Breaking News

ໂພສເດືອດ!! ຍຸ້ຍ ສັນທະນີ Miss Supranational Laos 2018 ເກີນທົນ ສັ່ງຊື້ຜ້າປິດປາກ ກ່ອງ 2 ແສນກີບ ແຕ່ພົບສິ່ງນີ້…

ແບ່ງປັນ

ຊ່ວງນີ້ພະຍາດລະບາດ Covid-19 ກຳລັງແຜ່ຂະບາດແຮງ ແນ່ນອນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືການປ້ອງກັນຕົວບໍ່ວ່າຈະເປັນ ຜ້າປິດປາກ, ເຈວລ້າງມື… ເປັນອີກໜື່ງຕົວຊ່ວຍທີ່ສໍາຄັນໃນການປ້ອງກັນພະຍາດລະບາດດັ່ງກ່າວ ແລະ ຕອນນີ້ຜ້າປິດປາກກໍເປັນອີກໜື່ງສິ່ງທີ່ຫຼາຍຄົນກຳລັງຕ້ອງການ ແລະ ກຳລັງຂາດຕະຫຼາດອີກດ້ວຍ   ເຊິ່ງຜ້າປິດປາກກໍເປັນກະແສຮືຮາໄປທົ່ວສັງຄົມ ກ່ຽວກັບເລື່ອງຂອງການຂຶ້ນລາຄາຈາກປົກກະຕິ… ແລະ ຫຼ້າສຸດ   “ຢຸ້ຍ ສັນທະນີ” Miss Supranational Laos 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເມື່ອບໍ່ດົນມານີ້ວ່າ:

“ພວກຊຸມຜີ ຈັ່ງແມ່ນຂວາງ+ຊິງຫມາເກີດແທ້ໆ
ຊົ່ວທຽບເທົ່າກັບພວກປ່ອຍເຊື້ອໄວລັດກະພວກຂາຍຂອງທີ່ສວຍໂອກາດໃນຢາມນີ້ລະ
1.ພວກກັກຕຸນສິນຄ້າໃຫ້ມັນຂາດຕະຫຼາດແລ້ວໂກງລາຄາ
ຈາກແຕ່ກີ້ກັບລະ15,​000ຂອງລາວຂອງຫວຽດ-40,000ຂອງໄທຂອງຕ່າງປະເທດ.​ຂື້ນຮອດ10ເທົ່າໂຕ.​
2.ພວກສັນດານຂາຍຂອງປອມ(ເອົາຮູບຂອງແທ້ມາໂພດຂາຍ ບາດເຄື່ອງມາຂອງປອມ)​
3.ພວກເປລດເອົາຂອງມື2ມາຂາຍຍ້ອມແມວໃຫ້ພະຍາດມັນແພ່ເພີ່ມ
4.ມາໃຫມ່ອີກພວກຊຸມຜີເດນນະລົກ ມີສອດໃສ່ອີກ
ຄົນເຂົາຢ້ານຕາຍ.​ ກັບລະ 200,​000ແພງກ່ອນຊີ້ນກ່ອນເຂົ້າ ແພງປານຄຳເຂົາກະຊື້ເພາະບໍ່ຢາກຕິດໂລກ ໂອ້ຍຍຍ ເນາະ
ນີ້ລະຈັ່ງ, ຈັ່ງບໍ່ຄິດສິຂາຍແຕ່ທຳອິດ ທີ່ມີແຕ່ຜູ້ສະເໝີມາ ຢ້ານຖືກຈົກຕາ ຢ້ານຖືກຕົ້ມກັນແນວນີ້ລະ.​ເຫັນເຂົາໂພດເງິນໂຊຂາຍດີ ແຕ່ບໍ່ແລ້ວສະເໝີໄປ ແລ້ວແຕ່ບຸນໃຜລາວ
*ຂໍເວົ້າຄຳຫຍາບ.​ເກີນອົດ”

ไม่มีคำอธิบายรูปภาพ

ในภาพอาจจะมี 1 คน, กำลังยิ้ม, ภาพระยะใกล้

ในภาพอาจจะมี 1 คน

ນີ້ກໍຖືໄດ້ວ່າເປັນອີກໜື່ງກໍລະນີໃນການຊື່ເຄື່ອງຜ່ານອອນລາຍ ທີ່ເປັນອຸທາຫອນໃຫ້ກັບສັງຄົມເຮົາບໍ່ຫຼາຍກໍໜ້ອຍໃນຊ່ວງວິກິດແບບນີ້  ນີ້ແລະທີ່ເຂົາເອີ້ນກັນວ່າ “ນໍ້າຂຶ້ນໃຫ້ຮີບຕັກ”ນີ້ອາດຈະເປັນອີກໜື່ງກົນລະຍຸດຂອງແມ່ຄ້າອອນລາຍບາງຄົນທີ່ສວຍໂອກາດໃນການຂາຍເຄື່ອງ… ຂວັນໃຈຂໍໃຫ້ທຸກຄົນມີສະຕິນໍາກັນຕື່ມອີກເດີ້ ໃນການສັ່ງຊື້ເຄື່ອງອື່ນໆຈາກອອນລາຍໂດຍສະເພາະແມ່ນ ຜ້າປິດປາກ ສຶກສາໃຫ້ລະອຽດ ແລ້ວຈື່ງຄ່ອຍສັ່ງຊື້!!!

ຂອບໃຈຮູບພາບຈາກ: Yui Santhany

ແບ່ງປັນ