Breaking News

ອັບເດດຫຼ້າສຸດ! ອາການປ່ວຍຂອງ ແມັດທິວ ແລະ ລີເດຍ ເຂົ້າຮັກສາຕົວ ຫຼັງຕິດເຊື້ອ COVID-19…

ແບ່ງປັນ

ຫຼັງຈາກທີ່ຄູ່ຜົວເມຍຄົນດັງ ວົງການບັນເທິງໄທ “ແມັດທິວ ດິນ  ແລະ ລີເດຍ”  ໄດ້ອອກມາໂພສຜ່ານອິນສະແກຣມສ່ວນຕົວວ່າທັ້ງຄູ່ໄດ້ຕິດເຊື້ອໄວຣັສ COVID-19… ທັງສອງກໍໄດ້ເຂົ້າຮັບການຮັກສາຕົວຢູ່ທີ່ໂຮງໝໍດຽວກັນແຕ່ແຍກຫ້ອງກັນ ເປັນເວລາເກືອບອາທິດກວ່າແລ້ວ ເຊິ່ງຫຼ້າສຸດ ສາວລີເດຍ ກໍໄດ້ອອກມາອັບເດດອາການຂອງຕົນ ແລະ ສາມີກ່ຽວກັບອາການຕິດເຊື້ອໃນຊ່ວງເວລາທີ່ຮັກສາຕົວຢູ່ໂຮງໝໍຜ່ານອິນສະຕາແກຣມສ່ວນຕົວວ່າ: ຫຼັງຈາກທີ່ຕ້ອງແຍກກັນຢູ່ເປັນອາທິດກວ່າແລ້ວ ຕອນນີ້ ລີເດຍກັບແມັດໄດ້ມາຮັກສາຕົວຢູ່ນາກັນແລ້ວ!

ຂວັນໃຈ ຂໍໃຫ້ທັ້ງຄູ່ຮັກສາຕົວດີໄວໆ ແລະ ໄດ້ກັບມາຢູ່ກັບຄອບຄົວຢ່າງພ້ອມໜ້າພ້ອມຕາກັບຄອບຄົວທີ່ນ່າຮັກ ແລະ ອົບອຸ່ນໄວໆເດີ້!

ຂອບໃຈຮູບພາບຈາກ: lydiasarunrat

 

ແບ່ງປັນ