Breaking News

ຂໍໃຫ້ຄົນລາວອຸ່ນໃຈໄດ້!!! ເປີດຫ້ອງ Lab ທີ່ໃຊ້ໃນການກວດຫາເຊື້ອ Covid-19 ໃນ ສປປ.ລາວ ທີ່ມີຄວາມພ້ອມ ແລະ ທັນສະໄໝບໍ່ແພ້ປະເທດອື່ນ… (ມີຄິບ)

ແບ່ງປັນ

ໃນໄລຍະການແຜ່ລະບາດຂອງເຊື້ອຈຸລາໂລກສານພັນໃໝ່ ຫຼື Covid-19 ເມື່ອ 3-4 ເດືອນທີ່ຜ່ານມານີ້ ຈົນມາຮອດປັດຈຸບັນເຊື້ອພະຍາດດັ່ງກ່າວແມ່ນໄດ້ແຜ່ລາມໄປເກືອບທົ່ວທຸກມຸມໂລກ ລວມທັງບັນດາປະເທດອ້ອມຂ້າງເຮົາກໍໄດ້ອອກມາປະກາດແລ້ວວ່າ ມີຄົນຕິດເຊື້ອໄປແລ້ວບໍ່ໜ້ອຍ… ສ່ວນປະເທດລາວເຮົາ ຫຼ້າສຸດ ທາງກະຊວງສາທາລະນະສຸກກໍໄດ້ອອກມາແຈ້ງການແລ້ວວ່າ ພົບກໍລະນີສົງໄສຫຼາຍກໍລະນີ ແຕ່ຍັງບໍມີຍອດຜູ້ຕິດເຊື້ອເທື່ອ!! ຈາກເຫດການນີ້ເຮັດໃຫ້ສັງຄົມມີຄໍາຖາມເກີດຂຶ້ນຫຼາກຫຼາຍວ່າ ທີ່ບ້ານເຮົາບໍ່ມີຍອດຜູ້ຕິດເຊື້ອບໍ່ແມ່ນຍ້ອນເຄື່ອງກວດບໍ່ທັນສະໄໝບໍ? ຍ້ອນແພດໝໍບ້ານເຮົາຍັງບໍ່ເກັ່ງພໍບໍ? ຫຼືຍ້ອນຄວາມບໍ່ເອົາໃຈໃສ່ຂອງທາງຂັ້ນເທີງ? ເຊິ່ງມື້ນີ້ ຂວັນໃຈກໍຈະພາທຸກຄົນໄປຕອບຄໍາຖາມນໍາກັນ ໂດຍເປັນການເປີດພາບ ແລະ VDO ໃນຫ້ອງ Lab ທີ່ໃຊ້ໄວ້ກວດຫາເຊື້ອພະຍາດດັ່ງກ່າວ ເຊິ່ງຈະເຫັນວ່າມີຄວາມທັນສະໄໝ, ແພດໝໍມີຄວາມພ້ອມ ແລະ ຄຸ້ນຄ້ຽວໃນການເຮັດຢ່າງໜັກ ເພື່ອປະຊາຊົນຄົນລາວ… ທຸກຄົນ ຖ້າໄດ້ເຫັນຮູບພາບ ແລະ VDO ທີ່ຢູ່ດ້ານລຸ່ມນີ້ແລ້ວ ຫວັງວ່າທຸກຄົນຄົງຈະກະຈ່າງແຈ້ງກ່ຽວກັບບັນດາຄໍາຖາມຕ່າງໆ ແລ້ວຫັນມາໃຫ້ກໍາລັງໃຈບັນດາແພດໝໍຜູ້ຢູ່ເບື້ອງໜ້າ ພ້ອມທັງປະຕິບັດຕາມມາດຕະການທັງຫຼາຍທີ່ທາງຂັ້ນເທິງໄດ້ວາງອອກ ເພືື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງພວກເພິ່ນດ້ວຍ!!

ເປັນກໍາລັງໃຈໃຫ້ແພດໝໍທຸກທ່ານເດີ້!!

Posted by ປະກາດ Pakaad on Thursday, March 19, 2020

ຂອບໃຈທີ່ມາ: ປະກາດ

ແບ່ງປັນ