Breaking News

ສະຖານະການ ລະບາດຂອງພະຍາດ COVID-19 ທີ່ປະເທດຈີນ “ຈຸດສູງສຸດ” ສິ້ນສຸດແລ້ວ…

ແບ່ງປັນ

ພະຍາດລະບາດ COVID-19 ທີ່ເກີດຂຶ້ນຢູ່ທີ່ ອູ່ຮັ່ນ ສປຈີນ ເລີ່ມແຕ່ທ້າຍເດືອນ ທັນວາປີ 2019 ເປັນຕົ້ນມາໄດ້ເຮັດໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນປະຊາຊົນຊາວເມືອງອູ່ຮັ່ນ ແລະ ຕອນນີ້ກໍໄດ້ແຜ່ກະຈາຍໄປເກືອບທົ່ວທຸກພື້ນທີ່ໃນໂລກ… ແຕ່ຫຼ້າສຸດ ມື້ວັນທີ 12 ມີນາ 2020 ທີ່ຜ່ານມາ ໂຄສົກລັດຖະບານຈີນກໍໄດ້ປະກາດ ຈຸດສູງສຸດ ຂອງການແຜ່ລະບາດຂອງໂລກຕິດເຊື້ອໄວຣັສໂຄວິດສາຍພັນໃໝ່ 2019 (ໂຄວິດ-19) ໃນປະເທດຈີນໄດ້ສິ້ນສຸດລົງແລ້ວ!

ໝີ່ເຟິງ ໂຄສົກຄະນະກຳມະການສຸຂະພາບແຫ່ງຊາດ  (NHC) ຂອງຈີນ ຖະແຫຼງໃນນະຄອນປັກກິ່ງວ່າ ຈໍານວນຄົນເຈັບລາຍໃໝ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ສະຖານະການແຜ່ລະບາດຂອງໂລກນີ້ແມ່ນຢູ່ໃນລະດັບຕໍ່າ ນອກຈາກນີ້ຍັງເຜີຍວ່າ ຈໍານວນຄົນເຈັບລາຍໃໝ່ໃນອູ່ຮັ່ນ ເມືອງເອກຂອງມົນທົນຫູເປີ່ຍທາງຕອນກາງ ແລະ ສູນກາງການລະບາດຂອງໂລກ ໄດ້ປັບລະດັບເລກຫຼັກດຽວ ໂດຍມີລາຍງານຄົນເຈັບລາຍໃໝ່ພຽງ 8 ຄົນໃນວັນພຸດ ທີ 11 ມີນາ 2020 ທີ່ຜ່ານມາ ໃນຂະນະດຽວກັນບໍ່ມີລາຍງານຜູ້ປ່ວຍລາຍໃໝ່ໃນເມືອງອື່ນໆ ຂອງມົນທົນຫູເປີ່ຍຕິດຕໍ່ກັນຄົບອາທິດແລ້ວ ໂດຍຈີນແຜ່ນດິນໃຫຍ່ ຍົກເວັ້ນມົນທົນຫູເປີ້ຍ ກວດພົບຄົນເຈັບພຽງ 7 ຄົນ ໂດຍຜູ້ເຈັບ 6 ຄົນແມ່ນມາຈາກນອກປະເທດ

ໂຄສົກ  NHC  ການຮັກສາຄົນເຈັບເປັນສິ່ງສໍາຄັນສູງສຸດ ພ້ອມສະແດງຄໍາໝັ່ນວ່າບໍ່ມີການຫຼຸດຄວາມພະຍາຍາມໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ

ທັ້ງນີ້ອົງການອະນາໄມໂລກ (WHO) ປະກາດຍົກລະດັບການລະບາດຂອງໂຄວິດ-19 ເປັນ ໂລກລະບາດທົ່ວໂລກ (Pandemic)  ເນື່ອງຈາກມີການແຜ່ລະບາດເພີ່ມຂຶ້ນທົ່ວໂລກ!!!

ຈັງໃດຄົນລາວເຮົາທຸກຄົນກໍຄວນຮັກສາ ແລະ ປ້ອງກັນຕົນເອງໃຫ້ດີ ໄປໃສມາໃສກໍຂໍໃຫ້ໃສ່ຜ້າປິດປາກ ແລະ ລ້າງມືໃຫ້ສະອາດຕະຫຼອດເວລາ ມີສະຕິ ເພື່ອປ້ອງກັນຕົນເອງໃຫ້ໜີຫ່າງຈາກພະຍາດດັ່ງກ່າວໃຫ້ໄດ້ໄກທີ່ສຸດ…
ແບ່ງປັນ