Breaking News

ອ່ານໄວ້ເຕືອນສະຕິ!! ເຂົ້າໃຈວ່າຕອນນີ້ໃຜກໍຢ້ານ Covid-19 ແຕ່ຢາກໃຫ້ມີສະຕິຫລາຍໆແດ່…

ແບ່ງປັນ

ສະພາບການຂອງ Covid-19 ທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ຈໍານວນຄົນຕິດເຊື້ອ ແລະ ເສຍຊີວິດ ເພີ່ມຂຶ້ນທຸກມື້… ເຊິ່ງເຮົາບໍ່ຮູ້ວ່າມື້ໃດພະຍາດລະບາດດັ່ງກ່າວຈື່ງຈະຫລຸດລົງ ແລະ ສາມາດຄວບຄຸມໄດ້    ການລະບາດຂອງ Covid-19  ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດເກືອບທຸກປະເທດທົ່ວໂລກບໍ່ວ່າຈະເປັນ ບໍລິສັດຫ້າງຮ້ານຂາດທຶນ, ການຄ້າຂາຍບໍ່ອໍານວຍ, ທຸລະກິດທ່ອງທ່ຽວ, ການບິນ, ການເຮັດວຽກຂອງບາງສາຂາອາຊີບ ກໍຕ້ອງໄດ້ຍົກເລິກ, ການໃຊ້ຊີວິດກໍຫຍຸ້ງຍາກ, ເຄື່ອງອຸປະໂພກ-ບໍລິໂພກສ່ວນໃຫຍ່ເລີ່ມຂາດຕະຫຼາດ… ແລະ ນອກຈາກນີ້ທຸກຄົນຍັງກັງວົນວ່າຕົນເອງຈະຕິດເຊື້ອ ຫຼືບໍ່? ຖ້າຕິດເຊື້ອແລ້ວຈະໄປປິ່ນປົວຢູ່ໃສ? ຖ້າເສດຖະກິດຕົກຕໍ່າແບບນີ້ຈະເອົາຫຍັງມາກິນ ນີ້ເປັນສາເຫດຫຼັກທີ່ເຮັດໃຫ້ທຸກຄົນແຕກຕື່ນ ຢ້ານ ກັງວົນໄປໝົດ!!! ມື້ນີ້ຂວັນໃຈເລີຍເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງ ມາໃຫ້ທຸກຄົນຕ້ອງອ່ານ ເພື່ອເຕືອນສະຕິ ຫວັງວ່າຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ທຸກຄົນ…

