Breaking News

ຄົນລາວແຫ່ແຊຣ໌!! ໂຈໂຈ້ ມິຣາໂຄ ຝາກຄໍາຖາມແທນໃຈຄົນລາວ… ຖ້າຄົນລາວຕິດເຊື້ອ Covid-19 ຈະໄປປິ່ນປົວໄດ້ຢູ່ໃສ??

ແບ່ງປັນ

ບໍ່ວ່າຈະເຮັດຫຍັງ ໄປໃສ ຊ່ວງນີ້ກໍມີແຕ່ຄົນເວົ້າເຖິງເລື່ອງໄວຣັສສາຍພັນໃໝ່ ຫຼື Covid-19 ເພາະຖືວ່າເປັນພະຍາທີ່ຮ້າຍແຮງທີ່ສຸດໃນປັດຈຸບັນນີ້ ເຊິ່ງຫຼັງຈາກມີການປະກາດຈາກຫຼາຍພາກສ່ວນວ່າໃຫ້ມີການປ້ອງກັນ ເພາະໄວຣັສສາຍພັນໃໝ່ນີ້ ໄດ້ແຜ່ລະບາດໄປເກືອບທົ່ວໂລກ ແລະ ເມື່ອບໍ່ດົນມານີ້ ອົງການອານາໂລກ ກໍໄດ້ອອກມາປະກາດແລ້ວວ່າ  Covid-19  ເປັນພະຍາດໃຫຍ່ລະດັບໂລກໄປແລ້ວ… ສ່ວນປະເທດລາວເຮົາເອງກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເພາະເຖິງວ່າປັດຈຸບັນ ລາວເຮົາຍັງບໍ່ມີຕົວເລກຜູ້ຕິດເຊື້ອທີ່ແນ່ນອນ ແຕ່ພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກມາດຕະການປ້ອງກັນຫຼາຍຢ່າງບໍ່ວ່າຈະເປັນ ການໃຫ້ຍຸຕິງານສັງສັນ, ງານແຕ່ງງານ, ງານບຸນປະເພນີຕ່າງໆ ທັງນີ້ກໍເພື່ອຄວາມປອດໄພຂອງທຸກຄົນ!!

ແລະ ຄືທີ່ທຸກຄົນຮູ້ກັນແລ້ວວ່າ  Covid-19  ເປັນພະຍາໄຂ້ຫວັດທີ່ຮ້າຍແຮງທີ່ສຸດທີ່ເຄີຍມີມາ ແລະ ເນື່ອງຈາກວ່າ ປະເທດລາວເຮົາຍັງບໍ່ມີຜູ້ຕິດເຊື້ອ ແຕ່ກໍມີກໍລະນີເຝົ້າລະວັງຢູ່ບໍ່ໜ້ອຍ ໂດຍສະເພາະຄົນລາວທີ່ເດີນທາງກັບຈາກຕ່າງປະເທດ ລວມທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວໃນໄລຍະນີ້ ຈຶ່ງເຮັດໃຫ້ສັງຄົມມີຄໍາຖາມຢ່າງຫຼວງຫຼາຍກ່ຽວກັບການປິ່ນປົວຂຶ້ນມາ… ຈົນມີໂພສຂອງນັກຮ້ອງຊື່ດັງຄື ອ້າຍໂຈໂຈ້ ມີຣາໂຄ ທີ່ໄດ້ອອກມາຝາກຄໍາຖາມແທນໃຈຄົນລາວທຸກຄົນວ່າ “ຖ້າມີຄົນລາວຕິດ Covid-19 ແທ້ໆ ຈະໄປຮັກສາປິ່ນປົວຢູ່ໃສ? ຖາມເພື່ອທຸກຄົນ…” ແລະ ຫຼັງຈາກທີ່ຂໍ້ຄວາມດັ່ງກ່າວໄດ້ເຜີຍແຜ່ອອກມາ ກໍມີຊາວເນັດພ້ອມດ້ວຍຄົນດັງຫຼາຍຄົນ ເຂົ້າໄປສະແດງຄວາມຄິດເຫັນຢ່າງຫຼວງຫຼາຍວ່າ ເຫັນດີນໍາອ້າຍໂຈໂຈ້ ທຸກຄົນກໍຢາກຮູ້ຄືກັນ; ພ້ອມທັງແຊຣ໌ ເປັນຈໍານວນຫຼວງຫຼາຍ. ເຊິ່ງແອັດມິ້ນເອງກໍຢາກຮູ້ເຊັ່ນກັນ…

ຫວັງຢ່າງຍິ່ງວ່າຂໍ້ຄວາມໃນໂພສຂອງ ອ້າຍໂຈໂຈ້ ແລະ ຂ່າວຈາກ ຂວັນໃຈ ນີ້ອາດຈະເປັນອີກໜຶ່ງກະບອກສຽງ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປພິຈາລະນາ, ຕໍ່ຍອດຂັ້ນຕອນຫຼັງຈາກປ້ອງກັນບໍ່ໄດ້ແລ້ວ ແລະ ຄາດວ່າໄດ້ຮັບຂ່າວດີໃນໄວໆນີ້ ເພື່ອໃຫ້ຄົນລາວເຮົາທຸກຄົນໄດ້ອຸ່ນໃຈ…

ຮູບພາບຈາກ: JoJo Miracle

ແບ່ງປັນ