Breaking News

ສະເໜີໂຈະການຈັດປະກວດນາງສັງຂານ ປີ 2020 ທີ່ຫຼວງພະບາງ…

ແບ່ງປັນ

ປີໃຫມ່ ພສ 2563 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມຫຍຸງ້ຍາກຫຼາຍ ຍ້ອນການລະບາດຂອງພະຍາດ Covid-19 ຢູ່ໃນພາກພື້ນ ແລະ ບາງປະເທດອ້ອມຂ້າງ ສະນິ້ນ ເພື່ອເປັນການປ້ອງກັນ ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ຈາກພະຍາດດັ່ງກ່າວ

ເຈົ້າແຂວງຫຼວງພະບາງ ຈຶ່ງຮຽນລາຍງານຂໍທິດຊີ້ນຳ ຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອຂໍໂຈະການຈັດກິດຈະກຳ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2563 ບໍ່ວ່າຈະເປັນການ ໂຈະຈັດງານປະກວດ ນາງສັງຂານ ໃນວັນທີ 11-12 ເມສາ 2020, ໂຈະການຈັດຕະຫຼາດນັດມວນຊົນ ຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ 2020, ໂຈະການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມາສາ 2020, ໂຈະໃນການແຫ່ວໍ່ທີ່ເປັນຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນທີ 14-15 ເມສາ 2020.

ສ່ວນກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີຂອງຫຼວງພະບາງມາແຕ່ດຶກດຳບັນ ທີ່ຈະຕ້ອງສືບຕໍ່ປະຕິບັດເຊັ່ນ: ພິທີອັນເຊີນພະບາງລົງສົງ ແຕ່ວັນທີ 17-20 ເມສາ 2020, ການແຫ່ວໍ່ (ແຫ່ ແລະ ສົງນໍ້າໃຫ້ຄູບາ, ພະສົງແຕ່ລະວັດ) ເຊິ່ງບໍ່ມີມວນຊົນ ແລະ ແຂກເຂົ້າຮ່ວມຫຼາຍໃນວັນທີ 15 ເມສາ 2020

ແບ່ງປັນ