Breaking News

ປະກາດຢ່າງເປັນທາງການແລ້ວ! ຈັດໃຫ້ Covid-19 ເປັນການລະບາດທີ່ໃຫຍ່ Pandemic ລະດັບໂລກ…

ແບ່ງປັນ

ປັດຈຸບັນ ພະຍາດ ລະບາດ Covid-19 ນັບມື້ນັບຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຫຼາຍຢ່າງໄປທົ່ວທຸກມຸມໂລກ ທັງເຮັດໃຫ້ຈໍານວນຄົນຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ…  ເຊິ່ງຫຼ້າສຸດ Breaking news ! ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການໃນວັນທີ 11 ມີນາ 2020 ວ່າ ການລະບາດຂອງໄວຣັສສາຍພັນໃໝ່ ທີ່ເຮັດໃຫ້ເກີດໂລກ  Covid-19 ທີ່ເປັນໂລກລະບາດທີ່ແຜ່ກະຈາຍໄປທົ່ວໂລກແລ້ວ  (Pandemic) ໂດຍເຊື້ອໄວຣັສ Covid-19 ມີຕົ້ນກຳເນີດຈາກເມືອງອູ່ຮັ່ນໃນຈີນ ໃນຂະນະນີ້ໄດ້ແຜ່ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ ໂດຍກ່ອນໜ້ານີ້ມີ ການລະບາດໃຫຍ່ ເກີດຂຶ້ນກັບໂລກຂອງເຮົາ ບໍ່ວ່າຈະເປັນ ໄຂ້ຫວັດໃຫຍ່ ສະເປນ (Spanish flu), ໄຂ້ຫວັດອາຊີ, ໄຂ້ຫວັດໝູ, ລວມໄປເຖິງ ກ່ຽວກັບການລະບາດຂອງເຊື້ອໄວຣັສ Covid-19 ເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic” ເຊັ່ນກັນ.

 

ທ່ານ Tedros Adhanom Ghebreyesus ຫົວໜ້າ ອົງການອະນາໄມໂລກ  ໄດ້ກ່າວວ່າ: “We are deeply concerned both by the alarming levels of spread and severity” ພວກເຮົາມີຄວາມເປັນຫ່ວງ ເປັນໄຍ ທີ່ສຸດ ເຖິງລະດັບການເຕືອນ ການແຜ່ລະບາດ ທີ່ມີຄວາມໄວ ແລະ ຄວາມຮຸນແຮງນີ້.

ผลการค้นหารูปภาพสำหรับ Tedros Adhanom Ghebreyesus

ການຍົກລະດັບຄວາມຮຸນແຮງຂຶ້ນເປັນ Pandemic ນີ້ ມີຂຶ້ນ ໃນວັນທີ 11/03/2020 ໂດຍຍອດຜູ້ຕິດເຊື້ອ ໄດ້ເພີ່ມຂຶ້ນເປັນ 120,000 ຄົນ ໃນທົ່ວໂລກ.

ທ່ານ Anthony Fauci ຫົວໜ້າສະຖາບັນແຫ່ງຊາດ National Institute of Allergy and Infection Diseases ຂອງອາເມລິກາ ກ່າວຕື່ມວ່າ: “ສະຖານະການການແຜ່ລະບາດນີ້ ແມ່ນຍັງຈະມີແນວໂນ້ມ ໜັກລົງໄປກ່ວາເກົ່າ.

ผลการค้นหารูปภาพสำหรับ Anthony Fauci

ຂອບໃຈຂໍ້ມູນຈາກ:  Lao Youth Radio FM 90.0 Mhz

ທີ່ມາ: Washingtonpost

ແບ່ງປັນ