ໃນຊ່ວງທີ່ COVID-19 ຫຼື ໂຄໂຣນາໄວຣັສ ກຳລັງລະບາດໜັກສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ, ກິດຈະກຳຕ່າງໆ ລວມເຖິງງານແຕ່ງດອງ ສັງສັນຕ່າງໆ ຈໍາເປັນຕ້ອງງົດໄປ… ແຕ່ສໍາຫຼັບຄູ່ຮັກທີ່ຫາມື້ຫາເລິກງາມຍາມດີກັນໄວ້ແລ້ວ ຈໍາເປັນຕ້ອງເຂົ້າປະຕູວິວາໃນຊ່ວງນີ້ເທົ່ານັ້ນ ກໍຕ້ອງຍອມຮັບວ່າສ່ຽງຫຼາຍ ເນື່ອງຈາກແຂກທີ່ມາຮ່ວມງານແຕ່ງມາຈາກຫຼາກຫຼາຍທີ່ ແຕ່ເມື່ອຫຼີ້ກລ່ຽງບໍ່ໄດ້ກໍຕ້ອງມີມາດຕະການປ້ອງກັນຢ່າງເຄັ່ງຄັດ ເຊໍັ່ນ ມີການກວດໄຂ້, ວາງເຈວລ່າງມືໄວ້ຕາມຈຸດຕ່າງໆ ແຈກຜ້າປິດປາກ ລວມເຖິງຄູ່ບ່າວສາວເອງກໍຕ້ອງໃ່ສ່ຜ້າປິດປາກ
ສໍາຫຼັບເຈົ້າສາວຫຼາຍຄົນຄົງຈະຄິດຫຼາຍ ແລະ ເສຍດາຍບໍ່ໜ້ອຍຫາກຈໍາເປັນຕ້ອງໃສ່ຜ້າປິດປາກທີ່ປິດບັງໃບໜ້າງາມໆໃນມື້ສໍາຄັນຂອງຕົນເອງ ແຕ່ຢ່າຟ້າວຮູ້ສຶກເສຍໃຈໄປກ່ອນ ເພາະມື້ນີ້ ຂວັນໃຈ ໄດ້ນໍາເອົາ Idea ຊຸດແຕ່ງດອງພ້ອມຜ້າປິດປາກສຸດເກ໋ທີ່ບັນນານັກອອກແບບ ແລະ ແບຣນຊຸດແຕ່ງດອງຕ່າງໆທີ່ໄດ້ອອກແບບຂຶ້ນມາເພື່ອເຈົ້າສາວໃນຊ່ວງໂຄໂຣນ່າໄວຣັສກຳລັງລະບາດມາຝາກກັນ ບອກເລີຍວ່າທັງງາມ ແລະ ປ້ອງກັນຕົວເອງໄປໄດ້ໃນຕົວ ຖືວ່າເປັນ Trend ຊຸດແຕ່ງດອງ 2020 ທີ່ນ່າຈັບຕາເບິ່ງເລີຍທີດຽວ…ພະຍາດລະບາດ COVID-19 ກຳລັງລະບາດໜັກ ເຈົ້າສາວທີ່ຈະເຂົ້າພິທີແຕ່ງດອງໃນຊ່ວງນີ້ກໍຕ້ອງປັບຕົວ ໃຫ້ເຂົ້າກັບສະຖານະການກັນຈັກໜ້ອຍເນາະ! ໄປເບິ່ງນໍາກັນວ່າຊຸດແຕ່ງດອງທີ່ມາພ້ອມກັບຜ້າປິດປາກຂອງເຈົ້າສາວນັ້ນຈະເກ໋ໄກ໋ພຽງໃດ໋!
ຊຸດແຕ່ງດອງເກ໋ໆ ຂອງແບຣນ Samo Hagras ຈາກປະເທດອີຢິບ
ພາບຈາກ : Instagram atipandchoo
ຊຸດແຕ່ງດອງ ແບຣນ ATIP & CHOO ຈາກປະເທດໄທ
ເປັນແນວໃດກັບຊຸດແຕ່ງດອງທີ່ຂວັນໃຈນໍາມາຝາກຫວັງວ່າຈະຖືກໃຈສາວໆທີ່ໃກ້ເຂົ້າວິວາກັນເດີ້! ປ້ອງກັນຕົວເອງໄວ້ດີກ່ອນເພື່ອຄວາມປອດໄພ…
ຂອບໃຈຂໍ້ມູນຈາກ: Kapook.com