ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ… ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!! ນອກຈາກນີ້ລູກນໍ້າຍັງເປັນອີກໜື່ງດາລາສາວທີ່ມັກຊ່ວຍເຫຼືອສັງຄົມເຮົາຕະຫຼອດມາ ແລະເຮົາຈະມັກເຫັນລູກນໍ້າສ້າງໂຄງການຊ່ວຍເຫຼືອຕ່າງໆຂຶ້ນມາເພື່ອຊ່ວຍເຫຼືອສັງຄົມເຊັ່ນ ຊ່ວຍເຫຼືອນັກຮຽນທີຢູ່ເຂດຊົນນະບົດ, ໂຮງໝໍ… ເອີ້ນໄດ້ວ່າເປັນດາລາສາຍບຸນອີກໜື່ງຄົນເລີຍກໍວ່າໄດ້! ເຊິ່ງປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງປະເຊີນກັບການຕ້ານໂລກລະບາດພະຍາດ COVID-19 ແນ່ນອນວ່າທຸກຄົນລ້ວນແຕ່ປ້ອງກັນຕົວເອງເພື່ອບໍ່ໃຫ້ພະຍາດດັ່ງກ່າວມາແຊກຊ້ອນໄດ້ ແລະ ໜື່ງສິ່ງທີ່ຈໍາເປັນ ແລະ ສໍາຄັນ ໃນການປ້ອງກັນຕົນເອງນັ້ນກໍຄືຜ້າປິດປາກ ແລະ ກຳລັງເປັນທີ່ຕ້ອງການຂອງທຸກພາກສ່ວນຢູ່ໃນສັງຄົມໂດຍສະເພາະແມ່ນແພດໝໍ… ຜ່ານມາສາວລູກນໍ້າກໍໄດ້ນໍາເອົາຜ້າປິດປາກຈໍານວນໜື່ງໄປບໍລິຈາກໃຫ້ທີມແພດຈໍານວນໜື່ງ! ແນ່ນອນຍັງຫຼາຍແຫ່ງທີ່ຍັງຕ້ອງການ ຫຼ້າສຸດສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວວ່າ:
“ຕອນນີ້ຜ້າປິດປາກທີ່ແຈກໄປກີ້ນີ້ຫມົດແລ້ວ ບໍ່ພຽງພໍຕໍ່ ແພດຫມໍ ພະຍາບານ ຫລື ນັກສຶກສາແພດ….?
ບາງຄົນກາບອກວ່າ ຕ້ອງການດ່ວນເພາະຂາດມາເປັນເດືອນແລ້ວ ບາງຄົນກາໃຊ້ 1 ແຜ່ນ ໃຊ້ 2-3 ມື້ ເຮົາເອງຖ້າມີຫລາຍກາຢາກເອົາໃຫ້ຄົບກັນ ຈົນກວ່າຈະຜ່ານວິກິດນີ້ໄປໄດ້ພຸ້ນແຫລະ…?
ຕອນນີ້ເລີຍເປີດຮັບບໍລິຈາກ ຫນ້າກາກອະນາໄມ ຜູ້ໃດທີ່ມີຈິດໃຈຢາກຊ່ວຍ ຊ່ວຍຜູ້ລະ 10.000-20.000ກີບ ກາໄດ້ ເອົານຳຫລາຍໆຄົນມາລວມກັນ ກາເປັນຈຳນວນຫລວງຫລາຍ ຄືກັບທີ່ຜ່ານໆມາເຮົາໄດ້ຊ່ວຍ…ຄັ້ງນີ້ເປັນອີກໂອກາດຫນຶ່ງທີ່ໃຫ້ເຮົາໄດ້ຊ່ວຍເຫລືອກັນ ຊ່ວຍເຫລືອຜູ້ເພິ່ນ ລຳບາກແທ້ໆ ເຮົາຈະນຳໄປໃຫ້ແພດຫມໍ ພະຍາບານ ນັກສຶກສາແພດ ຜູ້ເພິ່ນຂາດແຄນ??
ຮ່ວມບໍລິຈາກໄດ້ທີ່ ບັນຊີທະນາຄານ ການຄ້າ ຕ່າງປະເທດລາວ (ເງິນກີບ) 090120000094627001
MS THIDALAT VONGSILI (ບັນຊີນ້ຳເອງ ບໍ່ຕ້ອງຢ້ານວ່າສິເອົາເງິນໄປໃສ ເຮົາຊື່ແທ້ ເຮັດແທ້ ບໍພໍອອກຕື່ມໃຫ້ອີກ)
ຫລືສາມາດບໍລິຈາກເປັນເຄື່ອງ ຜ້າປິດປາກ ເຈລລ້າງມື ແອລກໍຮໍ ຂ້າເຊື້ອ ໄດ້ທີ່ຮ້ານ MEN FOLDER Bandid Lasavong
ຫລື ບໍລິຈາກເປັນ ກະບອກສຽງ ໃນການແຊຮ໌ ບອກຕໍ່ ໃຫ້ຫລາຍໆຄົນໄດ້ເຫັນ?️”
ຂວັນໃຈຂໍຊົມເຊີຍ ສາວລູກນໍ້າ ທີ່ເປັນອີກໜື່ງກະບອກສຽງໃນການຊ່ວຍເຫຼືອສັງຄົມລາວເຮົາໃນວິກິດແບບນີ້!!!
ສໍາຫຼັບໃຜທີ່ມີຈິດໃຈຢາກຊ່ວຍເຫຼືອ ຜູ້ລະເລັກລະນ້ອຍກໍໄດ້ ເພື່ອຮ່ວມກັນຕໍ່ສູ້ຜ່ານວິກິດນີ້ໄປໃຫ້ໄດ້…
ຂໍ້ມູນ-ຮູບພາບ: Louknum Thidalat Vongsili