••••• ສະຕິໂຕໃຫຍ່ໆເດີ້ ••••••

ເຂົ້າໃຈວ່າໃຜກະຢ້ານ Covid … ແຕ່ຢາກໃຫ້ມີສະຕິຫລາຍໆ

1. ວ່າດ້ວຍເລື່ອງສະພາບຈິດໃຈ

ຂ້ອຍຜ່ານຈຸດນັ້ນມາແລ້ວ ແລະ ຫລາຍຈຸດອີກ
– ຈຸດທີ່ກີນເຂົ້າບໍ່ໄດ້ ນອນບໍ່ຫລັບ
– ຈຸດທີ່ບໍ່ມີອາຫານການກີນ ກີນແຕ່ຕົ້ມຫມີ່ ກັບ ຕົ້ມໄຂ່ທຸກຄາບ
– ຈຸດທີ່ຫາຊື້ຜ້າປິດປາກບໍ່ໄດ້
– ຈຸດທີ່ນັ່ງກອດເຂົ່າພ້ອມນໍ້າຕາ ແນມຫນ້າກັບເມດໃນຫ້ອງສີ່ຫລ່ຽມ
– ຈຸດທີ່ຕ້ອງມານັ່ງເສບຂ່າວແຕ່ລະມື້ ວ່າສິມາຮອດໂຕເອງມື້ໃດສິໄດ້ຮັບມືທັນ
– ຈຸດທີ່ຕ້ອງມາອັບເດດຂ່າວທຸກມື້ ເພື່ອໃຫ້ຄົນລາວມີສະຕິ ແຕ່ກົງກັນຂ້າມ ຄົນລາວພັດກຳລັງມ່ວນໃນການສະຫລອງກຸດຈີນ ໃນຂະນະທີ່ຄົນຈີນຈິດໃຈຫົດຫູ່ ພ້ອມນັ່ງນັບສະຖິຕິຄົນຕາຍໃນແຕ່ລະມື້
– ຈຸດທີ່ຂ້ອຍຕັດສິນໃຈບໍ່ຢາກກັບບ້ານ ຢ້ານຮັກສາໂຕເອງໄດ້ບໍ່ດີພໍ ຢ້ານຕິດເຊື້ອຕອນຂີ່ຍົນ ໃນຈຸດຊຸມຊົນຄົນຫລາຍ
– ຈຸດທີ່ຫມູ່ສິເບີ່ງໂຕເອງເປັນໂຕຫນ້າລັງກຽດ ເມື່ອເຂົາຮູ້ວ່າເຮົາກັບມາແຕ່ຈີນ
– ຈຸດທີຖືກຄຳຖາມສາລະພັດສຸກດິບ ວ່າຕິດລະຫວາ? ບໍ່ແມ່ນຕິດລະເບາະ ! ກັບມາລະຢ່າເອົາເຊື້ອມານຳໄດ໋ !
– ຈຸດທີຂື້ນຍົນມາ ເຫັນເມັດເຂົ້າແລ້ວສັ່ນໃສ່ (ຄວາມຫິວ)
ທຸກຈຸດແມ່ນຂ້ອຍຜ່ານມາຫມົດແລ້ວ ແລະຍັງເຫລືອຫລາຍໆຈຸດໃນເຫດການຄັ້ງນັ້ນ (ເລົ່າຫມົດມື້ກະຄືສິບໍ່ຫມົດ) ຂໍຜ່ານ
ເລື່ອງແນວນີ້ບໍ່ເກີດກັບໂຕເອງຈະບໍ່ມີທາງຮູ້ ແລະ ເຂົ້າໃຈເດັດຂາດ
ຂ້ອຍຈິດຕົກ ! ຫລອນ ! ນອນບໍ່ຫລັບ! ຈິດໃຈບໍ່ສະຫງົບ

ບັນຫາສຳຄັນຄືກຳລັງໃຈ ບໍ່ແມ່ນຄຳເວົ້າໃສ່ ແບບບໍ່ໄດ້ໄຕ່ຕອງ

2. ວ່າດ້ວຍເລື່ອງຄວາມຮັບຜິດຊອບໂຕເອງເພື່ອສ່ວນລວມ

ກ່ອນຈະຕັດສິນໃຈກັບ ຂ້ອຍກະໄດ້ກຽມພ້ອມກັບທຸກຢ່າງ ເຮັດທຸກຢ່າງປ້ອງກັນໂຕເອງໃຫ້ດີທີ່ສຸດ
– ຕັດຖົງຂີ້ເຫຍື້ອມາປະຕິດປະຕ່ອມໃຫ້ໄດ້ເສື້ອຄຸມເປັນໂຕ (ເພາະຫາຊື້ບໍ່ໄດ້ຕ້ອງໄດ້ເຮັດເອງ)
– ໃສ່ຖົງມື , ໃສ່ Mask
– ເອົາເຫລົ້າ 90 ມາປະສົມນຳ້ເພື່ອສີດຂ້າເຊື້ອ , ລ້າງມື ທຸກ 5 ນາທີ
– ເອົາ Dettol ປະສົມນຳ້ໄວ້ສີດບ່ອນນັ່ງຕາມສະຖານທີ່ຕ່າງກ່ອນສິນັ່ງ ,ຫລື ກ່ອນສິສຳຜັດອີ່ຫຍັງຕ່າງໆ ..!
ກ່ອນຈະເຂົ້າມາລາວ ຂ້ອຍກະຍອມຖີ້ມເຄື່ອງນຸ່ງທີ່ໃສ່ຢູ່ໂຕອອກຫມົດ ແລ້ວປ່ຽນເຄື່ອງໃຫມ່ ເພື່ອຄວາມປອດໄພ ແລະ ສະບາຍໃຈ, ພະຍາດອາດຈະບໍ່ສາມາດຕິດທາງສີ່ງຂອງໄດ້ ແຕ່ກະເລືອກທີ່ຈະຖີ້ມ..

