Breaking News

ແຈ້ງການດ່ວນ! ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນ ການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານ-ລູກຈ້າງໂດຍບໍ່ເກັບເງິນ…

ແບ່ງປັນ

ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານລູກຈ້າງໂດຍບໍ່ເກັບເງິນ ແລະ ກໍລະນີມີພະນັກງານກັບມາແຕ່ຕ່າງປະເທດ ຜູ້ໃຊ້ແຮງງານຕ້ອງການໃຫ້ພັກ ຕ້ອງຈ່າຍຄ່າແຮງງານໃຫ້ຕາມປົກກະຕິ.

ในภาพอาจจะมี 1 คน, กำลังยืน และ สถานที่กลางแจ้ง

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ເລື່ອງການປະຕິບັດມາດຕະການ ຄວບຄຸມ ແລະ ໂຕ້ຕອບການລະບາດໄວຣັສ COVID-19 ຢູ່ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດຢູ່ຫົວໜ່ວຍແຮງງານ ແຈ້ງໃຫ້ປະຕິບັດດັ່ງນີ້:

1. ໃຫ້ຜູ້ໃຊ້ແຮງງານ ສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດ ໄວຣັສ COVID-19 ໂດຍບໍ່ໃຫ້ເກັບເງິນນຳພະນັກງານເປັນຕົ້ນ ສະບູ, ເຈວລ້າງມື, ຜ້າ ອັດປາກ, ອັດດັງ ແລະ ອື່ນໆ.

2. ຜູ້ໃຊ້ແຮງງານ ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, ຈາມ ຫຼື ຫາຍໃຈຍາກ ໃຫ້ນຳສົ່ງຜູ້ກ່ຽວໄປໂຮງຫມໍເພື່ອຕິດຕາມ ແລະ ກວດສຸຂະພາບຜູ້ກ່ຽວ ຕາມລະບຽບຂອງຂະແໜງການທີ່ກ່ຽວຂ້ອງ.

3. ໃຫ້ຫຼີກລ່ຽງການແຕ່ງຕັ້ງພະນັກງານໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ມີການແຜ່ລະບາດຂອງໄວຣັສ COVID-19, ໃນກໍລະນີທີ່ຜູ້ກ່ຽວກັບມາແຕ່ຕ່າງປະເທດໃຫ້ຜູ້ໃຊ້ແຮງງານຖ້າຕ້ອງການໃຫ້ຜູ້ກ່ຽວພັກ ຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ກ່ຽວຕາມປົກກະຕິ.

ການນໍາເຂົ້າແຮງງານຕ່າງປະເທດ
1. ສຳລັບຫົວໜ່ວຍແຮງງານໃດທີ່ຈະນຳເຂົ້າແຮງງານຕ່າງປະເທດ ຄວນຫຼີກລ່ຽງການນຳເຂົ້າແຮງງານຕ່າງປະເທດທີ່ມາຈາກເມືອງ ຫຼື ຂົງເຂດທີ່ມີການແຜ່ລະບາດຂອງໄວຣັສ COVID-19

2. ກ່ອນແຮງງານຕ່າງປະເທດຈະເຂົ້າມາລາວຕ້ອງຜ່ານການກວດວັດອູນຫະພູມຮ່າງກາຍ ແລະ ຂັ້ນຕອນ
ຕ່າງໆ ຢູ່ດ່ານຂາເຂົ້າ ກວດຄົນເຂົ້າເມືອງທັງຢູ່ສະໜາມບິນ ແລະ ດ່ານສາກົນຕ່າງໆ

ไม่มีคำอธิบายรูปภาพ

ในภาพอาจจะมี ข้อความ

ໃນກໍລະນີ ທີ່ມີບັນຫາໃດບໍ່ທັນຈະແຈ້ງ ສາມາດຕິດຕໍ່ສອບຖາມໄດ້ທີ່ ກົມຄຸ້ມຄອງແຮງງານ ໂທ: 021 213007, ແຟັກ: 021 213247.

 

ແບ່ງປັນ