Breaking News

ໝໍແນ່ງເດືອດ!! ນັກຂ່າວຊື່ດັງໄທ ດູຖູກສາທາລະນະສຸກລາວ… “ໂຮງໝໍຫຼ້າສະໄໝ ອຸປະກອນເກົ່າການແພດເກົ່າ ບໍ່ມີໃຜເຊື່ອວ່າຈະກວດຫາເຊື້ອ Covid-19 ພົບ” (ມີຄຣິບ)

ແບ່ງປັນ

ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ…

VDO ດັ່ງກ່າວ…

……..

Posted by B'boss Soutthavong on Thursday, March 19, 2020

 

ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 ກໍໄດ້ອອກມາສະແດງຄວາມຄິດເຫັນເຖິງພຶດຕິກໍາຂອງ ນັກຂ່າວຄົນດັ່ງກ່າວເຊັ່ນກັນ ໂດຍໃນໂພສລະບຸວ່າ

“ເຖິງຊິເງິນທອງບໍ່ຫລວງຫລາຍແຕ່ມາລະຍາດແລະຄວາມເຫັນໃຈຊາວລາວຍັງຫລາຍ ແລະມັນຖືກສອນມາແຕ່ກຳເນີດ ຕິດເຊື້ອກໍ່ບໍ່ດີ…..ບໍ່ຕິດກໍ່ວ່າໂງ່ ! ທັດສະນະຄະຕິ ! ແບບໃດຈິ່ງດີ

ເຈົ້າດູຖູກແພດຫມໍ ສາທາລະນະສຸກລາວເກີນໄປ!!!! #ຫລາຍຄົນເຮັດວຽກອີກຄົນໆຫນຶ່ງຂາຍຂ່າວ ຂ່າວພາຍໃນກໍ່ທຸກໃຈພໍແຮງ ຄົນນອກຫ້າມປັ່ນ ມີສິດຫຍັງ ຊ່ວຍຫຍັງປະເທດຂ້ອຍ?
ບຸກຄະລາກອນເສື້ອຂາວແລະຄົນອື່ນທີ່ປົກປ້ອງປະເທດບໍ່ໄດ້ພັກ !! ຢ່າດູຖູກປະເທດຊາດລາວຂ້ອຍ ຂ້ອຍທຸກກໍ່ບໍ່ໄດ້ຂໍໃຫ້ເຈົ້າມາຊ່ວຍຫນາາ ! ເຊົາດູຖູກຄົນທຸກແບບຂ້ອຍ! ປະເທດເຈົ້າຕິດເຊື້ອພວກຂ້ອຍໃຫ້ກຳລັງໃຈ ເຫດໃດເຈົ້າຄືມາຕາຫນ່າຍແທ້

ໃນນາມບຸກຄະລາກອນເສື້ອຂາວ!! ບາງຢ່າງເຄີຍເບິ່ງຂ້າມແຕ່ເລື່ອງນີ້ ບໍ່ມັກ!! ທຸກແຕ່ບໍ່ຍອມຈົນ! ມາວ່າບ້ານເຮົາໂງ່ ນັກຂ່າວເພື່ອນບ້ານບອກບ້ານເຮົາ: ບໍ່ມີເຄື່ອງກວດ ຖ້າມີກໍ່ເຄື່ອງກວດ ບ້າບໍ….. ມາລອງຮັກສາປິ່ນປົວຢູ່ລາວບາງທີຊິເຊົາ !! ຮູ້ແທ້ລະຫວາຈິ່ງເວົ້າ??? ມາກວດຄວາມບ້າຂອງຄົນປະກາດຂ່າວກັບຄົນຂຽນໄວ…ມາ! Result ຊັດເຈນ: ຮ້ອຍເປີເຊັນ ຂາດມາລະຍາດ positive +++ ລາວຊື້ເຄື່ອງກວດຈາກ ເຢຍລະມັນ ຕ່າງປະເທດ WHO ເຄື່ອງຊ່ວຍຈາກຈີນອີກ ມີ ເງິນສຳຮອງເພື່ອເລື່ອງນີ້ຢູ່ !! ແມ່ນຢູ່ວ່າອາດຈະຍັງເປັນນ້ອງນ້ອຍ ຍັງຂາດແຄນບາງຢ່າງ ອາດຈະບໍ່ຫລາຍລົ້ນ ທັນໃຈວ່ອງໄວ ຖ້າທຽບກັບປະເທດທີ່ພັດທະນາແລ້ວ ແຕ່ປະເທດເພື່ອນບ້ານກໍ່ບໍ່ມີສິດ Bully ກັນ ສັມມາຄະລາວະແນ່ ! ບໍ່#ກ້າວກ່າຍ ເລື່ອງຄົນອື່ນ ມາລະຍາດ ຕອນປະຖົມໄດ້ຮຽນຢູ່ຫວາ? ຖ້າຕິດກະຕາຍແບບມີກຽດບໍ່ໄດ້ຂໍເງິນ ປະເທດເຈົ້າ ມາຊ່ວຍຫນາາາາ ! ເຖິງຫລາຍຄົນມີເງື່ອນໄຂ ຂ້າມໄປປິ່ນປົວກໍ່ຈ່າຍຄ່າຮັກສາເອງ ບໍ່ໄດ້ໃຫ້ເຈົ້າມາຈ່າຍໃຫ້ຈັກບາດ ມາເວົ້າໃຫ້ເລື່ອງ ດ່ານສາກົນປິດ Y ບໍ່ຊື້ Xກໍ່ທຸກ Xກໍ່ຂາດລາຍໄດ້!! ບໍ່ມີເງິນເດືອນຈ່າຍຄ່ານັກຂ່າວ ພັກຊະ!! Xຶງຫັ້ນ !! ບໍ່ຕິດເປັນເລື່ອງຍິນດີ ແທນທີ່ຊິມາຮຽນປະສົບການ WHY? ຫລືເອົາໃຈຊ່ວຍກັນຫາທາງອອກຜ່ານວິກິດນີ້