3. ວ່າດ້ວຍເລື່ອງຂໍກວດຫາເຊື້ອຢູ່ ໂຮງຫມໍ 150ຕຽງ

ຫລັງຈາກຂ້ອຍກັບມາແຕ່ຈີນກໍຮີບຮ້ອນໃຈໄປຂໍກວດຫາເຊື້ອ ເພາະໂຕເອງໄດ້ມາຈາກປະເທດທີ່ມີຄວາມສ່ຽງ! ແຕ່ຫມໍກໍບໍ່ກວດໃຫ້ເພາະບໍ່ໄດ້ມີອາການຕາມທີ່ເພີ່ນໄດ້ບົ່ງອອກມາ ,ເຊັ່ນ : ໄຂ້, ໄອ ,ຫາຍໃຈຝືດ ,ມີຂີ້ກະເທິະ.. ແຕ່ຄວາມຢ້ານສ່ວນໂຕທັງຂໍ ,ທັງນົບ ເພີ່ນກະຕອບມາວ່າ ເສຍເວລາລ້າໆແຕ່ເພີ່ນກະສິເຫັນຫນ້າເປັນຕາອີ່ຕົນແດ່ເລີຍໃຫ້ລົງທະບຽນປະໄວ້ກ່ອນ ຖ້າມີໄຂ້ຈື່ງກັບມາ !ພໍແຕ່ກັບຮອດບ້ານເທົ່ານັ້ນແຫລະ ໄຂ້ພຸ້ງຂື້ນສູງຮອດ 39, ເອົາລະຮ່າແດກ ຢ້ານກັນຫມົດບ້ານ,ມີຢາຫຍັງທີ່ແກ້ໄຂ້ໄດ້ກະດັບໆແກ້ໆໄປກ່ອນ ຈົນຜ່ານໄປສອງມື້ຍັງບໍ່ເຊົາ ເລີຍໄປກວດຢູ່ 103 !ພໍແຕ່ໄປຮອດເພີ່ນກະວ່າຢູ່ 103 ບໍ່ຮັບກວດຖ້າອາການບໍ່ຄົບ 4 ຢ່າງຕາມທີ່ເພີ່ນບົ່ງມາ ແລະ ຍັງບໍ່ມີຢາເທື່ອ。。ຫລັງຈາກນັ້ນແມ່ກະໄດ້ພາກັບໄປ 150 ຕຽງດ່ວນ ,ຫົວຮ້ອນຈົນສິລະເບີດ ,ຄວາມຢ້ານຈົນສະຕິຫລຸດ ຄິດໄປຕ່າງໆນາໆ ຄົນດຽວ ແລ້ວນຳ້ຕາກະຊືມ ພ້ອມຄິດຄຳເວົ້າສິຕອບກັບຫມໍແນວໃດ ຖ້າຫມໍບໍ່ກວດໃຫ້ , ຄັນຍັງບໍ່ຍອມກວດໃຫ້ອີກ ມີແຕ່ຖ້າຕາຍລະຈື່ງຫອບສົບມາໃຫ້ຫມໍກວດ ຮ່າຮ່າ ຫລອນແຮງ .. (ຄິດຄົນດຽວ)
ເມື່ອຂ້ອຍກັບເຂົ້າໄປກະໄດ້ບອກຫມໍວ່າ ລູກເປັນໄຂ້ ເພີ່ນກະຖາມວ່າແມ່ນລູກຫວາທີ່ມາຂໍກວດມື້ນັ້ນ !ເປັນໄດ້ຈັກມື້ແລ້ວ ເປັນຫຍັງເປັນໄຂ້ລະບໍ່ຮີບມາ ! ຄືຂ້ອຍງົງໄປອີກ ແມ່ນຄົນດຽວກັນກັບມື້ນັ້ນບໍ່ຫວະ? ແຕ່ກະຄົນດຽວຫັ້ນແຫລະ ເພີ່ນກະໄດ້ພົວພັນເທັກແຄມອບສົ່ງເຮົາໃຫ້ຫມໍທີ່ກ່ຽວຂ້ອງເປັນຢ່າງດີ !ພໍແຕ່ໄດ້ເຂົ້າໄປສອບຖາມປະຫວັດຂໍ້ມູນເບື້ອງຕົ້ນຫມໍກໍໄດ້ບອກຂ້ອຍໂທຫາແມ່ວ່າໃຫ້ເພີ່ນກັບໂລດ ແລ້ວໃຫ້ຂ້ອຍນອນໂຮງຫມໍຄືນຫນື່ງເພື່ອຕິດຕາມອາການ ແລະ ຖ້າຜົນກວດ ແລ້ວຫ້າມໃຫ້ໃຜມາຫາໂດຍບໍ່ໄດ້ຮັບອະນຸຍາດ ຖ້າຈະສົ່ງເຂົ້າສົ່ງນຳ້ກະຕ້ອງໄດ້ມີຫ້ອງລັບ  (ຫ້ອງນອນສ່ວນໂຕ) ພ້ອມ ຫມໍຈະເຂົ້າມາຖາມອາການພ້ອມຊຸດອາວະກາດ

