Breaking News

 ຊົມເຊີຍ! ຕົວແທນນັກກິລາລາວ “ມຸທິຕາ ພົມ​ມະ​ຫານ” ອາຍຸ​ພຽງ 13 ປີ ຄວ້າແຊັມການແຂ່ງຂັນຂີ່ມ້າ ທີ່ປະເທດໄທ…

ແບ່ງປັນ

ວົງການກິລາຢູ່ບ້ານເຮົາໃນປັດຈຸບັນມີຫລາຍປະເພດທີ່ໄດ້ມີໂອກາດກ້າວເຂົ້າສູ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ  ເຊິ່ງຫຼ້າສຸດມີອີກໜື່ງປະເພດກິລາທີ່ໄດ້ມີໂອກາດສົ່ງຕົວແທນນັກກິລາລາວໄປແຂ່ງຂັນຢູ່ປະເທດເພື່ອນບ້ານ ທີ່ຈັດ​ຂຶ້ນ​​ໃນຕົ້ນ​ເດືອນ​ມີນາ ຢູ່​ແຂວງ​ຣະ​ຢອງ ປະເທດ​ໄທປະເທດໄທ ນັ້ນກໍຄື ການແຂ່ງຂັນຂີ້ມ້າ… ນັກກິລາທີ່ເປັນຕົວແທນໄປແຂ່ງຂັນກິລາໃນຄັ້ງນີ້ແມ່ນ ນາງມຸທິຕາ ພົມ​ມະ​ຫານ ສາວ​ນ້ອຍ​ອາຍຸ​ພຽງ 13 ປີ ຕາງໜ້າ​ຈາກ ສປປ ລາວ ທີ່ໄດ້ສ້າງ​ປະຫວັດສາດ ໃນ​ວົງ​ການ​ກິລາ​ຂີ່​ມ້າ​ລາວ ໂດຍສາມາດ​ຍາດ​ໄດ້​ແຊັມ​ການ​ແຂ່ງຂັນ​ຂີ່​ມ້າ​ຂ້າມ​ສິ່ງ​ກີດຂວາງ ຫຼື ລາຍການ “PONY THAILAND CHAMPION SHIP 2020” ໃນ​ຮຸ່ນ​ອາຍຸ 20 ປີ  ເຂົ້າ​ຮ່ວມ ຈາກນັກກິລາທັງໝົດຈໍານວນ 50 ຄົນ ໃນຂອບເຂດທົ່ວປະເທດໄທ.

ในภาพอาจจะมี 1 คน, กำลังยืน และ สถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และ สถานที่กลางแจ้ง

ในภาพอาจจะมี 1 คน

ไม่มีคำอธิบายรูปภาพ

ในภาพอาจจะมี 2 คน, ผู้คนกำลังยืน และ สถานที่กลางแจ้ง

Posted by Phansit Hotrawaisaya on Friday, March 6, 2020

ຂວັນໃຈ ຂໍຊົມເຊີຍ ແລະ ສະແດງຄວາມຍິນດີນໍາສາວນ້ອຍຄົນເກັ່ງຄົນນີ້ ມຸທິຕາ ພົມ​ມະ​ຫານ ຖືໄດ້ວ່າເປັນອີກໜື່ງຕົວແທນຂອງນັກກິລາລຸ້ນເຍົາວະຊົນລາວທີ່ໄດ້ສ້າງຊື່ສຽງໃຫ້ກັບວົງການກິລາບ້ານເຮົາ!!!

ຂອບໃຈຮູບພາບຈາກ Somphone Sengsouly

 

ແບ່ງປັນ