Breaking News

ສາວລາວເຜີຍຄວາມໃນໃຈ!! ພາຍຫຼັງຮູ້ວ່າຕົນເອງຢູ່ໃກ້ຊິດຄົນທີ່ຕິດເຊື້ອ COVID-19 “ຈາກຄົນຮັກກາຍເປັນຄົນຊັງ ຈາກຄົນຊັງກາຍເປັນຄົນໃຫ້ກຳລັງໃຈ”

ແບ່ງປັນ

ເມື່ອວັນທີ 24 ມີນາ 2020 ທີ່ຜ່ານມາ ທາງການໄດ້ອອກຖະແຫຼງການວ່າ ປະເທດລາວເຮົາມີຈໍານວນຜູ້ຕິດເຊື້ອທໍາອິດ 2 ຄົນ ເຊິ່ງເປັນເພດຍິງ 1 ຄົນ ທີ່ເປັນໄກ້ທົວ ແລະ ເພດຊາຍອີກ 1 ຄົນ ເປັນພະນັກງານຢູ່ໂຮງແຮມ ຄຣາວພາຊາ…ເຊິ່ງປັດຈຸບັນທັງສອງ ກໍກຳລັງເຂົ້າຮັກສາຕົວຢູ່ທີ່ໂຮງໝໍ…  ເຊິ່ງເຮົາຮູ້ກັນຢູ່ແລ້ວວ່າ ພະຍາດລະບາດດັ່ງກ່າວຄົນທີ່ຢູ່ໃກ້ຕົວຂອງຜູ້ຕິດເຊື້ອແນ່ນອນວ່າມີໂອກາດສ່ຽງສູງຫຼາຍທີ່ຈະຕິດເຊື້ອ ແລະ ມີຄົນຈໍານວນໜື່ງທີ່ຜູ້ໃກ້ຊິດຜູ້ຕິດເຊື້ອໄດ້ກັກຕົວເອງໄວ້ເພື່ອຕິດຕາມອາການ.  ຫຼັງຈາກຄົນຢູ່ໃນສັງຄົມໄດ້ຮັບຮູ້ແຈ້ງການດັ່ງກ່າວແລ້ວ  ບາງກຸ່ມຄົນກໍພາກັນແຕກຕື່ນ ແລະ ມີບາງກຸ່ມທີ່ຍັງມີສະຕິ!  ສິ່ງທີ່ຕາມນັ້ນກໍຄືມຸມມອງຂອງສັງຄົມບາງກຸ່ມຄົນທີ່ພາກັນຕີຄວາມໝາຍຂອງຜູ້ຕິດເຊື້ອໄປຕ່າງໆນາໆ ມີທັງດ້ານດີ ແລະ ດ້ານລົບ ບາງກຸ່ມກໍເຂົ້າມາໃຫ້ກຳລັງໃຈຜ່ານ  Social ແລະ ຮ່ວມໃຈກັນປ້ອງກັນ-ຕ້ານພະຍາດລະບາດດັ່ງກ່າວ  ແຕ່ບາງກຸ່ມຄົນກໍເຂົ້າມາເວົ້າໄປໃນທາງລົບ, ລັງກຽດ… ໂດຍບໍ່ນຶກເຖິງຈິດໃຈຂອງຜູ້ຕິດເຊື້ອ ແລະ ກຸ່ມຜູ້ຕ້ອງສົງໄສວ່າພວກເຂົາເຫຼົ່ານັ້ນຮູ້ສຶກແນວໃດ? ແລະຫຼ້າສຸດກໍມີຜູ້ໃຊ້ເຟສບຸກຄົນໜື່ງ ທີ່ຢູ່ໃກ້ຊິດຜູ້ຕິດເຊື້ອ COVID-19 ທີ່ຜ່ານມາ  ໄດ້ມາໂພສໃຫ້ຂໍ້ຄິດຜ່ານເຟສບຸກສ່ວນຕົວວ່າ:

“ຂໍຂອບໃຈ ໃນມື້ທີໄດ້ຍິນຂ່າວ ຂ້ອຍເປັນຄົນ 1 ທີ່ຢູ່ນໍາຜູ້ຕິດເຊື້ອຄືນວັນທີ 20 ເດືອນ 3 ປີ 2020

ໄດ້ຖືກຜົນກະທົບ ຄອບຄົວຫ່າງເຫີນ ຍາດຕິພີນ້ອງລັງຫ່າງຫາຍ ຄົນຮັກເປັນຄົນຊັງ ຄົນຊັງກາຍເປັນຄົນໃຫ້ກໍາລັງໃຈ ຄົນທີ່ໃກ້ໂຕແທ້ໆ ບອກຂ້ອຍໃນມື້ທີ່ຮູ້ຂ່າວວ່າມີຄົນຕິດເຊື້ອ 2 ຄົນໃນວຽງຈັນຂອງຕອນເຊົ້າມື້ນີ້ 24-3-2020 ລາວກໍ່ໄດ້ເອີຍຄໍາເວົ້າອອກມາວ່າ: ມື້ນັ້ນເຈົ້າບໍ່ຫນ້າມາກິນເຂົ້າບ້ານຂ້ອຍເລີຍ!