(ຫມໍລົມດີ ລົມມ່ວນ ເພີ່ນເວົ້າທຸກຢ່າງໃຫ້ຂ້ອຍບໍ່ຄຽດ ບໍ່ຄິດຫລາຍ)
ຫມໍຜູ້ຊາຍ:
– ໃຫ້ນ້ອງໂທຫາຜູ້ປົກຄອງເດີ້ ວ່າຫມໍໃຫ້ນອນຕິດຕາມອາການ ບອກເພີ່ນບໍ່ຕ້ອງຕົກໃຈ ຫມໍບໍ່ໄດ້ກັກໂຕນ້ອງ ແຕ່ໃຊ້ຄຳວ່າຕິດຕາມອາການເຮົາຈະຕິດຕາມອາການໄປພ້ອມໆກັນເນາະ ເພາະນ້ອງໄດ້ມາຈາກປະເທດທີ່ມີຄວາມສ່ຽງ ແລະ ນ້ອງເປັນ 2 ໃນ 4 ຂອງອາການດັ່ງກ່າວ (ໄຂ້ ,ໄອ)
– ຫມໍບໍ່ໄດ້ວ່ານ້ອງເປັນ ແຕ່ເຮົາຈະຖ້າຟັງຜົນໃນມື້ອື່ນພ້ອມໆກັນ
– ຖ້າຜົນເປັນລົບ ນ້ອງສາມາດກັບບ້ານໄດ້ ແຕ່ ຖ້າຜົນເປັນບວກ ແມ່ນນ້ອງຈະໄດ້ນອນຮັກສາໂຕຢູ່ໂຮງຫມໍຈົນກວ່າຈະເຊົາ (ແຕ່ )ຊື່ໆເດີ້ ແນວໃດຫມໍກະຄິດວ່ານ້ອງຕ້ອງປອດໄພ ບໍ່ຕ້ອງຄິດຫລາຍ
ແລງຂອງມື້ຕໍ່ມາຜົນກະອອກມາເປັນ ລົບ Negative (ຜ່ານ ,ລອດ)
ກັບບ້ານໄດ້
ຄ່າໃຊ້ຈ່າຍເພື່ອຄົນຢາກຮູ້ ><
ລວມຄ່າໃຊ້ຈ່າຍ+ກວດເລືອດຫມົດປະມານ 500.000ກີບ
ຖ້າຢາກຟຣີ ຕ້ອງແມ່ນຜູ້ຕິດເຊື້ອ ແມ່ນຟຣີເດີ້ ເພາະລັດຖະບານຈະຮັບຜິດຊອບໃຫ້ (ເລືອກໄດ້)
ເພາະນຳ້ຢາເພີ່ນກະໄດ້ຊື້
ຫລັງຈາກຂ້ອຍອອກໂຮງຫມໍໄຂ້ກະເຊົາແບບງົງໆ