ບ້ານເຈົ້າອັນໃດຈະເລີນ ພວກເຮົາ ຊົມເຊີຍ ແຕ່ ຢ່າ! ຂ້າມເສັ້ນ ບ້ານເຈົ້າເກັ່ງ ອັນໃດເຈົ້າດີພວກຂ້ອຍຍອມຮັບ ແຕ່ ຂ່າວນີ້ເຈົ້າເປັນບຸກຄົນສາທາລະນະ ເຈົ້າເວົ້າແບບນີ້ ! ມັນກໍ່ບໍ່ຖືກ ! ໃນວິກິດທີ່ທຸກຄົນພວມເດືອດຮ້ອນ ໂຕເອງບໍ່ຄວນສະບາຍປາກ ເອົາເວລາ ອັບເດດ ຂ່າວບ້ານໂຕເອງຫັ້ນນ່າ! ສປປລາວຕິດ ຈີນກະບໍ່ປ່ອຍໃຫ້ຕາຍ ແຕ່ທີ່ແນ່ນອນ!! ປ່ອຍ ໃຫ້ X ຶງ ຕາຍ!

ประเทศไทยมีปัญหาเราช่วยกำลังใจ ถึงเราจะจนก็ไม่เคยออกข่าวดูถูกช้ำเติมใคร ! ไม่เคยดูถูกข้ามชาติ !ดูแลตัวเองก่อนมั้ย!!! ลองมาติดที่ลาวก่อน เอาตัวให้ลอดค่อยเหยียดคนอื่น!!! เจ้าลองมานอนติดเชื้อที่ลาวมั้ยเผื่อไม่ตาย! อย่าข้ามเส้น!!! เรื่องดีเรายอมรับและพร้อมเรียนรู้ แต่เรื่องที่ไม่รู้ แล้วออกมา เหยียดหยามคนอื่น ที่ลาวเรียกว่า โx่ ! แช่งให้คนอื่นตาย เหมือนตัวเอง อยากดัง #อย่าลบโพสต์ ไม่ได้ด่าคนไทยทั้งหมดน้า
เพราะมีเพื่อนไทยดีดีเยอะม้ากกก ยกเว้น ม!
ด่าคนอ่านข่าวกะคนเขียน

就是一个泰国记者欺负老挝人没得病 说老挝人科技学坏蛋 邋遢 查不出来 其实你该向我们学习 第一是礼貌 ! 第二 如何? 你是记者你没有学道德 你毕业?

我就说 中老就不会让兄弟死 看他怎么说对不起”

ໂພສຂອງ ໝໍແນ່ງ…

ແລະ ຫຼັງຈາກທີ່ໂພສຂອງ ໝໍແນ່ງຖືກເຜີຍແຜ່ອອກໄປ ກໍໄດ້ມີຊາວເນັດ ເຂົ້າໄປສະແດງຄວາມຊື່ນຊົມ ແລະ ເຫັນດີກັບໝໍແນ່ງຢ່າງຫຼວງຫຼາຍ… ເຊິ່ງໃນນາມແອັດມິ້ນເອງ ທີ່ເປັນນັກຂ່າວອີກຄົນໜຶ່ງ ແລະ ກໍໄດ້ເບິ່ງ VDO ຂ່າວທີ່ນັກຂ່າວໄທ ທ່ານນັ້ນໄດ້ວິເຄາະແລ້ວ ແອັດມິ້ນກໍຂໍຢູ່ແບບເປັນກາງວ່າ ສິດທິໃນການສໍາສະເໜີຂ່າວ ບ້ານເຂົາ-ບ້ານເຮົາແມ່ນບໍ່ຄືກັນ ແຕ່ທຸກສິ່ງທີ່ນໍາສະເໜີໄປກໍຕ້ອງຢູ່ບົນພື້ນຖານຈັນຍາບັນຄວາມເປັນນັກຂ່າວ “ຄືຄວາມເປັນກາງ” ບໍ່ເຮັດໃຫ້ຝ່າຍໃດຝ່າຍໜຶ່ງ ຫຼືປະເທດໃດປະເທດໜຶ່ງໄດ້ຮັບຜົນກະທົບ ແລະ ສ້າງຄວາມເຊື່ອມເສຍໃຫ້ແກ່ຜູ້ເປັນຂ່າວ!!

ໝໍແນ່ງ ຈັນດາລີ ສິດພະໄຊ

ແບ່ງປັນ