Breaking News

ຄົນລາວວ່າແນວໃດ?? ຜູ້ປະກາດຂ່າວ ຊ່ອງ One31 ເຂົ້າຂໍໂທດ ທາງການລາວ…

ແບ່ງປັນ

ຫຼັງຈາກສ້າງປະເດັນທີ່ເປັນກະແສຢູ່ໝົດມື້ສໍາລັບ ດຣາມ່າ ເລື່ອງຜູ້ປະກາດຂ່າວຊື່ດັງຂອງປະເທດໄທ ທີ່ມີການລາຍງານຂ່າວ “Covid-19” ແແຕ່ເບິ່ງໄປໃນທາງບໍ່ຄ່ອຍດີຕໍ່ກັບປະເທດລາວ ຈົນເຮັດໃຫ້ຄົນລາວເກີດຄວາມບໍ່ພໍໃຈ ແລະ ເກີດກະແສວິພາກວິຈານກັນຢ່າງຫຼວງຫຼາຍ… ແຕ່ຫຼ້າສຸດທາງໂທລະພາບຊ່ອງ One31 ກໍໄດ້ມີການອອກມາຂໍໂທດ ແລະ ສະແດງຄວາມເສຍໃຈຕໍ່ປະເທດລາວ ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ທາງຜູ້ປະກາດຂ່າວຄົນດັ່ງກ່າວ ກໍໄດ້ອອກມາຍອມຮັບຜິດ ແລະ ເຂົ້າໄປຂໍໂທດກັບທາງ ສະຖານທູດລາວ ປະຈໍາປະເທດໄທ ດ້ວຍຕົນເອງ ເຖິງກໍລະນີດັ່ງກ່າວແລ້ວ… ເມື່ອເຫດການເປັນແບບນີ້ແລ້ວຄົນລາວເດວ່າແນວໃດ ຄົນຜິດກໍອອກມາຮັບຜິດຊອບ ແລະ ອອກມາຂໍໂທດແລ້ວ ຈັ່ງໃດກໍພິຈາລະນາຕາມທີ່ຄວນກະແລ້ວກັນເນາະ!!!

 

ຮູບຈາກ: YoulikeLao

ແບ່ງປັນ