ສາເຫດທີ່ຂ້ອຍໄຂ້ຂື້ນແມ່ນຍ້ອນຮ່າງກາຍຂ້ອຍປັບໂຕບໍ່ທັນ ເພາະຢູ່ບ່ອນເຂດຫນາວອາກາດ -10• ອົງສາ ແລ້ວມາ ຢູ່ອາກາດ 37• ອົງສາ ບວກກັບການພັກຜ່ອນບໍ່ພຽງພໍຍ້ອນຄິດຫລາຍເລີຍເຮັດໃຫ້ເປັນໄຂ້ໄດ້ງ່າຍ

ຂ້ອຍຄິດວ່າສີ່ງສຳຄັນສຸດຄືເຮົາຕ້ອງຮັກສາຕົນເອງໃຫ້ໄດ້ກ່ອນ
ພັກຜ່ອນໃຫ້ພຽງພໍ, ບໍ່ໄປບ່ອນຊຸມຊົນ ຄົນຫລາຍ ,ຫມັ່ນລ້າງມື ,ເຮັດຈິດໃຈໃຫ້ສະຫງົບ ,ເຮັດໃຫ້ຖືກວິທີຕາມເພີ່ນບອກກະຫນ້າຈະປອດໄພລະ ເພາະປະເທດເຮົາຄວາມສ່ຽງຫນ້ອຍຍ້ອນບໍ່ແອອັດ ,ໃຊ້ລົດສ່ວນໂຕ ,ບໍ່ນິຍົມຂີ່ລົດເມ ,ບໍ່ມີລົດໄຟ ເລີຍເຮັດໃຫ້ມີຄວາມສ່ຽງຫນ້ອຍກວ່າປະເທດອື່ນ ແຕ່ກະບໍ່ປະລະເລີຍທີ່ຈະປ້ອງກັນຕົນເອງ

ຂ້ອຍບໍ່ແມ່ນຄົນດັງ ບໍ່ແມ່ນຄົນສັງຄົມ ແຕ່ກະຢາກມາລະບາຍໃຫ້ກະຈ່າງບາດດຽວ ບາງເທື່ອກະຫງຸດຫງິດລຳຄານ ຫົກຈິດໃຈ ພວກທີ່ຍັງຄິດລະແວງເຮົາ ທຳທ່າຈະເປັນຫ່ວງແຕ່ກະບໍ່ແມ່ນ , ວ່າເຫັນຫນ້າເຮົາລະເປັນນັ້ນເປັນນີ້ ຖ້າຂ້ອຍເປັນປານນີ້ກະສິໄດ້ນັບຫົວມາໃສ່ກັນລະວ່າມີໃຜແນ່ ! ຢາກໃຫ້ຢູ່ກັບຄວາມເປັນຈິງ ລະວັງໄດ້ ແຕ່ບໍ່ແມ່ນລະແວງກັນແນວນີ້ ຫາກະສິຮັບຮູ້ເຖິງຄວາມຮູ້ສຶກນິຫວາ? ວ່າຢ້ານ ! ຈິດໃຈຂ້ອຍມັນຍັບຕັ້ງແຕ່ຄຳຖາມຕົ້ນໆທີ່ຂຽນມາທາງເທິງຫັ້ນລະ ວ່າສິປ່ອຍລະລືມມັນລະ ແຕ່ກະຍັງມີພວກມະຍຸມະຍະຈິດໃຈປຸກມັນຂື້ນມາຈົນໄດ້ ..

