Breaking News

ຕັ້ງສະຕິແລ້ວອ່ານໃຫ້ຈົບ!! ຜູ້ຕິດເຊື້ອ Covid-19 ເລົ່າເຖິງວິທີການປິ່ນປົວ ພ້ອມແນະນໍາ “ຢ່າແຕກຕື່ນຈົນສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ດູແລຕົວເອງ ເປັນໄດ້ກະເຊົາໄດ້”

ແບ່ງປັນ

ໃນຕອນບ່າຍຂອງວັນທີ 24 ມີນາ 2020 (ມື້ວານນີ້) ທາງກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 2 ຄົນທໍາອິດໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ ເພາະບໍ່ຮູ້ວ່າຕ້ອງປ້ອງກັນຕົວເອງດີຂະໜາດໃດຈຶ່ງບໍ່ເປັນຜູ້ຕີດເຊື້ອ ແລ້ວຖ້າຕິດເຊື້ອຈະໝັ້ນໃຈໄດ້ແນວໃດວ່າ ສາມາດປິ່ນປົວໃຫ້ເຊົາໄດ້??? ມື້ນີ້ ຂວັນໃຈ ຈຶ່ງຢາກຂໍໃຫ້ທຸກຄົນຕັ້ງສະຕິ ແລະ ມາອ່ານເລື່ອງລາວທີ່ແອັດມິ້ນນໍາມາຝາກໃນມື້ນີ້…

ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong Muaythai ໜຶ່ງໃນຜູ້ຕິດເຊື້ອ Covid-19 (ປະເທດໄທ) ທີ່ກໍາລັງເຂົາປິ່ນປົວຕົນເອງຢູ່ໂຮງໝໍ ໂດຍໂພສດັ່ງກ່າວໄດ້ລະບຸວ່າ “ໃຜທີ່ກໍາລັງຕິດເຊື້ອ ໂຄວິດ ຂ້ອຍມີຄໍາແນະນໍາ”

  1. ສໍາຫຼວດຕົວເອງວ່າມີຄວາມສ່ຽງບໍ່ ໝາຍເຖິງຄົນທີ່ຢູ່ໃກ້ຊິດຕ້ອງຕິດເຊື້ອແລ້ວຈຶ່ງເອີ້ນວ່າຄວາມສ່ຽງແທ້ ຍໍ້າວ່າໃກ້ຊິດແທ້ໆ ປະເພດທີ່ວ່າຫາຍໃຈໃສ່ໜ້າກັນ, ກິນເຂົ້າຈານດຽວກັນ, ກິນນໍ້າຈອກດຽວກັນ, ກອດ, ຈູບກັນ… ສ່ວນການສໍາພັດແບບວ່າ ເຄີຍຍ່າງກາຍກັນ, ຢືນລົມກັນ, ກິນເຂົ້າຄົນລະຈານ, ນໍ້າຄົນລະຈອກ, ເຕະບານ, ແລ່ນຫຼິ້ນ, ໄປຫຼິ້ນກິລາ ບໍ່ໄດ້ສໍາພັດຮ່າງກາຍກັນ ແບບນີ້ບໍ່ນັບ. ຄົນທີ່ຈະແຜ່ເຊື້ອໄດ້ຄືຄົນທີ່ມີອາການແລ້ວ ເພາະເຊື້ອມັນຈະມີປະລິມານຫຼາຍພໍ ແລະ ຈະແຜ່ທາງຂອງແຫຼວທີ່ອອກຈາກຮ່າງກາຍເຊັ່ນ: ການໄອ, ຈາມເປັນລະອອງຝອຍ ດັ່ງນັ້ນ ກ່ອນມີອາການ ໂອກາດແຜ່ເຊື້ອຈຶ່ງມີໜ້ອຍ ກຸ່ມສ່ຽງຈຶ່ງເປັນຄົນໃກ້ຊິດທີ່ສໍາພັດໂຕຜູ້ປ່ວຍໃນໄລຍະທີ່ສະແດງອາການແລ້ວເປັນຕົ້ນ ແລ້ວກັບໄປເບິ່ງປະຫວັດຍ້ອນຫຼັງປະມານ 3-5 ມື້ກໍພໍ
  2. ຖ້າບໍ່ພົບວ່າຕົນເອງຢູ່ໃນຂໍ້ທີ 1 ກໍາປະຕິບັດຕາມຂັ້ນຕອນຕໍ່ໄປນີ້ ຄື: ກັກຕົວເອງ 14 ມື້ ຍັງບໍ່ຕ້ອງໄປກວດໃດໆ ເພາະເຖິງຈະໄປກໍອາດຈະບໍ່ພົບເຊື້ອ ແຖມໄປເພີ່ມພາລະໃຫ້ເຈົ້າໜ້າທີ່ແພດໝໍອີກ ຂໍຍໍ້າວ່າ ບໍ່ຕ້ອງຟ້າວໄປກວດ ຢ່າແຕກຕື່ນຈົນໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ພຽງແຕ່ເບິ່ງແຍງຕົວເອງໃຫ້ດີກໍພໍ
  3. ໃນຂະນະທີ່ກັກຕົວເອງ ຖ້າມີອາຜິດປົກກະຕິເຊັ່ນ: ໄຂ້ຂຶ້ນ, ເຈັບຄໍ, ໄອ, ປວດເມື່ອຍຕາມຕົນໂຕ, ຫາຍໃຈບໍ່ສະດວກ, ຫອບຫືດ, ເມື່ອຍຜິດປົກກະຕິ ກໍຄືອາການປ່ວຍຕ່າງໆແບບນີ້ ຈຶ່ງຄວນຟ້າວໄປຫາໝໍໃຫ້ກວດຢ່າງຈິງຈັງ ຢ່າລືມວ່າຕອນອອກຈາກເຮືອນ ກໍຕ້ອງປ້ອງກັນຢ່າແພ່ເຊື້ອພະຍາດລະຫວ່າງທາງ.
  4. ຖ້າຜົນກວດເປັນບວກ ຂໍສະແດງຄວາມຍິນດີນໍາເດີ້ ເພາະວ່າທ່ານຕິດເຊື້ອ ໄວຣັສໂຄໂຣນ່າ ແລ້ວ ແຕ່ບໍ່ຕ້ອງຕົກໃຈ ຫຼືກັງວົນໃຈຈົນເກີນໄປ ເພາະ #ໂຄວິດເປັນໄດ້ກໍເຊົາໄດ້ ທາງໂຮງໝໍຈະແນະນໍາວິທີທາງປິ່ນປົວຂອງແຕ່ລະຄົນ ນັ້ນຄືການປິ່ນປົວຕາມອາການນັ້ນເອງ ເພາະພະຍາດນີ້ເປັນເຊື້ອຈຸລາໂລກສາຍພັນໃໝ່ ຈຶ່ງຍັງບໍ່ມີຢາຮັກສາ ຫຼືວັກຊີນປ້ອງກັນທີ່ແນ່ນອນ.

