Breaking News

ຈີນແຕກຕື່ນອີກຄັ້ງ!!! ເມື່ອຊາຍໜຸ່ມເສຍຊີວິດຄາທີ່ອາການຄ້າຍຕິດເຊື້ອ Covid-19 ແຕ່ກວດພົບວ່າຕິດເຊື້ອ “ໄວຣັສຮັນທາ”

ແບ່ງປັນ

ເມື່ອວັນທີ 25 ມີນາ (ມື້ວານນີ້) เดลีเมล์ ລາຍງານວ່າ ເກີດກະແສຄວາມຄວາມແຕກຕື່ນໃນເຄືອຂ່າຍສັງຄົມ Online ປະເທດຈີນອີກຄັ້ງ ເມື່ອເກີດເຫດພົບຜູ້ໂດຍສານເທິງລົດຂົນສົ່ງມວນຊົນເສຍຊີວິດຄາທີ່ ໃນຂະນະທີ່ກໍາລັງເດີນທາງໄປເຮັດວຽກທີ່ ມົນທົນຊານຕົງ ພາກຕາເວັນອອກຂອງ ຈີນ ເຊິ່ງມີອາການຄ້າຍຄືກັບ ຜູ້ຕິດເຊື້ອ ໂຄວິດ-19.

ຜົນຈາກການຊັນນະສູດສົບພົບວ່າ ຜູ້ເສຍຊີວິດບໍ່ໄດ້ຕິດເຊື້ອ ໂຄວິດ-19 ແຕ່ພົບເຊື້ອໄວຣັສ ຮັນທາ ແຕ່ມີອາການຄ້າຍຄືກັບ ໄວຣັສໂຄໂຣນ່າປີ 2019 ແຕ່ມີຄວາມຮຸນແຮງຫຼາຍກວ່າ… ຈາກເຫດການດັ່ງກ່າວ ກໍໄດ້ສ້າງຄວາມແຕກຕື່ນໄປທົ່ວໂລກ Online ຈີນ ແລະ #hantavirus ໄດ້ມີຜູ້ຄົນໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ; ແຕ່ຈາກການຢືນຢັນຂອງຜູ້ຊ່ຽວຊານວ່າ ໄວຣັສຮັນທາ ບໍ່ແມ່ນໄວຣັສຊະນິດໃໝ່ ແຕ່ເປັນໄວຣັສທີ່ມີ ໂຕໜູ ເປັນພາຫະນະນໍາເຊື້ອ ແລະ ມີໂອກາດຕິດຕໍ່ສູ່ມະນຸດຕໍ່າຫຼາຍ ແຕ່ມີອັດຕາການເສຍຊີວິດສູງຖ້າຕິດເຊື້ອ ເຖິງ 100 ລະ 38.

ແພດຍິງ ສຸໄມຍາ ໄຊຄ໌ ຜູ້ຊ່ຽວຊານຈາກ ປະເທດສະວີເດັນ ໄດ້ລະບຸວ່າ ໄວຣັສຮັນທາ ຖືກພົບຄັ້ງທໍາອິດໃນລະຫວ່າງສົງຄາມເກົາຫລີ ເມື່ອປີ 1950 ໂດຍຈະຕິດຕໍ່ສູ່ມະນຸດຫາກສິ່ງປົນເປື້ອນສານຄັດຫຼັ່ງໜູເຂົາສູ່ຮ່າງກາຍເທົ່ານັ້ນ ສະນັ້ນ ບໍ່ມີຄວາມຈໍາເປັນຕ້ອງກັງວົນຖ້າບໍ່ກິນໜູ.

#Hantavirus

ແບ່ງປັນ