ເຊົາຊະພວກມັກເຫັນຄົນຈີນເປັນໂຕແປກປະຫລາດ
ເຊົາຊະກັບຄຳຖາມຄິດວ່າມັນເປັນຄຳຢອກຄຳກວນ ເພາະມັນອອກຈາກປາກເຈົ້າແລ້ວມັນຈະກາຍເປັນຄຳ Bully ຄົນກົງກັນຂ້າມທັນທີ

ຂ້ອຍວ່າສິບໍ່ອັບຮູບນີ້ລົງ ສິເກັບໄວ້ເບີ່ງເອງ ແຕ່ກະຢາກໃຫ້ຮູ້ວ່າຂ້ອຍກະບໍ່ໄດ້ປະລະເລີຍທີ່ຈະປ້ອງກັນໂຕເອງ ,ເພາະເລື່ອງແນວນີ້ບໍ່ແມ່ນເລື່ອງສຳລັບຂ້ອຍຄົນດຽວ ແຕ່ມັນເວົ້າເຖິງຄົນໃນຄອບຄົວ ,ຄົນທັງປະເທດ ຖ້າເຮົາປ້ອງກັນບໍ່ໄດ້ ກະເດືອດຮ້ອນກັນໄປຫມົດ..ສະນັ້ນອີ່ຫຍັງກະຢ່າຕ້ອງເລີ້ມຈາກໂຕເຮົາກ່ອນ ບໍ່ແມ່ນສິໄປຖ້າແຕ່ວ່າຍ້ອນຜູ້ນັ້ນຜູ້ນີ້ ບໍ່ມີໃຜປະສົງຢາກໃຫ້ເກີດ.. ຝາກໄວ້ໃຫ້ຄິດ ! ຄົນທີ່ຫນັກກວ່າເຈົ້າກະມີ ! ຄັນບໍ່ຢາກວິຕົກ ກະປິດເນັດ ,ຢຸດເສບຂ່າວ ນອນກີນອາຫານທີ່ຕຸນໄວ້ບ້ານຫັ້ນ .. ລະກະຢ່າແຊັດມາໃຫ້ເຫັນອີກວ່າເຫັນຫນ້າກູລະເປັນນັ້ນເປັນນີ້ ດຽວປະສາດແດກເອງຫັ້ນ (ຊັງ )
ຈິດໃຈຄົນ .. ຄົນເປັນຫ່ວງ ຫວັງດີກະມີຫລາຍຢູ່ແຕ່ຂໍເກັບ,ຂໍຮັກແພງໄວ້ໃນໃຈຊະ, ຄົນທີຍັງຄິດລົບໃຫ້ຄົນອື່ນ ກະເບີ່ງແຍງໂຕເອງຕໍ່ໄປ ຮັກຄືເກົ່າ ເພີ້ມເຕີມຄືເລີ້ມຊັງ

ຈັງໃດ ຂວັນໃຈກໍຂໍໃຫ້ທຸກຄົນມີສະຕິຮັບມືກັບພະຍາດລະບາດດັ່ງກ່າວນີ້ໄດ້ໃຫ້  ແລະ ເຊື່ອວ່າພວກເຮົາຈະຜ່ານໄປໄດ້!!!

ຂອບໃຈຂໍ້ມູນຈາກ :  Annie Nie

ແບ່ງປັນ