ທັງນີ້ ຕາມຫຼັກຂອງທໍາມະຊາດຮ່າງກາຍຂອງມະນຸດນັ້ນມີຄວາມມະຫັດສະຈັນ ເມື່ອມີເຊື້ອພະຍາດເຂົ້າສູ່ຮ່າງກາຍ ຮ່າງກາຍຈະພະຍາຍາມກໍາຈັດມັນເອງ ບາງພະຍາດທີ່ເຮົາຮູ້ຈັກມັນແລ້ວ ຮ່າງກາຍກໍກໍາຈັດມັນງ່າຍ ແຕ່ເຊື້ອ ໂຄວິດ ມັນມາໃໝ່ ຮ່າງກາຍຈຶ່ງຕ້ອງໃຊ້ເວລາທໍາຄວາມຮູ້ຈັກ ແລະ ກໍາຈັດມັນດົນເທົ່ານັ້ນເອງ. ຄວາມເປັນຕາຢ້ານແມ່ນຄົນທີ່ຮ່າງກາຍບໍ່ແຂງແຮງ, ມີພະຍາດປະຈໍາຕົວ, ເປັນພະຍາດກ່ຽວກັບລະບົບທາງເດີນຫາຍໃຈ ແລະ ປອດ ໄວຣັສໂຕນີ້ກໍຈະມີອານຸພາບລໍາລາຍລ້າງສູງແນ່ ຄົນກຸ່ມໜຶ່ງຈຶ່ງຕ້ອງລະວັງເປັນພເສດ ສ່ວນຄົນປົກກະຕິກໍຢ່າງກັງວົນໄປເລີຍແນວໃດກໍເຊົາ ແຕ່ຈະຊ້າ ຫຼືໄວແລ້ວແຕ່ບຸກຄົນ.
ສ່ວນແນວທາງໃນການປິ່ນປົວຕາມອາການຄື ໝໍຈະໃຫ້ຄົນທີ່ມີໄຂ້ກໍກິນປາລ່າຫຼຸດໄຂ້, ຄົນທີ່ໄອກໍກິນຢາແກ້ໄອ, ມີນໍ້າມູກກໍກິນຢາຫຼຸດນໍ້າມູກ, ຄົນທີ່ເຈັບຄໍກໍກິນຢາຂ້າເຊື້ອໄປ ດຽວອາການກໍຈະຄ່ອຍໆດີຂຶ້ນເອງ. ການປິ່ນປົວມີເທົ່ານີ້ ແຕ່ໂຮງໝໍ ສິຣິຣາສ (ປະເທດໄທ) ເພີ່ມອີກໜ້ອນໜຶ່ງຄື ໃຫ້ຢາຕ້ານໄວຣັສ 8 ເມັດຕໍ່ມື້ ແລະ ຢາແກ້ມາລາເຣຍ 2 ເມັດຕໍ່ມື້ ທັງໝົດ 5 ມື້ ເພື່ອຢຸດຢັ້ງການເຕີບໂຕຂອງໄວຣັສ ແຕ່ຈະໄດ້ຜົນ ຫຼືບໍ່ກໍແລ້ວແຕ່ຮ່າງກາຍຂອງແຕ່ລະຄົນ ເພາະພະຍາດນີ້ຍັງບໍ່ມີຢາປິ່ນປົວ 100%

ສຸດທ້າຍທ່ານໝໍບອກວ່າ ສະເລ່ຍຄົນທີ່ເປັນ ໂຄວິດ ໃຊ້ເວລາປິ່ນປົວຈົນເຊື້ອໝົດປະມານ 7-30 ມື້ ແລ້ວແຕ່ຄວາມແຂງແຮງຂອງແຕ່ລະຄົນ ເມື່ອຜົນກວດເປັນ ລົບ 2 ຄັ້ງ ກໍກັບບ້ານໄດ້ ຖືວ່າເຊົາຂາດແລ້ວ ແລະ ຮ່າງກາຍຈະມີພູມຄຸ້ມກັນພະຍາດນີ້ໄປອີກດົນ ໂອກາດຕິດເຊື້ອຍາກຂຶ້ນ ແລະ ຖ້າຕິດອີກກໍຈະເຊົາໄວຂຶ້ນ ຖືເປັນວ່າເປັນຂໍ້ດີກວ່າ.

ໂພສດັ່ງກ່າວ…

ຂໍອະນຸຍາດເຂົ້າຂອງໂພສ: Tong Muaythai

ແບ່ງປັນ