ຂ້ອຍບໍ່ເຄີຍຄິດວ່າສິມີຄົນລັງກຽດເຮົາຫລາຍປານນີ້ຫລາຍຄົນຖົກຖຽງວ່າໄດ້ຢູ່ໃກ້ຂ້ອຍບໍ່? ຂ້ອຍໄດ້ໄປໃສ່ບໍ່? ຂະຫນາດຂ້ອຍບໍ່ໄດ້ເປັນຄົນຕິດເຊື້ອ ຂ້ອຍຍັງຮູ້ສຶກຫົດຫູ່ ເສົ້າໃຈ

ກັບກັນ

ຄົນທີ່ຕິດເຊື້ອເດ? ນອນຢູ່ໂຮງຫມໍຄົນດຽວ ຍາດຕິພີ່ນ້ອງໄປຢ້ຽມຢາມບໍ່ໄດ້ ບາງຄົນກໍ່ດ່າ ບາງຄົນກະເວົ້າວ່າເປັນ Super Spreader ຄົນເຮົາຫມົດປະເທດມີແຕ່ສອງຄົນທີ່ພົບ ກໍາລັງໃຈມີບໍ່? ບໍ່ຖັບຖົມມີບໍ່

ຖ້າລາວສິເປັນຫຍັງໄປຄືຈະບໍ່ແມ່ນຈາກຍ້ອນໂລກໄພ ແຕ່ຈະຈາກໄປ ຍ້ອນຄົນຄື ພວກ ເຈົ້າ ເຈົ້າ ເຈົ້າ ເຈົ້າ ລະກະເຈົ້ານິແຫລະ!!

ໃຜຢາກເປັນ? ໃຜຢາກຕາຍ? ຄິດຫາໃຈເພິ່ນໃຈໂຕ ຄິດຫາຄົນເຈັບທີ່ນອນໂຮງຫມໍແມ້ແຕ່ຄົນທີ່ຮັກແລະເປັນຫ່ວງເຂົາກະຍັງເຂົ້າໄປຫາບໍ່ໄດ້ ມີແຕ່ໂຊເຊວທີ່ເປັນຜູ້ຖືສານທີ່ວ່ອງໄວ
ຂໍນໍາສະ ຂໍສານທີມີອໍານາດແລະປະສິດທີ່ພາບອັນວ່ອງໄວນີ້ ປ່ຽນຈາກແຊຣຄໍາຕ້ອກຢ້ໍາ ປ່ຽນເປັນການໃຫ້ກໍາລັງໃຈ ຂໍໃຫ້ລາວຕື່ນມາ ໃຫ້ລາວເຫັນວ່າຍັງມີຄົນເປັນຫວ່ງລາວຢູ່ ຂໍແນ່ກໍາລັງໃຈຈາກຄົນແປກຫນ້າ”

ແຕ່ເຊື່ອບໍວ່າບໍ່ໃຜຢາກໃຫ້ເກີດດອກ ເມື່ອມັນລະບາດມາຮອດບ້ານເຮົາແລ້ວ ທຸກຄົນກໍຄວນມີສະຕິ ຮັບມືກັບພະຍາດດັ່ງກ່າວໄດ້ໃຫ້ ສໍາຫຼັບຄົນທີ່ຕິດເຊື້ອໄປແລ້ວ ເຮົາຄວນໃຫ້ກຳລັງໃຈພວກເຂົາ ບໍ່ແມ່ນໄປຕອກຢໍ້າ ເພາະສິ່ງທີ່ສໍາຄັນທີ່ສຸດໜື່ງໃນນັ້ນກໍຄືກໍາລັງໃຈ ເພື່ອໃຫ້ຜ່ານວິກິດນີ້ໄປໃຫ້ໄດ້!!!

#Prayfor2hearts
#PrayforLaos

ຂອບໃຈຂໍ້ມູນຈາກ:Ays Ali

ແບ່ງປັນ