Breaking News

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ)

ແບ່ງປັນ

ພໍ່ຕູ້ອາຍຸ 80 ປີ ເຂົ້າພິທີວິວາກັບເດັກນ້ອຍອາຍຸ 12 (ມີຄຣິບ)

ເຟສບຸກຂອງ Deplorables Inc ໄດ້ເຜີຍແຜ່ຄຣິບງານແຕ່ງດອງ ລະຫວ່າງ ຜູ້ອາວຸໂສອາຍຸ 80 ປີ ກັບເດັກນ້ອຍອາຍຸ 12. ຄຣິບດັ່ງກ່າວແມ່ນຈັບພາບຕອນເຈົ້າບ່າວຍ່າງເຂົ້າໄປໃນເຮືອນຂອງເຈົ້າທີ່ຍັງເປັນເດັກນ້ອຍຢູ່ ຂະນະທີ່ຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງດ້ວຍຄວາມຍິນດີ ຈາກນັ້ນ ຝ່າຍຊາຍກໍບິດກະແຈຫ້ອງຕາມປະເພນີ ແລ້ວຍ່າງໄປຫາເຈົ້າສາວອາຍຸພຽງ 12 ປີ ທີ່ໃສ່ສຸດກະໂປງຍາວຢູ່ເທິງຕຽງ.

ຊາວ Social Media ຕ່າງກໍສະແດງຄວາມເຫັນວ່າ ນັ້ນແມ່ນຄວາມໂຊກຮ້າຍຂອງເດັກນ້ອຍ ພ້ອມກັບເວົ້າລຸມໃສ່ເຈົ້າບ່າວ ແລະ ຄອບຄົວຂອງເຈົ້າສາວ ແລະ ກ່າວເປັນປະເພນີທີ່ຕໍ່າຊ້າທີ່ໃຫ້ເດັກນ້ອຍຜູ້ຍິງແຕ່ງດອງກັບຜູ້ເຖົ້າ. ແນວໃດກໍຕາມ ຜູ້ທີ່ເຫັນດ້ວຍປະເພນີເຕືອນວ່າ: ຢ່າຫຍຸ້ງທໍານຽມປະເພນີຂອງຄົນອຶ່ນ ແລະ ອະທິບາຍວ່າເປັນປະເພນີທ້ອງຖິ່ນທີ່ຈັດຂຶ້ນມາຕັ້ງແຕ່ສະໄໝບູຮານ.

ທ່ານສາມາດເບິ່ງຄຣິບ!

https://www.facebook.com/DeplorablesInc/videos/354763124909877/

 

ແບ່ງປັນ