Breaking News

ຂ່າວດີ! ອູ່ຮັ່ນ ແລະ ມົນທົນຫູເປີ່ຍ ບໍ່ພົບຄົນປ່ວຍ Covid-19 ຄົນໃຫມ່…

ແບ່ງປັນ

ຕອນເຊົ້າຂອງວັນທີ 19 ມີນາ 2020 ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງມົນທົນຫູເປີ່ຍ ລາຍງານວ່າ ບໍ່ພົບຜູ້ປ່ວຍ  Covid-19  ລາຍໃຫມ່ໃນເມືອງອູ່ຮັ່ນ ລວມເຖິງມົນທົນ ຫູເປີ່ຍ ມື້ວານ ວັນທີ 18 ມີນາ 2020 ເຊິ່ງເປັນຄັ້ງທໍາອິດທີ່ບໍ່ພົບກໍລະນີຜູ້ຕິດເຊື້ອຄົນໃຫມ່ໃນສູນກາງ ແລະ ຕົ້ນຕໍຂອງໄວຣັສ Covid-19  ໃນຈີນ ຫຼັງຈາກປະເຊີນກັບວິກິດ ແລະ ຕໍ່ສູ້ກັບໄວຣັສມາດົນກວ່າ 2 ເດືອນ

ผลการค้นหารูปภาพสำหรับ covid-19 ที่อู่ ฮั่น
– ຂໍ້ມູນຈາກທາງການຈີນລະບຸວ່າ ມື້ວານນີ້ມີຄົນຕິດເຊື້ອຍືນຍັນເພີ່ມ 34 ຄົນ ໂດຍທັງໝົດລ້ວນແຕ່ເປັນຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ສ່ວນຈໍານວນຜູ້ເສີຍຊີວິດຫຼ້າສຸດມີເພີ່ມ 8 ຄົນ ເຊິ່ງທັງໝົດໃນມົນທົນຫູເປີ້ຍ. ເຖິງແນວໃດກໍຕາມ ທາງການຈີນຍັງບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມເທື່ອວ່າຜູ້ຕິດເຊື້ອຄົນໃຫມ່ເດີນທາງກັບມາຈາກປະເທດໃດແດ່

ผลการค้นหารูปภาพสำหรับ covid-19 ที่อู่ ฮั่น
 ກ່ອນໜ້ານີ້ລັດຖະບານປະກາດວ່າ ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງວິກິດການລະບາດຂອງ Covid-19 ແລ້ວ ຫຼັງຈາກທີ່ປະເທດໄດ້ເຮັດສົງຄາມກັບຳວຣັສຢ່າງໜັກໜ່ວງ ທັງການປິດເມືອງ ແລະ ຈໍາກັດການເດີນທາງຂອງປະຊາຊົນເພື່ອຫຼຸດຄວາມສ່ຽງໃນການແຜ່ກະຈາຍຂອງໄວຣັສ

ผลการค้นหารูปภาพสำหรับ covid-19 ที่อู่ ฮั่น

ສໍາຫຼັບ ຍອດລວມສະສົມຂອງຜູ້ຕິດເຊື້ອໃນຈີນຂະນະນີ້ຢູ່ທີ່ປະມານ 80,928 ຄົນ ໂດຍຈໍານວນນີ້ຟື້ນຕົວ ແລະ ຮັກສາດີແລ້ວ 70,420 ຄົນ ແລະ ເສີຍຊີວິດປະມານ 3,245  ຕໍຄົນ ໂດຍຈໍານວນຂອງຜູ້ປ່ວຍໃນເມືອງອູ່ຮັ່ນ ແລະ ມົນທົນຫູເປີ່ຍແມ່ນປະມານ 67,800 ຄົນ

ผลการค้นหารูปภาพสำหรับ covid-19 ที่อู่ ฮั่น

ນີ້ຖືວ່າເປັນອີກໜື່ງຂ່າວດີ ແລະ ສັນຍານທີ່ດີວ່າ ຫຼາຍໆພື້ນທີ່ເລີ່ມສາມາດ ຄວບຄຸມພະຍາດລະບາດດັ່ງກ່າວໄດ້ແລ້ວ ຂວັນໃຈ ເຊື່ອວ່າພວກເຮົາທຸກຄົນຕ້ອງຜ່ານວິກິດຄັ້ງນີ້ໄປໄດ້ຢ່າງແນ່ນອນ…

ແບ່ງປັນ