Breaking News

“ແມັດທິວ” ໂພສຊື້ງເຖິງ “ລີເດຍ” ໃນວັນຄົບຮອບແຕ່ງງານທີ່ບໍ່ໄດ້ຢູ່ນໍາກັນ…”ເຖິງວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກ… ຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງເປັນແບບນີ້”

ແບ່ງປັນ

ເມື່ອບໍ່ດົນມານີ້ຄູ່ສາມີພັນລະຍາ ຂອງວົງການບັນເທິງໄທຢ່າງ ແມັດທິວ ແລະ ສາວ ລີເດຍ ກໍໄດ້ອອກມາໂພສຜ່ານອິນສະຕາແກຣມສ່ວນຕົວວ່າຕິດເຊື້ອ  covid19 ເຊິ່ງກ່ອນໜ້ານີ້ແມ່ນ ໜຸ່ມ ແມັດທິວ ກໍໄດ້ອອກມາໂພສກ່ອນວ່າຕົນເອງຕິດເຊື້ອ ແລະ ຫຼັງຈາກນັ້ນ ໃນວັນທີ່ 16 ມີນາ 2020 ພັນລະຍາສາວ  ໄດ້ອອກມາໂພສກ່ຽວກັບຜົນກວດວ່າຕົນເອງກໍຕິດເຊື້ອເຊັ່ນກັນ….   ເຊິ່ງວັນທີ 16 ມີນາ 2020  ເປັນວັນຄົບຮອບແຕ່ງງານຂອງໜຸ່ມ ແມັດທິວ ແລະ ສາວ ລີເດຍ ແຕ່ຕອນນີ້ທັງຄູ່ຕ້ອງແຍກກັນເພື່ອຮັກສາຕົວ  ເຊິ່ງສາມີກໍໄດ້ໂພສຂໍ້ຄວາມຊື້ງໆຜ່ານທາງ IG ໃຫ້ພັນລະຍາສາວສວຍໄດ້ອ່ານວ່າ :  “ມື້ນີ້ແມ່ນວັນຄົບຮອບແຕ່ງງານ 5 ປີ ແລ້ວເດີ້ ໃຜຈະຄິດວ່າໃນມື້ນີ້ເຮົາທັງສອງຕ່າງກໍຕ້ອງນອນຢູ່ໃນໂຮງໝໍນໍາກັນທັ້ງຄູ່່ ແລະ ເຖິງແມ່ນວ່າຈະຢູ່ບໍ່ໄກກັນປານໃດ ແຕ່ມັນຄືຢູ່ຄົນລະໂລກເລີຍ ເພາະມັນບໍ່ສາມາດເບິ່ງເຫັນໜ້າເຈົ້າໄດ້ແບບໃກ້ຊິດ ບໍ່ສາມາດເຂົ້າໄປຈູບເຈົ້າ ຈັບຜົມ ຫຼືກອດເຈົ້າ ແລະ ບອກວ່າຂ້ອຍຮັກເຈົ້າຫຼາຍພຽງໃດ ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າຕ້ອງຢູ່ໃນສະຖານະການແບບນີ້ ໃນຊ່ວງ 10 ປີທີ່ຜ່ານມາ ກາຍເຮົາບໍ່ເຄີຍຫ່າງກັນເກີນ 4-5 ມື້ ແຕ່ເທື່ອນີ້ ຄືຈະແມ່ນ 3 ອາທິດ ກ່ອນທີ່ເຮົາຈະໄດ້ກັບມາຢູ່ນໍາກັນແບບນັ້ນໄດ້ອີກຄັ້ງ ພ້ອມພຽງກັນທັ້ງ 2 ຄອບຄົວ+ດີແລນ+ເດມີ່ ແຕ່ບໍ່ເປັນຫຍັງ ເພາະເຮົາເຮັດໄດ້ ພວກເຮົາເຂັ້ມແຂງຫຼາຍ ເຮົາຈະສູ້ກັບໄວຣັສນີ້ໃຫ້ມັນຫາຍໄປຈາກຄອບຄົວເຮົາ ຮັກ ແລະ ຄິດຮອດເຈົ້າ ແລະ ຄອບຄົວສຸດໆ ສູ້ໆ#covid19” 

ສ່ວນ ສາວ ລີເດຍ ກໍໄດ້ໂພສພາບວັນແຕ່ງງານ ພ້ອມຂໍ້ຄວາມວ່າ ” 16 ມີນາ 2563 ຈະເປັນວັນທີ່ຈົດຈໍາໄປຕະຫຼອດຊີວິດ ຂໍຂອບໃຈທຸກກຳລັງທີ່ຜ່ານມາ ມັນຄືພະລັງໃຈໃຫ້ເຮົາຕ້ອງສູ້ ຂໍສົ່ງກຳລັງໃຈໃຫ້ກບຜູ້ຕິດເຊື້ອ COVID-19  ທຸກຄົນ ເຮົາຈະສູ້ຮົບໄປພ້ອມໆກັນ ເຮົາຈະບໍ່ມີຄຳວ່າພ້າຍແພ້ #covid19 ເຮົາຕ້ອງຫຼອດ ສຸກສັນວັນຄົບຮອບແຕ່ງງານ 5 ປີຂອງເຮົາເດີສາ @matthew.deane1  ແລະມື້ນີ້ເຈົ້າແປ໋ວແຫວວກໍອາຍຸ 7 ເດືອນເຕັມແລ້ວ  @demi_deaneຄິດຮອດອ້າຍຍັກທີ່ສຸດເລີຍ@dylandeane_official”

 

ผลการค้นหารูปภาพสำหรับ วันแต่งงาน แมัดทิว และ ลิเดีย

ผลการค้นหารูปภาพสำหรับ วันแต่งงาน แมัดทิว และ ลิเดีย

ผลการค้นหารูปภาพสำหรับ วันแต่งงาน แมัดทิว และ ลิเดีย

ผลการค้นหารูปภาพสำหรับ วันแต่งงาน แมัดทิว และ ลิเดีย

ผลการค้นหารูปภาพสำหรับ วันแต่งงาน แมัดทิว และ ลิเดีย

ສຸກສັນວັນຄົບຮອບແຕ່ງງານຂອງທັງສອງ! ຂວັນໃຈຂໍໃຫ້ທັ້ງສອງສູ້ກັບພະຍາດນີ້ ແລະ ຜ່ານມັນໄປໄວ້ໄວໆເດີ້!!!

 

ແບ່ງປັນ