Breaking News

ສຸດຍອດໄປເລີຍ!!! Pronovias ຈະມອບຊຸດແຕ່ງງານ (ຟຣີ) ໃຫ້ກັບວ່າທີ່ເຈົ້າສາວ ທີ່ເປັນເຈົ້າໜ້າທີ່ ແລະ ທີມແພດຍິງທົ່ວໂລກ ທີ່ໄດ້ອຸທິດຕົນຕ້ານໂຄວິດ-19…

ແບ່ງປັນ

ນາທີນີ້ ເຖິງວ່າບັນດາແບຣນແຟຊັ່ນເກືອບທົ່ວໂລກຈະໄດ້ຮັບຜົນກະທົບໃນວິກິດໂລກ Covid-19 ແລະ ບໍ່ມີໃຜສາມາດຄາດເດົາໄດ້ວ່າຈະມີຫຍັງເກີດຂື້ນຕໍ່ໄປ. ແຕ່ສິ່ງໜຶ່ງທີ່ສົມຄວນຍົກຍ້ອງແມ່ນ ໃນສະຖານະການທີ່ມີຄວາມກົດດັນ ຫຼາຍແບຣນໄດ້ຊອກຫາວິທີທີ່ຈະຊ່ວຍເຫຼືອສັງຄົມ ບໍ່ພຽງແຕ່ໃຫ້ເປັນເງິນເທົ່ານັ້ນ ເພາະເມື່ອບໍ່ດົນມານີ້ ທາງຮ້ານເຄື່ອງແຕ່ງກາຍທີ່ມີຊື່ສຽງຂອງປະເທດສະເປນ ຄື Pronovias ໄດ້ອອກມາປະກາດວ່າ ຕົນໄດ້ລິເລີ່ມໂຄງການມອບຊຸດແຕ່ງງານຟຣີໃຫ້ແກ່ພະນັກງານໂຮງ ໝໍ ໃນທົ່ວໂລກ. ທີ່ໄດ້ອຸທິດຊີວິດເພື່ອຊ່ວຍເຫຼືອວິກິດ Covid-19

ສໍາລັບໂຄງການນີ້ຈະມີການນໍາເອົາ Collection ຊຸດແຕ່ງງານພິເສດຂຶ້ນມາຊື່  The Heroes Collection ເຊິ່ງທໍາອິດແມ່ນຈະມອບໃຫ້ແກ່ເຈົ້າໜ້າທີ່ໃນປະເທດຈີນເທົ່ານັ້ນ ແຕ່ໃນເມື່ອ Covid-19 ໄດ້ມີການແຜ່ລະບາດໄປທົ່ວໂລກ ທາງ Pronovias ຈຶ່ງຕັດສິນໃຈຂະຫຍາຍໄປຍັງເມືອງທີ່ຕົນເອງມີສາຂາຢູ່ ບໍ່ວ່າຈະເປັນ ມີລານດ ປາຣີສ, ລອນດອນ, ນິວຢອກ ຫຼືບາເຊໂລນາ ໃນປະເທດບ້ານເກີດຂອງແບຣນ ໂດຍເຈົ້າໜ້າທີ່ໂຮງໝໍຍິງທຸກຄົນ ບໍ່ວ່າຈະເປັນແພດໝໍ, ພະຍາບານ, ແມ່ບ້ານທໍາຄວາມສະອາດ ຫຼືພະນັກງານໂຮງອາການຂອງໂຮງໝໍ ສາມາດໄປຂໍໃຊ້ສິດໄດ້ພາຍໃນວັນທີ 31 ສິງຫານີ້…

 Amandine Ohayon ທີ່ໄດ້ຮັບຕໍາແໜ່ງ Chief Executive Officer ຂອງ Pronovias ໄດ້ບອກກັບ ເວັບໄຊ້ WWD ວ່າ “ເຮົາຮູ້ສຶກເປັນກຽດ ແລະ ຕ້ອງຂໍຂອບໃຈບັນດາ ຮີໂຣ່ຍິງເຫຼົ່ານັ້ນ ທີ່ໄດ້ເອົາຊີວິດໄປສ່ຽງຢູ່ທຸກມື້ກັບບັນຫາທີ່ກໍາລັງເກີດຂຶ້ນ” ເຊິ່ງກໍເປັນຂ່າວດີ ທີ່ເຮັດໃຫ້ຮູ້ວ່າ ເຖິງວ່າໂລກນີ້ຈະຖືກຂົ່ມເຫັງດ້ວຍພະຍາດຮ້າຍຕ່າງໆ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ໂລກນີ້ຍັງເປັນຕາຢູ່ກໍຄື ຈິດໃຈຂອງມະນຸດດ້ວຍກັນ…

ອ້າງອິງຈາກ:

 https://wwd.com/fashion-news/fashion-scoops/pronovias-group-offers-free-wedding-gowns-to-engaged-hospital-staff-around-the-world-1203542569/https://www.buzzfeednews.com/article/tanyachen/coronavirus-christian-siriano-face-masks-andrew-cuomo

 

ແບ່ງປັນ