູງກວ່ານີ້ໄວຣັສຈະອ່ອນແອ ແລະ ມີອັດຕາແຜ່ເຊື້ອຕໍ່າ…

ผลการค้นหารูปภาพสำหรับ Covid-19

ผลการค้นหารูปภาพสำหรับ covid 19 cases in hong kong

ເຖິງແນວໃດກໍຕາມ ຂວັນໃຈ ກໍຂໍໃຫ້ທຸກຄົນຮັກສາສຸຂະພາບຕົນເອງໃຫ້ດີເດີ້!!!

ຂອບໃຈຂໍ້ມູນເພສ: ຫນັງສືພິມລາຍງານລາວພັດທະນາ

ແບ່ງປັນ